ຫວຽດນາມຄຶກຄຶ້ນມ່ວນຊື່ນ ໃນວັນຄຼິດສມາດ

    ຫວຽດນາມຄຶກຄຶ້ນມ່ວນຊື່ນ ໃນວັນຄຼິດສມາດ - ảnh 1

ຕອນ​ຄ່ຳ​ວັນ​ທີ່ 24 ທັນວາ ບັນຍາກາດ​ຕ້ອນຮັບ​ວັນ​ບຸນຄຼິດສມາດ​ໄດ້​ຟົດ​ຟື້ນ​ໄປ​ທົ່ວ​ປະ​ເທດ​ຫວຽດນາມ. ຢູ່​ຮ່າ​ໂນ້ຍ,ຢູ່​ຕາມ​ໂບດ, ຮ້ານ​ຄ້າ, ໂຮງ​ແຮມ ໃນຖະໜົນສາຍ ​ຕ່າງໆລ້ວນ​ແຕ່​ໄດ້​ຮັບ​ການ​ປະດັບ​ປະດາ​ຢ່າງ​ສວຍ​ງາມ ດ້ວຍ​ຕົ້ນ​ແປກ, ສັນ​ເຕີ​ໂຄດ. ທຸກໆ​ຄົນ​ຕ່າງ​ກໍ່​ມ່ວນ​ຊື່ນ​ດ້ວຍ​ໃບ​ໜ້າ​ສີ​ຕາ​ຍິ້ມ​ແຍ່​ມ​ແຈ່​ມ​ໃສ, ສຽງ​ເວົ້າ​ນົວຫົວນວນ ປະສານ​ກັບ​ສຽງ​ດົນຕີ​ໃນວັນ​ບຸນ ຄຼິດສມາດ ​ເປັນ​ໜ້າ​ປະ​ທັບ​ໃຈ​ອີ່ຫຼີ. ນັກ​ສຶກສາ ຫງວຽນ​ ແທງ​ງ່າ​ ສັງກັດ​ໂຮງຮຽນ​ວິທະຍາ​ໄລ​ທ່ອງ​ທ່ຽວ​ຮ່າ​ໂນ້ຍ​ເປີດ​ເຜີຍ​ວ່າ : “ຕ້ອນຮັບ​ວັນ​ບຸນຄຼິດສມາດ, ພວກ​ນ້ອງ​ໄປ​ໜອງ ​ໂຮ່​ເກືອ​ມ ​ແລະ ​​ເຂົ້າໂບດ​ເພື່ອ​ເຫັນ​ປະຈັກ​ຕາ​ບັນຍາກາດ ຕ້ອນຮັບ​ວັນ​ບຸນຄຼິດສມາດ, ​ເວົ້າ​ລວມ​ແລ້ວ ​ແມ່ນ​ງາມ​ຫຼາຍ. ​ວັນ​ບຸນຄຼິດສມາດປີ​ນີ້ ມີ​ຄວາມ​ສະດວກ​ກ່ວາ​ທຸກ​ປີ, ​ເພາະວ່າວັນ​ບຸນຄຼິດສມາດກົງ​ກັບ​ວັນອາທິດ, ດັ່ງນັ້ນ​ຈຶ່ງ​ມີ​ເວລາ​ໄປ​ທ່ຽວ​ຫຼິ້ນ ”

  ສ່ວນ​ອ້າຍ ມາຍ​ກ​​ເລນ ນັກ​ປະພັນ​ຊາວ​ຝະລັ່ງ​ຊຶ່ງ​ໄດ້​ເຮັດ​ວຽກ​ຢູ່​ຫວຽດນາມ ​ເປັນ​ເວລາ 5 ປີ ​ໃຫ​້ຮູ້​ວ່າ : “ ຂ້າພະ​ເຈົ້າ​ຄິວ່າ ປະຈຸ​ບັນ​ການ​ດຳລົງຊີວິດ​ຂອງ​ຂ້າພະ​ເຈົ້າ​ແມ່ນ​ຕິດ​ພັນ​ກັບ​ຫວຽດນາມ. ວັນ​ບຸນຄຼິດສມາດຢູ່​ຝະລັງ ກັບ​ບຸນ​ເຕັດ​ຢູ່​ຫວຽດນາມ​ແມ່ນ​ຄ້າຍຄື​ກັນ. ຂ້າພະ​ເຈົ້າ​ຈະ​ແຕ່ງກິນ ​ແລະ ​ເຊື້ອ​ເຊີນ​ໝູ່​ເພື່ອນ​ມາ​ຫຼິ້ນ​ຢ່າງ​ເບີກບານ​ມ່ວນ​ຊື່ນ ”

ຂ່າວ/ບົດ​ອື່ນ