ຫວຽດນາມກຽມພ້ອມເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບ ສ.ປ.ຊ


    ຫວຽດນາມກຽມພ້ອມເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບ ສ.ປ.ຊ - ảnh 1
ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ສ.ປ.ຊ Ban ki moon ກ່າວ​ປາ​ໄສ​ທີ່ກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ເທື່ອ​ທີ 9 ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ​ຊຸດ​ທີ 13.

(vovworld)- ຕອນ​ບ່າຍ​ວັນ​ທີ 23/5, ຢູ່​ຮ່າ​ໂນ້ຍ, ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຫວຽດ​ນາມ​ໄດ້​ຈັດ​ກອງ​ປະ​ຊຸມ​ສະຫຼຸບ 1 ປີ​ແຫ່ງ​ການ​ປະ​ຕິບ​ັດ​ໜ້າ​ທີ່​ເຂົ້າ​ຮ່ວມ​ການ​ຮັກ​ສາ​ສັນ​ຕິ​ພາບ ສ.ປ.ຊ; ປະ​ກາດ​ໂຄງ​ການ​ສ້າງ​ສູນ​ຮັກ​ສາ​ສັນ​ຕິ​ພາບ​ຫວຽດ​ນາມ. ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຫວຽດ​ນາມ ຝ້າມ​ບິງ​ມິນ; ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ສ.ປ.ຊ Ban ki moon ; ພ້ອມ​ກັບ​ຜູ້​ຕາງ​ໜ້າ ສ.ປ.ຊ , ສະ​ຖານ​ທູດ, ທູດ​ທະ​ຫານ​ປະ​ເທດ​ຕ່າງໆ​ປະ​ຈຳ​ຫວຽດ​ນາມ ແລະ ການ​ນຳ​ບາງ​ກະ​ຊ​ວງ, ຂະ​ແໜງ​ການ ໄດ້ເຂົ້າ​ຮ່ວມ​ຢ່າງ​ພ້ອມ​ພຽງ. ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຫວຽດ​ນາມ ຝ້າມ​ບິງ​ມິນ ໄດ້​ຊີ້​ແຈ້ງວ່າ ການ ເຂົ້າ​ຮ່ວມ​ການ​ຮັກ​ສາ​ສັນ​ຕິ​ພາບ ສ.ປ.ຊ ແມ່ນ​ໜ້າ​ທີ່ອັນ​ຫຍຸ້ງ​ຍາກ ແຕ່​ສູງ​ສົ່ງ​ທີ່​ສຸດ. ບັນ​ດາ​ນາຍ​ທະ​ຫານ​ກອງ​ທັບ​ປະ​ຊາ​ຊົນຫວຽດ​ນາມຈະ​ແມ່ນ​ທູດ​ສັນ​ຕິ​ພາບ​ຂອ​ງ​ຫວຽດ​ນາມ​ອອກ​ສູ່​ກັບ​ໂລກ, ໄປ​ຍັງ​ບັນ​ດາ​ປະ​ເທດ​ທີ່​ພວມ​ມີ​ຄວາມ​ຫວັງ​ມີ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ ແລະ ວັດ​ທະ​ນ​າ​ຖາ​ວອນ.

    ໃນ​ຕອນ​ບ່າຍ​ຂອງວັນ​ດຽວ​ກັນ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ສ.ປ.ຊ Ban ki moon ໄດ້​ເຂົ້າ​ຮ່ວມ ແລະ ກ່າວ​ປາ​ໄສ​ທີ່ກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ເທື່ອ​ທີ 9 ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ​ຊຸດ​ທີ 13. ໂດຍ​ຕາງ​ໜ້າ​ສະ​ພາ​ແຫ່ງ​ຊ​າດ, ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ຫງວຽນ​ຊິງ​ຮຸ່ງ ໄດ້​ຢື​ນ​ຢັນ​ວ່າ ບົນ​ຈິດ​ໃຈ​ເຄົາ​ລົບ​ສິດ​ທິ​ມະ​ນຸດ, ສິດ​ປະ​ຊາ​ທິ​ປະ​ໄຕ, ສິດ​ເອ​ກະ​ລາດ ອິດ​ສະຫຼະ​ພາບ​ຂອງ​ບັນ​ດາ​ປະ​ເທດ​ໃນ​ໂລກ, ຫວຽດ​ນາມ ຍາມ​ໃດ​ກໍ​ເປັນ​ເຈົ້າ​ການ​ເຂົ້າ​ຮ່ວມ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ບັນ​ດາ​ອົງ​ການ ສ.ປ.ຊ ແລະ ຂອງ​ສະ​ຫະ​ພັນ​ລັດ​ຖະ​ສະ​ພາ​ສາ​ກົນ ຊຶ່ງ​ຜົນ​ສຳ​ເລັດ​ຂອງກອງ​ປະ​ຊຸມ IPU 132 ດ້ວຍ​ຖະ​ແຫຼງ​ການ​ຮ່າ​ໂນ້ຍ ໃນ​ເວ​ລາ​ທີ່​ຜ່ານ​ມາ​ແມ່ນ​ພະ​ຍານຫຼັກ​ຖານຢັ້ງ​ຢື​ນ.

ຕອນ​ຄ່ຳ​ວັນ​ດຽວ​ກັນ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ສ.ປ.ຊ Ban ki moon ພ້ອມ​ດ້ວຍ​ພັນ​ລະ​ຍາ​ໄດ້​ອອກ​ຈາກ​ຮ່າ​ໂນ້ຍ ສິ້ນ​ສຸດ​ການ​ຢ້ຽມ​ຢາມ​ຫວຽດ​ນາມ​ຢ່າງ​ເປັນ​ທາງ​ການ.

ຕອບກັບ

ຂ່າວ/ບົດ​ອື່ນ