ຫວຽດນາມກ່າວປະມານເຫດບຸກໂຈມຕີຢູ່ນະຄອນຫຼວງຈາກາຕາ,ອິນໂດເນເຊຍ

ຫວຽດນາມກ່າວປະມານເຫດບຸກໂຈມຕີຢູ່ນະຄອນຫຼວງຈາກາຕາ,ອິນໂດເນເຊຍ - ảnh 1
ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ເລ​ຫາຍ​ບີ່ງ
(ພາບ​ປະ​ກອບ)

Vovworld - ວັນ​ທີ 14/1/2016, ເມື່ອ​ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວ​ທີ່​ສະ​ເໜີ​ໃຫ້​ຮູ້​ປະ​ຕິ​ກິ​ລິ​ຍາ​ຂອງ ຫວຽດ​ນາມ ຕໍ່​ເຫດ​ການ​ບຸກ​ໂຈ​ມ​ຕີ​ກໍ​່​ການ​ຮ້າຍ​ທີ່​ເກີດ​ຂຶ້ນ​ໃນ​ວັນ​ທີ 14/1/2016 ຢູ່​ນະ​ຄອນຫຼວງ ​ຈາ​ກາ​ຕາ, ປະ​ເທດ ອິນ​ໂ​ດ​ເນ​ເຊຍ, ໂຄ​ສົກ​ກະ​ຊວງກ​ານ​ຕ່າງ​ປະ​ເທດ ຫວຽດ​ນາມ ເລ​ຫາຍ​ບີ່ງ, ຊີ້ແຈ້ງວ່າ:  “ຫວຽດ​ນາມ ກ່າວ​ປະ​ມານ​ເຫດ​ການ​ບຸກ​ໂຈມ​ຕີກໍ່​ການ​ຮ້າຍ​ໃນ​ວັນ​ທີ 14/1/2016 ຢູ່​ນະ​ຄອນຫຼວງ ຈາ​ກາ​ຕາ, ປະ​​ເທດ​ອິນ​ໂດ​ເນ​ເຊຍ ເຮັດ​ໃຫ້ຫຼາຍ​ຄົນ​ເສຍ​ຊີ​ວິດ ແລະ ຮັບ​ບາດ​ເຈັບ. ພວກ​ຂ້າ​ພະ​ເຈົ້າ​ຂໍ​ແບ່ງ​​ເບົາຄວາມ​ເສົ້າ​ສະຫຼົດ​ໃຈ​ຢ່າງ​ເລິກ​ເຊິ່ງ​ເຖິງ​ລັດ​ຖະ​ບານ ອິນ​ໂດ​ເນ​ເຊຍ ແລະ ຄອບ​ຄົວ​ບັນ​ດາ​ຜູ້​ປະ​ສົບ​ເຄາະ​ຮ້າຍ ແລະ ເຊື່ອ​ໝັ້ນ​ຢ່າງ​ແຮງວ່າ​ບັນ​ດາ​ຕົວ​ການ​ຂອງ​ເຫ​ດ​ການນີ້​ຈະ​ຖືກ​ລົງ​ໂທ​ດ​ຢ່າງ​ແຮງ.

ພາຍຫຼັງ​ເກີດເຫດ​ການ​, ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ປະ​ຈຳ ຈາ​ກາ​ຕາ ໄດ້​ສ້າງ​ຕັ້ງ​ໂທ​ລະ​ສັບ​ສາຍ​ດ່ວນ​ດ້ວຍ​ເບ​ີ​ໂທ +62811161025 ເພື່ອ​ກຽມ​ພ້ອມ​ໜູນ​ຊ່ວຍ​ພົນ​ລະ​ເມືອງ ຫວຽດ​ນາມ ທີ່ປະ​ສົບ​ເຄາະ​ຮ້າຍ. ຕາມ​ຂໍ້​ມ​ຸນ​ຂ່າວ​ຈາກ​ສະ​ຖານ​ທູ​ດ ຫວຽດ​ນາມ ປະ​ຈຳ ຈາ​ກາ​ຕາ, ຮອດ​ຈຸດ​ເວ​ລານີ້, ບໍ່​ມີ​ຂ​ໍ້​ມູນ​ຂ່າວ​ກ່ຽວ​ກັບ​ຊາວ ຫວຽດ​ນາມ ຖືກ​ເສຍ​ຊີ​ວິດ ຫຼື ຖືກ​ຮັບ​ບາດ​ເຈັບ​ໃນ​ເຫດ​ບຸກ​ໂຈມ​ຕີນີ້ເທື່ອ.”


ຂ່າວ/ບົດ​ອື່ນ