ຫວຽດນາມກາຍເປັນສະຖານທີ່ດູດດຶ່ມສຳລັບແຂກທ່ອງທ່ຽວອາເມລິກາ

ຫວຽດນາມກາຍເປັນສະຖານທີ່ດູດດຶ່ມສຳລັບແຂກທ່ອງທ່ຽວອາເມລິກາ - ảnh 1
(ພາບປະກອບ)

(vovworld) - ​ ຫວຽດນາມ​ກາຍ​ເປັນ​ສະຖານ​ທີ່​ດູດ​ດຶ່ມ​ສຳລັບ​​ແຂກ​ທ່ອງ​ທ່ຽວ​ ອາ​​ເມ​ລິ​ກາ ດ້ວຍ​ຈຳນວນ​ 330.000 ​ເທື່ອ​ຄົນ​ມາ​ຢ້ຽມຢາມ ຫວຽດນາມ ​ໃນ​ປີ 2015, ​ເພີ່ມ​ຂຶ້ນ 33% ​ເມື່ອ​ທຽບ​ໃສ່​ກ່ອນ​ນີ້ 1ປີ, ຕາມ​ບົດລາຍ​ງານ​ທີ່​ກະຊວງ​ການ​ຄ້າ ອາ​​ເມ​ລິ​ກາ ທີ່​ຫາ​ກໍ່​ປະກາດ​​ ​ໃນ​ປີ 2015 ຊາວ ອາ​ເມ​ລິ​ກາ ​ໄປ​ທ່ອງ​ທ່ຽວ​ຢູ່​ຕ່າງປະ​ເທດ​​ແມ່ນ​ຫລາຍ​ກ່ວາ​ເວລາ​ໃດ​ໝົດ ດ້ວຍ​ຈຳນວນ​ 74 ລ້ານ​ຄົນ​ໄປ​ທ່ອງ​ທ່ຽວ​ຢູ່ປະ​ເທດ​ຕ່າງໆໃນ​ໂລກ ​ແລະ ຫວຽດນາມ ​ແມ່ນ​ສະຖານ​ທີ່​ດູ​ດດຶ່ມ​ສຳລັບ​ເຂົາ​ເຈົ້າ. ທ່າ​ນນາງ Kim Sykes ຜູ້​ຕາງ​ໜ້າ​ບໍ​ລິ​ສັດ​ທ່ອງ​ທ່ຽວ Carefree Vacations ຖື​ວ່າ: ຫວຽດນາມ ​ແມ່ນ​ສະຖານ​ທີ່​ດູດ​ດຶ່ມ​ຂອງ​ແຂກ​ທ່ອງ​ທ່ຽວ​ ອາ​ເມ​ລິ​ກາ ​ໃນ​ເກນ​ອາຍຸ​ແຕ່ 18 – 35 ປີ​. ​ແລະ​ກໍ່ຕາມ​ກະຊວງ​ການ​ຄ້າ ອາ​ເມ​ລິ​ກາ ​ແລ້ວ 2 ປະ​​ເທດ​ທີ່​ຊາວ ອາ​ເມ​ລິ​ກາ ​ໄປ​ທ່ອງ​ທ່ຽວ​ຫລາຍ​ກ່ວາ​ໝູ່​ໃນ​ປີ 2015 ​ແມ່ນ ​ເມັກ​ຊີ​ໂກ ​ແລະ ກາ​ນາ​ດາ.

ຂ່າວ/ບົດ​ອື່ນ