ຫວຽດນາມກາຍເປັນຄູ່ຄ້າໃຫຍ່ສຸດຂອງຈີນໃນພາກພື້ນ ອາຊຽນ

(VOVWORLD) -ປັດຈຸບັນ, ຫວຽດນາມໄດ້ກາຍເປັນຄູ່ຄ້າໃຫຍ່ສຸດຂອງຈີນໃນພາກພື້ນອາຊຽນ. ນີ້ແມ່ນແຫຼ່ງຂໍ້ມູນຂ່າວ ໂດຍທ່ານ ຫູ່ສົວຈີ້ນ ທູດການຄ້າ, ສະຖານທູດຈີນປະຈໍາຫວຽດນາມ, ແຈ້ງໃຫ້ຊາບທີ່ການປະຊຸມຂ່າວ ໂດຍທ່ານເອກອັກຄະລັດຖະທູດຈີນປະຈໍາຫວຽດນາມຈັດຂຶ້ນຢູ່ຮ່າໂນ້ຍ. 

ຫວຽດນາມກາຍເປັນຄູ່ຄ້າໃຫຍ່ສຸດຂອງຈີນໃນພາກພື້ນ ອາຊຽນ - ảnh 1ການປະຊຸມຂ່າວ ໂດຍທ່ານເອກອັກຄະລັດຖະທູດຈີນປະຈໍາຫວຽດນາມຈັດຂຶ້ນຢູ່ຮ່າໂນ້ຍ

(ພາບ:Dao Tung/Bnews/TTXVN )

ຕາມທ່ານ ຫູ່ສົວຈີ້ນ ແລ້ວ, ໃນໄລຍະ 6 ເດືອນຕົ້ນປີ 2018, ຍອດວົງເງິນການຄ້າລະຫວ່າງຈີນ ແລະ ຫວຽດນາມ ຄາດວ່າບັນລຸໄດ້ 66 ຕື້ USD. ສິ່ງທີ່ໜ້າສົນໃຈແມ່ນ ວົງເງິນການຄ້າສະເລ່ຍແຕ່ລະເດືອນລະຫວ່າງສອງປະເທດ ເປັນຄັ້ງທໍາອິດໃນປະຫວັດສາດລື່ນກາຍຕົວເລກ 10 ຕື້ USD . ໃນນັ້ນ, ລະດັບເຕີບໂຕສົ່ງອອກຂອງຈີນເຂົ້າຫວຽດນາມຄາດວ່າບັນລຸ 23,5%, ສູງທີ່ສຸດໃນກຸ່ມອາຊຽນ ແລະ ຫວຽດນາມ ນອນໃນ Top 10 ຕະຫຼາດສົ່ງອອກໃຫຍ່ທີ່ສຸດຂອງຈີນໃນທົ່ວໂລກ. ກົງກັນຂ້າມ, ລະດັບເຕີບໂຕຂອງຫວຽດນາມໄປຍັງຈີນບັນລຸ 37,4%, ຢືນອັນດັບໜຶ່ໃນກຸ່ມອາຊຽນ.

ຕອບກັບ

ຂ່າວ/ບົດ​ອື່ນ