ຫວຽດນາມກຳແໜ້ນກາລະໂອກາດຈາກບັນດາສັນຍາການຄ້າເສລີລຸ່ນໃໝ່

ຫວຽດນາມກຳແໜ້ນກາລະໂອກາດຈາກບັນດາສັນຍາການຄ້າເສລີລຸ່ນໃໝ່ - ảnh 1
ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເວືອງ​ດິ່ງ​ເຫ້ວ
ກ່າວ​ຄຳ​ເຫັນ​ທີ່​ພິ​ທີ​ໄຂກອງ​ປ​ະ​ຊຸມ​ສຳ​ມະ​ນາ
(ພາບ: VGP)

(vovworld) - ຫວຽດ​ນາມ​ກຳ​ແໜ້ນ​ກາ​ລະ​ໂອ​ກາດ​ຈາກ​ບັນ​ດາ​ສັນ​ຍາ​ການ​ຄ້າ​ເສ​ລີ​ລຸ່ນ​ໃໝ່, ນີ້​ແມ່ນ​ຫົວ​ຂໍ້​ຂອງກອງ​ປະ​ຊຸມ​ສຳ​ມະ​ນາ ໂດຍ​ກະ​ຊວງ​ອຸດ​ສາ​ຫະ​ກຳ​ການ​ຄ້າ​ຫວຽດ​ນາມ ສົມ​ທົບ​ກັບ​ກຸ່ມ​ທະ​ນາ​ຄານ​ໂລກ​ ຈັດ​ຕັ້ງ​ໃນ​ຕອນ​ເຊົ້າ​ວັນ​ທີ 15/06, ຢູ່​ຮ່າ​ໂນ້ຍ, ເພື່ອ​ແນ​ໃສ່​ຍົກ​ສູ​ງ​ຄວາມຮັບ​ຮູ້​ລ​ວມ​ຂອງ​ບັນ​ດາ​ຝ່າຍ​ທີ່​ກ່ຽວ​ຂ້ອງ​ເຖິງ​ບັນ​ດາ​ສິ່ງ​ທ້າ​ທາຍ, ກາ​ລະ​ໂອ​ກາດ ແລະ ຄວາມ​ສ່ຽງ​ເຊິ່ງ​ຫວຽດ​ນາມ ພວມ​ປະ​ເຊີນ​ໜ້າໃນ​ວິ​ວັດ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ ຕາມ​ທິ​ດ​ລວງ​ເລິກ. ກ່າວ​ຄຳ​ເຫັນ​ທີ່​ພິ​ທີ​ໄຂກອງ​ປ​ະ​ຊຸມ​ສຳ​ມະ​ນາ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເວືອງ​ດິ່ງ​ເຫ້ວ ຢືນຢ​ັນ​ວ່າ, ບັນ​ດາ​ສັນ​ຍາ​ການ​ຄ້າ​ເສ​ລີ​ລຸ່ນ​ໃໝ່​ຄື TPP ແລະ EVFTA ໄດ້​ເປີດກ​າ​ລະ​ໂອ​ກາດ​ອັ​ນໃຫຍ່​ຫຼວງ​ໃຫ້​ແກ່​ຫວຽດ​ນາມ ໂດຍ​ສະ​ເພາະ​ແມ​່ນ​ດ້ານ​ການ​ຄ້າ ແລະ ການ​ລົງ​ທຶນ. ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເວືອງ​ດິ່ງ​ເຫ້ວ ກ່າວ​ວ່າ.

        “ລັດ​ຖະ​ບານ​ຫວຽດ​ນາມ ພວມ​ເຮັດ​ຈົນ​ສຸດ​ຄວາມ​ສາ​ມາດ​ຂອງ​ຕົນເພື່ອ​ຮັບ​ປະ​ກັນ​ເສດ​ຖະ​ກິດ​ມະ​ຫາ​ພາກ​ເປັນ​ປົກ​ກະ​ຕິ, ຍ​ູ້​ແຮງ​ການ​ສ້າງ​ໂຄງ​ປະ​ກອບ​ພື້ນ​ຖານ​ເສດ​ຖະ​ກິດ​​ໂດຍສັງ​​ລວມ ​ຕິດ​ພັນກັບ​ບັນ​ດາ​ບັນ​ຫາ​ຈຸດ​ສຸ​ມ​ຄືນ​ໃໝ່​ຄື ສ້າງ​ໂຄງ​ປະ​ກອບ​ລັດ​ວິ​ສາ​ຫະ​ກິດ​ຄືນ​ໃໝ່, ສ້າງ​ໂຄງ​ປະ​ກອບ​ທະ​ນ​າ​ຄານ​ຄືນ​ໃໝ່ ດ້ວຍ​ຈຸດ​ສຸມ​ແ​ມ່ນ​ແກ​້​ໄຂ​ໜີ້ເສຍ…​ຢ່າງ​ມີ​ປະ​ສິດ​ທິ​ຜົນ. ເລື່ອງ​​ຮັກ​ສາ​ການຮັບ​ປະ​ກັນ​​ພື້ນ​ຖານ​ເສດ​ຖະ​ກິດມະ​ຫາ​ພາກ​ເປັນ​ປົກ​ກະ​ຕິ ແລະ ສ້າງ​ໂຄງ​ປະ​ກອບ​ພື້ນ​ຖານ​ເສດ​ຖະ​ກິດ​ໃຫ້​ສຳ​ເລັດ​ຄື​ນ​ໃໝ່, ແກ້​ໄຂ​ໜີ້​ເສຍ​ໃຫ້​ສຳ​ເລັດ ແລະ ຮັບ​ປະ​ກັນ​ຄວາມ​ປອດ​ໄພ​ຂອງ​ໜີ້​ສາ​ທາ​ລະ​ນະ ແມ່ນ​ເງື່ອນ​ໄຂ​ຕັດ​ສິນ​ຊີ້​ຂາດ ແລະ ແມ່ນ​ພື້ນ​ຖານ​ໃຫ້​ການ​ພັດ​ທະ​ນາ​ຢ່າງວ່ອງ​ໄວ ແລະ ໝັ້ນ​ຄົງ​ໃນ​ໄລ​ຍະ​ຈະ​ມາ​ເຖິງ ແລະ ເພື່ອ​ສາ​ມາດ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ ແລະ ພາກ​ພື້ນ​ຢ່າງ​ສຳ​ເລັດ​ຜົນ”.

        ກໍ່​ທີ່ກອງ​ປະ​ຊຸມ​ສຳ​ມະ​ນາ, ທ່ານ​ນາງ Victoria Kwa Kwa, ຮອງ​ປະ​ທານ​ພາກ​ພື້ນ​ອາ​ຊີ​ປາ​ຊີ​ຟິກ, ກຸ່ມ​ທະ​ນາ​ຄານ​ໂລກ ຢືນ​ຢັນ​ວ່າ.

        “ການ​ຄ້າ​ສາ​ກົນ​ໄດ້​ສ້າງ​ກາ​ລະ​ໂອ​ກາດ​ໃຫ້​ຫວຽດ​ນາມ ບໍ່​ພຽງ​ແຕ່​ໄດ້ສຳ​ພັດ​ກັບ​ຕະ​ຫຼາດ​ສາ​ກົນ​ເທົ່າ​ນັ້ນ ຫາກ​ຍັງ​​ໄດ້​ໝູນໃຊ້​ກາ​ລະ​ໂອ​ກາດ​ເຕັກ​ໂນ​ໂລ​ຊ​ີ ແລະ ແນວຄວາມ​ຄິດ​ຈາກ​ບັນ​ດາ​ປະ​ເທດ​ອື່ນ. ແຕ່​ສິ່ງ​ສຳ​ຄັນ​ກວ່ານັ້ນ​ ການ​ຄ້າ​ແມ່ນ​ມາດ​ຕະ​ຖານ​ເພື່ອ​​ປຽບ​ທຽບ ເຊິ່ງ​ຜ່ານນັ້​ນ​ພວມ​ເຮົາ​ສາມ​າດ​ວັດ​ແທກ​ກຳ​ລັງ​ແກ່ງ​ແຍ້ງ​ສາ​ກົນ​ຂອງ​ຫວຽດ​ນາມ ໄດ້. ກຸ່ມ​ທະ​ນາ​ຄານ​ໂລກ​ໃຫ້​ຄຳ​ໝັ້​ນ​ສັນ​ຍາ​ຈະ​ໜູນ​ຊ່ວຍ​ຫວຽດ​ນາມ ໃນ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຂຸດ​ຄົ້ນ​ບັນ​ດາ​ສັນ​ຍາ​ການ​ຄ້າ​ເສ​ລ​ີ​ລຸຸ່ນ​ໃໝ່​​ໃນ​ລະ​ດັບ​ສູນ​ສຸດ​”

ຂ່າວ/ບົດ​ອື່ນ