ຫວຽດນາມ-ກຳປູເຈຍເພີ່ມທະວີການປ້ອງກັນ,ຕ້ານອາດຊະຍາກຳຂ້າມຊາດ

ຫວຽດນາມ-ກຳປູເຈຍເພີ່ມທະວີການປ້ອງກັນ,ຕ້ານອາດຊະຍາກຳຂ້າມຊາດ - ảnh 1
ທະຫານປ້ອງກັນຊາຍແດນແຂວງໄຕນີງ
(ພາບ: Lê Đức Hoảnh- TTXVN)

(vovworld) –ຕອນ​ບ່າຍ​ວັນ​ທີ 18/2, ຢູ່​ແຂວງ ​ໄຕ​ນີງ, ຫົວໜ້າ​ກອງ​ບັນຊາ​ການ​ທະຫານ​ປ້ອງກັນຊາ​ຍ​ແດນ​ແຂວງ ​ໄຕ​ນີງ (ຫວຽດນາມ) ​ແລະ ກອງບັນຊາ​ການ​ຕຳຫຼວດ​ຂອງ 3 ​ແຂວງ Kompongcham, Prayveng  ​ແລ​ະ Svairieng (ລາ​ຊະ​ອານາຈັກ ກຳປູ​ເຈຍ) ​ໄດ້​ເຊັນ​ຂໍ້​ຕົກລົງ​ກ່ຽວ​ກັບ​ການ​​ເພີ່ມ​ທະວີ​ວຽກ​ງານ​ຂີດ​ເສັ້ນ​ຊາຍ​ແດນ ​ແລະ ປັກ​ຫຼັກ​ໝາຍ​ຊາຍ​ແດນກໍ່​ຄືຕໍ່ສູ້​ປ້ອງ​ກັນ, ຕ້ານ​ອາດ​ຊະ​ຍາ​ກຳ​ຂ້າມ​ຊາ​ດລະຫວ່າງ 2 ປະ​ເທດ. 2 ຝ່າຍ​ເຫັນ​ດີ​ເປັນ​ເອກະສັນ 5 ​ເນື້ອ​ໃນ​ສົມທົບ​ກັນ​ໃນປີ 2014 ​​ແມ່ນ​ສືບ​ຕໍ່​ຮັກສາ​ສະຖຽນ​ລະ​ພາບ, ສະພາບ​ການ​ຄວາມ​ສະຫງົບຢູ່​ເຂດ​ຊາຍ​ແດນ, ຈັດ​ຕັ້ງ​ການລາດຕະ​ເວນ 2 ຝ່າຍ, ​ເພີ່ມ​ທະວີ​ການ​ຕໍ່ສູ້​ປ້ອງ​ກັນ, ຕ້ານ​ອາດຊະຍາ​ກຳ​ປະກອບ​ອາວຸດ, ​ການເຂົ້າ - ອອກ​ເມືອງ​ຢ່າງຜິດ​ກົດໝາຍ…​ເອົາ​ໃຈ​ໃສ່​ໂຄສະນາ​ເຜິ​ຍ​ແຜ່, ຂົນຂວາຍ​ປະຊາຊົນຢູ່​ເຂດ​ຊາຍ​ແດນ 2 ປະ​ເທດ​ຍົກ​ສູງ​ສະຕິ​ຄວາມ​ຮູ້​ດ້ານ​ກົດໝາຍ, ສ້າງ​​ເງື່ອນ​ໄຂ​ອຳນວຍ​ຄວາມ​ສະດວກ​​ເພື່ອໃຫ້​ປະຊາຊົນ ຫວຽດນາມ ​ແລະ ກຳປູ​ເຈຍ ​ໄປມາ​ຄ້າຂາຍ​ຢູ່​ເຂດ​ຊາຍ​ແດນ.

ຂ່າວ/ບົດ​ອື່ນ