ຫວຽດນາມກຳນົດການພັດທະນາແບບຍືນຍົງແມ່ນເສັ້ນທາງຫນຶ່ງດຽວໃຫ້ແກ່ການພັດທະນາ

(VOVWORLD) -ຕອນເຊົ້າວັນທີ 5 ກໍລະກົດ ຢູ່ ຮ່າໂນ້ຍ, ສະພາແຫ່ງຊາດກ່ຽວກັບການພັດທະນາແບບຍືນຍົງ ແລະຍົກສູງກຳລັງແກ້ງແຍ້ງຂອງຫວຽດນາມ ໄດ້ສົມທົບກັບຫ້ອງການການຄ້າ ແລະ ອຸດສາຫະກຳ ຫວຽດນາມ (VCCI) ແລະ ທະນາຄານໂລກ ຈັດຕັ້ງກອງປະຊຸມທົ່ວປະເທດກ່ຽວກັບການພັດທະນາແບບຍືນຍົງປີ 2018.

ຫວຽດນາມກຳນົດການພັດທະນາແບບຍືນຍົງແມ່ນເສັ້ນທາງຫນຶ່ງດຽວໃຫ້ແກ່ການພັດທະນາ - ảnh 1 ກອງປະຊຸມທົ່ວປະເທດກ່ຽວກັບການພັດທະນາແບບຍືນຍົງປີ 2018

ພາບ:vietnam+

ເຂົ້າຮ່ວມກອງປະຊຸມ ມີຜູ້ແທນກວ່າ 600 ຄົນທີ່ຕາງຫນ້າໃຫ້ບັນດາອົງການລັດຖະບານ, ກະຊວງ ຂະແຫນງການ, ທ້ອງຖິ່ນ, ວິສາຫະກິດພ້ອມດ້ວຍຜູ້ຕາງຫນ້າບັນດາອົງການຈັດຕັ້ງສາກົນ.  ກອງປະຊຸມໄດ້ປຶກສາຫາລືກ່ຽວກັບບັນດາບັນຫາ ແລະ ມາດຕະການເພື່ອຊຸກຍູ້ການຮ່ວມມື ພາກລັດ- ພາກເອກະຊົນ ເພື່ອແນໃສ່ຍົກສູງກຳລັງຄວາມສາມາດແກ້ງແຍ້ງ ແລະ ພັດທະນາແບບຍືນຍົງຢູ່ຫວຽດນາມ ໃນໄລຍະຈະມາເຖິງ, ມ າດຕະການຊຸກຍູ້ການຮ່ວມມື ພາກລັດ - ພາກເອກະຊົນ ເພື່ອແນໃສ່ຍູ້ໄວວິວັດທະນາການປະຕິບັດຍຸດທະສາດເຕີບໂຕຂຽວ ແລະ ພັດທະນາແບບຍືນຍົງຂອງຊາດ. ທ່ານ ຫວູຕຽນລົກ, ປະທານ VCCI  ໃຫ້ຮູ້ວ່າ: ລັດຖະບານຫວຽດນາມ ກຳນົດການພັດທະນາແບບຍືນຍົງແມ່ນເສັ້ນທາງຫນຶ່ງດຽວໃຫ້ແກ່ການພັດທະນາ.

“ລັດຖະບານຫວຽດນາມ ແລະ ທະນາຄານໂລກ ໄດ້ຍົກອອກບົດລາຍງານ ຫວຽດນາມ ຮອດປີ 2035 ດ້ວຍຄວາມມຸ້ງຫວັງນຳຫວຽດນາມ ກາຍເປັນປະເທດມີລາຍຮັບປານກາງແມ່ນໃນລະດັບກວ່າ 10.000 USD ໃນປີ 2035 ແລະ ວາງອອກ 6 ມາດຕະການຫັນປ່ຽນໃຫຍ່ຂອງພື້ນຖານເສດຖະກິດ. ນອກນັ້ນ ດ້ວຍຄາດໝາຍຍົກສູງກຳລັງແກ້ງແຍ້ງ, ລັດຖະບານຫວຽດນາມ ໄດ້ປະກາດໃຊ້ມະຕິກ່ຽວກັບການປົວແປງສະພາບແວດລ້ອມແຫ່ງການດຳເນີນທຸລະກິດ, ຍົກສູງກຳລັງແກ້ງແຍ້ງແຫ່ງຊາດ. ດ້ວຍຄາດໝາຍນຳຫວຽດນາມກາຍເປັນຫນຶ່ງໃນ 4 ພື້ນຖານເສດຖະກິດມີກຳລັງແກ້ງແຍ້ງ ແລະ ລະບອບນະໂຍບາຍມີຄຸນນະພາບແຖວຫນ້າໃນອາຊຽນ.”

ຕອບກັບ

ຂ່າວ/ບົດ​ອື່ນ