ຫວຽດນາມກ່າວປະນາມຢ່າງແຮງຕໍ່ໜ້າບັນດາເຫດການບຸກໂຈມຕີກໍ່ການຮ້າຍທີ່ຫາກໍເກີດຂຶ້ນທີ່ນະຄອນ Surabaya

(VOVWORLD) -ທ່ານປະທານປະເທດຫວຽດນາມ ເຈີນດ້າຍກວາງ ແລະ ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ສົ່ງໂທລະເລກສະແດງຄວາມເສົ້າສະຫຼົດໃຈເຖິງທ່ານປະທານາທິບໍດີອິນໂດເນເຊຍ Joko Widodo.

ຫວຽດນາມກ່າວປະນາມຢ່າງແຮງຕໍ່ໜ້າບັນດາເຫດການບຸກໂຈມຕີກໍ່ການຮ້າຍທີ່ຫາກໍເກີດຂຶ້ນທີ່ນະຄອນ Surabaya - ảnh 1ເຈົ້າໜ້າທີ່ອິນໂດເນເຊຍເຮັດວຽກຢູ່ພື້ນທີ່ເກີດເຫດ

(ພາບ: AP)

ໂດຍໄດ້ຮັບຂ່າວກ່ຽວກັບບັນດາເຫດການບຸກໂຈມຕີກໍ່ການຮ້າຍທີ່ເກີດຂຶ້ນຢູ່ນະຄອນ Surabaya, ປະເທດອິນໂດເນເຊຍ ເຮັດໃຫ້ປະຊາຊົນຫຼາຍຄົນຖືກເສຍຊີວິດ ແລະຮັບບາດເຈັບ, ໃນວັນທີ 14 ພຶດສະພາ, ທ່ານປະທານປະເທດຫວຽດນາມ ເຈີນດ້າຍກວາງ ແລະ ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ສົ່ງໂທລະເລກສະແດງຄວາມເສົ້າສະຫຼົດໃຈເຖິງທ່ານປະທານາທິບໍດີອິນໂດເນເຊຍ Joko Widodo. ແລະກໍໃນວັນດຽວກັນ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງຕ່າງປະເທດຫວຽດນາມ ຟ້າມບິງມິນ ກໍໄດ້ສົ່ງໂທລະເລກສະແດງຄວາມເສົ້າສະຫຼົດໃຈເຖິງທ່ານລັດຖະມົນຕີກະຊວງການຕ່າງປະເທດອິນໂດເນເຊຍ Rento Marsudi ເຊັ່ນດຽວກັນ.

        ວັນທີ 14 ພຶດສະພາ, ເມື່ອຕອບຄຳຖາມຕໍ່ນັກຂ່າວກ່ຽວກັບປະຕິກິລິຍາຂອງຫວຽດນາມຕໍ່ໜ້າບັນດາເຫດການບຸກໂຈມຕີກໍ່ການຮ້າຍທີ່ເກີດຂຶ້ນຜ່ານມາຢູ່ນະຄອນ Surabaya, ປະເທດອິນໂດເນເຊຍ, ທ່ານນາງໂຄສົກກະຊວງການຕ່າງປະເທດຫວຽດນາມ ເລທິທູຮັ່ງ ຢັ້ງຢືນວ່າ ຫວຽດນາມກ່າວປະນາມຢ່າງແຮງຕໍ່ບັນດາເຫດການບຸກໂຈມຕີກໍ່ການຮ້າຍທີ່ເກີດຂຶ້ນຜ່ານມາຢູ່ນະຄອນ Surabaya, ປະເທດອິນໂດເນເຊຍ ແລະ ສະແດງຄວາມເສົ້າສະຫຼົດໃຈຢ່າງສຸດຊື້ງເຖິງລັດຖະບານອິນໂດເນເຊຍ ແລະ ຄອບຄົວຜູ້ປະສົບເຄາະຮ້າຍ. ຫວຽດນາມສະໜັບສະໜູນລັດຖະບານອິນໂດເນເຊຍ ໃນຄວາມມານະພະຍາຍາມຕ້ານການກໍ່ການຮ້າຍ ແລະ ເຊື່ອໝັ້ນວ່າ ພວກປະຕິບັດການບຸກໂຈມຕີກໍ່ການຮ້າຍດັ່ງກ່າວ ຈະຖືກປັບໄໝລົງໂທດຢ່າງເຂັມງວດ.


ຕອບກັບ

ຂ່າວ/ບົດ​ອື່ນ