ຫວຽດນາມຄັດຄ້ານບັນດາການກະທຳກໍ່ສ້າງ,ເປີດກວ້າງຂອງຕ່າງປະເທດໃນບັນດາຫາດດອນຫີນຢູ່ເຂດໝູ່ເກາະຮ່ວາງຊາ,ເຈື່ອງຊາ

ຫວຽດນາມຄັດຄ້ານບັນດາການກະທຳກໍ່ສ້າງ,ເປີດກວ້າງຂອງຕ່າງປະເທດໃນບັນດາຫາດດອນຫີນຢູ່ເຂດໝູ່ເກາະຮ່ວາງຊາ,ເຈື່ອງຊາ - ảnh 1
(ທ່ານ​ນາງ​ຮອງ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທ​ດຫວຽດນາມ ຟ້າ​ມທູ​ຮັ່ງ)

(vovworld) – ວັນ​ທີ 26/09, ​ເມື່ອ​ຕອບ​ສຳພາດ​ຕໍ່​ນັກ​ຂ່າວ​ກ່ຽວ​ກັບ​ປະຕິກິລິຍາ​ຂອງ​ຫວຽດນາມ ສຳລັບ​ການ​ຕອບ​ສຳພາດ​ຕໍ່ສື່​ມວນ​ຊົນ​ອາ​ເມລິ​ກາ ຫວ່າງແລ້ວນີ້​ຂອງ​ການ​ນຳ​ຈີນ ກ່ຽວ​ຂ້ອງ​ເຖິງ​ໝູ່​ເກາະ​​ເຈືອງ​ຊາຂອງ​ຫວຽດນາມ. ທ່ານ​ນາງ​ຮອງ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທ​ດຫວຽດນາມ ຟ້າ​ມທູ​ຮັ່ງ, ຊີ້​ແຈ້ງວ່າ, ຫວຽດນາມ ມີ​ພະຍານ​ຫຼັກ​ຖານດ້ານ​ກົດໝາຍ ​ແລະ ພະຍານ​ຫຼັກ​ຖານ​ດ້ານ​ປະຫວັດສາດ​ຢ່າງ​ພຽງ​ພໍ ​ເພື່ອ​ຢັ້ງຢືນ​ອະ​ທິປະ​ໄຕ​ຂອງ​ຫວຽດນາມ ສຳລັບ​ໝູ່​ເກາະ​ຮ່ວາງ​ຊາ ​ແລະ ​ເຈື່ອງ​ຊາ. ທຸກ​ການ​ກະທຳ​ກໍ່​ສ້າງ, ​ເປີດ​ກວ້າງ​ຂອງ​ຕ່າງປະ​ເທດ ​ໃນ​ບັນດາຫາດ​ດອນ​ຫີນ​ຢູ່​ເຂດ​ໝູ່​ເກາະ​ຮ່ວາງ​ຊາ,​ ເຈື່ອງ​ຊາ ​ເຊິ່ງບໍ່​ໄດ້​ຮັບ​ການ​ອະນຸຍາດ​ຈາກ​ລັດ​ຖະບານຫວຽດນາມ ​ລ້ວນ​ແຕ່​​ຜິດ​ກົດໝາຍ ​ແລະ ບໍ່​ມີ​ຄຸ​ນຄ່າ. ທ່ານ​ນາງ ຟ້າ​ມທູ​ຮັ່ງ ຖ​ະ​ແຫຼ​ງວ່າ, ຫວຽດນາມ ຕັດສິນ​ໃຈ​ຄັດຄ້ານ​ບັນດາ​ການ​ກະທຳ​ດັ່ງກ່າວ ​ແລະ ສະ​ເໜີ​ໃຫ້ບັນດາ​ຝ່າ​ຍທີ່​ກ່ຽວ​ຂ້ອງປະຕິບັດ​ຖະ​ແຫຼ​ງການ​ກ່ຽວ​ກັບ​ການ​ປະພຶດ​ຂອງ​ຝ່າຍຕ່າງໆ​ຢູ່ທະ​ເລ​ຕາ​ເວັນ​ອອກ (DOC) ຢ່າງ​​ເຂັ້ມ​ງວດ, ປະກ​ອບສ່ວນ​ເຂົ້າ​ໃນ​ການ​ຮັກສາ​ສັນຕິ​ພາບ, ສະຖຽນ​ລະ​ພາບ​ຢ່າງ​ແທດ​ຈິງ​ຢູ່​ທະ​ເລ​ຕາ​ເວັນ​ອອກ.

ຂ່າວ/ບົດ​ອື່ນ