ຫວຽດນາມກ່າວປະນາມຢ່າງຮຸນແຮງຕໍ່ເຫດການບຸກໂຈມຕີກໍ່ການຮ້າຍຢູ່ຕວກກີ

 ຫວຽດນາມກ່າວປະນາມຢ່າງຮຸນແຮງຕໍ່ເຫດການບຸກໂຈມຕີກໍ່ການຮ້າຍຢູ່ຕວກກີ - ảnh 1
(​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ ຫວຽດນາມ ​ເລ​ຫາຍ​ບິ່ງ)

(vovworld) –​ ວັນ​ທີ 11/10/2015, ​ເມື່ອ​ຕອບ​ຄຳ​ຖາມ​ຂອງ​ນັກຂ່າວ​ສະ​ເໜີ ​ໃຫ້​ຮູ້​ວ່າ ​ປະຕິກິລິຍາ​ຂອງ ຫວຽດນາມ ຕໍ່​ເຫດການ​ບຸກ​ໂຈມ​ຕີ​ກໍ່​ການ​ຮ້າຍ​ຢູ່ Ankara, ປະ​ເທດຕວກກີ ​ໃນ​ວັນ​ທີ 10/10/2015, ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ ຫວຽດນາມ ​ເລ​ຫາຍ​ບິ່ງ ຊີ້​ແຈ້ງວ່າ: “ຫວຽດນາມ ​ ກ່າວ​ປະນາມ​ຢ່າງ​ຮຸ​ນ​ແຮງຕໍ່ເຫດການ​ບຸກ​ໂຈມ​ຕີ​ກໍ່​ການ​ຮ້າຍ​ ​ໃນ​ວັນ​ທີ​ 10/10/2015 ຢູ່ Ankara, ປະ​ເທດຕວກກີ ​ເຮັ​ດ​ໃຫ້​ຫລາຍ​ຄົນ​ເສຍ​ຊີວິດ ​ແລະ ຮັບ​ບາດ​ເຈັບ. ພວກ​ຂ້າພະ​ເຈົ້າ ຂໍ​ຝາກ​ຄຳ​ແບ່ງປັນ​ຄວາມ​ເສົ້າ​ສະ​ລົດ​ໃຈ​ຢ່າງ​ເລິກ​ເຊິ່ງ​ເຖິງ​ລັດຖະບານ, ປະຊາຊົນ ຕວກກີ, ຄອບຄົວມີ​ຜູ້​ເສຍ​ຊີວິດ ​ແລະ ​ເຊື່ອ​ໝັ້ນ​ວ່າ: ພວກ​ວາງ​ແຜນ​ບຸກ​ໂຈມ​ຕີ ຈະ​ຖືກ​ນຳ​ຕົວ​ຂຶ້ນ​ສານ​ດຳ​ເນີນ​ຄະດີ.

 

ຂ່າວ/ບົດ​ອື່ນ