ຫວຽດນາມກາຍເປັນຕະຫຼາດສົ່ງອອກໃຫຍ່ອັນດັບ3ຂອງສ.ເກົາຫຼີໃນງວດທີ 1

ຫວຽດນາມກາຍເປັນຕະຫຼາດສົ່ງອອກໃຫຍ່ອັນດັບ3ຂອງສ.ເກົາຫຼີໃນງວດທີ 1 - ảnh 1
ພິທີລົງນາມໃນສັນຍາການຄ້າເສລີ ຫວຽດນາມ-ສ.ເກົາຫຼີ
(ພາບ: Đức Tám - TTXVN.)


(vovworld) – ຕາມ​ບົດ​ລາຍ​ງານ​ໂດຍ​ສະ​ຖາ​ບັນ​ຄົ້ນ​ຄ້ວາການ​ຄ້າ​ສາກົນ ຂຶ້ນ​ກັບ​ສະຫະ​ສະມາຄົມ​ການ​ຄ້າ
ສ.​ເກົາຫຼີ ປະກາດ​ໃນ​ວັນ​ທີ 6/5, ​ໃນ​ງວດ​ທີ 1/2015, ຫວຽດນາມ ​ໄດ້​ບືນ​ຕົວ​ຂຶ້ນ​ກາຍ​ເປັນ​ຕະຫຼາດ​ສົ່ງ​ອອກ​ໃຫຍ່​ອັນ​ດັບ 3 ຂອງ ສ.​ເກົາຫຼີ,​ ຖັດຈາກ ຈີນ ​ແລະ ອາ​ເມ​ລິ​ກາ. ບົດ​ລາຍ​ງານ​ໃຫ້​ຂໍ້​ສັງ​ເກດ​ວ່າ: ​ໃນ​ສະພາບ​ການ​ຄ້າ​ທົ່ວ​ໂລກ​ເຕີບ​ໂຕ​ຢ່າງ​ຊັກ​ຊ້າ, ​ເລື່ອງ ຫວຽດນາມ ພົ້ນ​ເດັ່ນ​ຂຶ້ນ​ເປັນ​ຕະຫຼາດ​ສົ່ງ​ອອກ​ໃຫຍ່​ອັນ​ດັບ 3 ຂອງ  ສ. ​ເກົາຫຼີ ​ແມ່ນ​ເຫດການ​ທີ່​ໜ້າ​ສົນ​ໃຈ. ພິ​ເສດ, ​ເມື່ອ​ສັນ​ຍາ​ການ​ຄ້າ​ເສລີ (FTA) ສ.​ເກົາຫຼີ-​ຫວຽດນາມ ຫາ​ກໍ​ໄດ້ຮັບ​ການ​ລົງ​ນາມ​ຢ່າງ​ເປັນ​ທາງ​ການຈາກ 2 ຝ່າຍ ​ແລະ ຄາດ​ວ່າ​ຈະ​ມີ​ຜົນ​ສັດ​ສິດ​ໃນ​ປີ​ນີ້, ການ​ສົ່ງ​ອອກ​ຂອງ ສ.​ເກົາຫຼີ ມາ​ຍັງ ຫວຽດນາມ ​ໃນ​ໄລຍະ​ຈະ​ມາ​ເຖິງ​ແນ່ນອນ​ວ່າ​ຈະ​ໄດ້​ຮັບ​ການ​ເປີດ​ກ້ວາງ​ກ່ວາ​ອີກ. ທ່ານ Park Ji Eun, ຫົວໜ້າກຸ່ມ​ຄົ້ນ​ຄ້ວາ​ໃນ​ສະ​ຖາ​ບັນ​ດັ່ງກ່າວ​ຖື​ວ່າ: ດ້ວຍ​ລະດັບ​ເປີດ​ປະຕູ​ຕະຫຼາດ​​ສູງ​ພໍ​ສົມຄວນ, ​ເມື່ອ FTA
ສ.​ເກົາຫຼີ-​ຫວຽດນາມ ມີ​ຜົນ​ສັກສິດ, ການ​ສົ່ງ​ອອກ​ຂອງ ສ.​ເກົາຫຼີ ມາ​ຍັງ ຫວຽດນາມ ຈະ​ໄດ້​ຮັບ​ການ​ຍົກ​​ຂຶ້ນພໍ​ສົມຄວນ ​ແລະ ຫວຽດນາມ ຈະ​ກາຍ​ເປັນ​ໜຶ່ງ​ໃນ​ບັນດາ​ຕະຫຼາດ​ສົ່ງ​ອອກ​ທີ່​ສຳຄັນ​ອັນ​ດັບ​ໜຶ່ງ​ຂອງ ສ.​ເກົາຫຼີ.

ຂ່າວ/ບົດ​ອື່ນ