ຫວຽດນາມ-ການາດາ ເພີ່ມທະວີເປີດກວ້າງການຮ່ວມມືໃນຫຼາຍຂົງເຂດ, ຮັບມືກັບໂລກລະບາດໂຄວິດ-19

(VOVWORLD) - ທ່ານລັດຖະມົນຕີການຕ່າງປະເທດ Marc Garneau ໄດ້ຢືນຢັນຄືນໃໝ່ຄຳໝັ້ນສັນຍາໜູນຊ່ວຍຫວຽດນາມ ແລະ ບັນດາປະເທດຢູ່ພາກພື້ນສຳຜັດກັບວັກຊິນຕ້ານໂຄວິດ-19
ຫວຽດນາມ-ການາດາ ເພີ່ມທະວີເປີດກວ້າງການຮ່ວມມືໃນຫຼາຍຂົງເຂດ, ຮັບມືກັບໂລກລະບາດໂຄວິດ-19 - ảnh 1ທ່ານລັດຖະມົນຕີການຕ່າງປະເທດຫວຽດນາມ ບຸຍແທັງເຊີນ ໂອ້ລົມທາງໂທລະສັບກັບທ່ານລັດຖະມົນຕີການຕ່າງປະເທດ ການາດາ Marc Garneau
(ພາບ: TTXVN)

ຕອນຄ່ຳວັນທີ 14 ມິຖຸນາ, ທ່ານລັດຖະມົນຕີການຕ່າງປະເທດຫວຽດນາມ ບຸຍແທັງເຊີນ ໄດ້ມີການໂອ້ລົມທາງໂທລະສັບກັບທ່ານລັດຖະມົນຕີການຕ່າງປະເທດ ການາດາ Marc Garneau. ທ່ານລັດຖະມົນຕີການຕ່າງປະເທດ Marc Garneau ໄດ້ຢືນຢັນຄືນໃໝ່ຄຳໝັ້ນສັນຍາໜູນຊ່ວຍຫວຽດນາມ ແລະ ບັນດາປະເທດຢູ່ພາກພື້ນສຳຜັດກັບວັກຊິນຕ້ານໂຄວິດ-19 ຜ່ານໂຄງການເພີ່ມຄວາມໄວໃນການສຳຜັດກັບບັນດາເຄື່ອງມືຮັບມືກັບໂລກລະບາດໂຄວິດ-19 (ACT-A), ຂໍ້ລິເລີ່ມ COVAX ແລະ ກອງທຶນຮັບມືກັບໂລກລະບາດໂຄວິດ-19 ຂອງອາຊຽນ.

2 ຝ່າຍໄດ້ເປັນເອກະພາບເພີ່ມທະວີການເປີດກວ້າງການຮ່ວມມືໃນຫຼາຍຂົງເຂດ, ໃນນັ້ນມີການຮ່ວມມືດ້ານສາທາລະນະສຸກໃນການປ້ອງກັນ, ຕ້ານໂລກລະບາດໂຄວິດ-19, ໜູນຊ່ວຍຫວຽດນາມ ສຳຜັດກັບວັກຊິນກັນໂຄວິດ-19; ຊຸກຍູ້ການຄ້າ 2 ສົ້ນໃຫ້ຂຶ້ນເຖິງ 8 ຕື້ USD ໃນໄລຍະ 2 ປີຈະມາເຖິງ, ສົ່ງເສີມວິສາຫະກິດຂອງ 2 ປະເທດນຳໃຊ້ກາລະໂອກາດຂອງສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າຂ້າມປາຊີຟິກ (CPTPP), ເພີ່ມທະວີການຮ່ວມມືໃນຫຼາຍຂົງເຂດ.

ເມື່ອແລກປ່ຽນກ່ຽວກັບສະພາບການສາກົນ ແລະ ພາກພື້ນ, ໃນນັ້ນມີບັນຫາທະເລຕາເວັນອອກ, ລັດຖະມົນຕີທັງ 2 ທ່ານຢືນຢັນ ຖືເລື່ອງເຄົາລົບກົດໝາຍສາກົນ, ໃນນັ້ນມີສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS) 1982 ເປັນຢ່າງສູງ; ເຫັນດີສືບຕໍ່ຮ່ວມມືກັນຢ່າງແໜ້ນແຟ້ນຢູ່ບັນດາເວທີປາໄສຫຼາຍຝ່າຍຢູ່ພາກພື້ນ ແລະ ສາກົນຄື ສະຫະປະຊາຊາດ, APEC, ອາຊຽນ…

ຕອບກັບ

ຂ່າວ/ບົດ​ອື່ນ