ຫວຽດນາມຄັດຄ້ານບັນດາຂໍ້ອ້າງຂອງຈີນກ່ຽວກັບອະທິປະໄຕຢູ່ທະເລຕາເວັນອອກ

ຫວຽດນາມຄັດຄ້ານບັນດາຂໍ້ອ້າງຂອງຈີນກ່ຽວກັບອະທິປະໄຕຢູ່ທະເລຕາເວັນອອກ - ảnh 1
ການ​ເຄື່ອນ​ໄຫວກໍ່​ສ້າງ​ເກາະ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ຂອງ​ຈີນ
ພາບ​ປະ​ກອບ:internet

(vovworld)- ​​ຄັດ​ຄ້ານ​ບົດ​ຂຽນ​ຂອງທ່ານ ຊູ​ບູ ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ຈີນ ປະ​ຈຳ ອາ​ຊຽນ ທີ່​ລົງ​ພິມ​ໃນ​ຫນັງ​ສື​ພິມ Jakarta Post ດ້ວຍ​ຫົວ​ຂໍ້​ວ່າ: "ຮັກ​ສາ​ສັນ​ຕິ​ພາບ ແລະ ສະ​ຖຽນ​ລະ​ພາບ​ຢູ່ ທະ​ເລ​ຕາ​ເວັນ​ອອກ” ຫວ່າງ​ແລ້ວນີ້, ໃນ​ນັ້ນ ຍົກ​ອອກ​ຂໍ້​ອ້າງ​ທີ່ເສກ​ສັ້ນ​ປັ້ນ​ແຕ່ງ ເພື່ອຢັ້ງ​ຢືນ​ອະ​ທິ​ປະ​ໄຕ​ຂອງ​ຈີນ ຢູ່ ທະ​ເລ​ຕາ​ເວັນ​ອອກ ກໍ​ຄື​ແກ້​ຄວາມ ແກ່​ການ​ກະ​ທຳ​ຂອງ​ປະ​ເທດນີ້​ຢູ່​ທະ​ເລ​ຕາ​ເວັນ​ອອກ, ທ່ານ ຮ່​ວາງ​ແອງຕວນ​ ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ປະ​ຈຳ ອິນ​ໂດ​ເນ​ເຊຍ  ​ໄດ້​ມີ​ບົດ​ຂຽນ​ດ້ວຍ​ຫົວ​ຂໍ້​ວ່າ: “ບັນ​ດາ​ການ​ຜັນ​ແປ​ໃຫມ່​ເປັນ​ຫນ້າ​ວິ​ຕົກ​ກັງ​ວົນ​” ​ເຊິ່ງ​ໄດ້​ລົງ​ພິມ​ໃນ​ຫນັງ​ສື​ພິມ “Jakarta Post” ເພື່ອ​ປະ​ຕິ​ເສດ​ບັນ​ດາ​ຂໍ້​ອ້າງ​ທີ່​ຂາດ​ຄວາມ​ເກ້ຍ​ກ່ອມນີ້. ພ​າຍ​ຫລັງ​ຍົກ​ອອກ​ບັນ​ດາ​ພະ​ຍານ​ຫລັກ​ຖານ​ທີ່​ວ່າ ໝູ່​ເກາະ ຮ່​ວາງ​ຊາ ແລະ ເຈື່ອງ​ຊາ ແມ່ນ​ຂຶ້ນ​ກັບ​ອະ​ທິ​ປະ​ໄຕ​ ຂອງ​ຫວຽດ​ນາມ ທີ່ບໍ່​ສາ​ມາດ​ປະ​ຕິ​ເສດ​ໄດ້ ​ ແລະ ຄັດ​ຄ້ານ​ບັນ​ດາ​ຂໍ້​ອ້າງ​ ທີ່ “ຝືນ​ກັບ​ຄວາມ​ຈິງ” ຂອງ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຊຸ​ບູ, ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຮ່​ວາງ​ແອງ​ຕວນ ໄດ້​ຍົກ​ອອກ 3 ຂໍ້​ສະ​ເຫນີ​ເພື່ອ​ໃຫ້ ຈີນ ຫັນ​ບັນ​ດາ​ຄຳ​ເວົ້າ​ຮັກ​ສາ ແລະ ສະ​ຖຽນ​ລະ​ພາບ​ຢູ່ ທະ​ເລ​ຕາ​ເວັນ​ອອກ ໃຫ້​ປະ​ກົດ​ຜົນ​ເປັ​ນ​ຈິງ. ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຮ່​ວາງ​ແອງ​ຕວນ ຖື​ວ່າ: ນີ້​ແມ່ນ​ບາດ​ກ້າວ​ທຳ​ອິດ ແລະ ສຳ​ຄັນ ເພື່ອ​ສ້າງ​ສະ​ພາບ​ແວດ​ລ້ອມ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ​ໃຫ້​ແກ່ ພາກ​ພື້ນ ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ແລະ ສິ່ງນີ້ ຈະ​ນຳ​ມາ​ເຊິ່ງ​ບັນ​ດາ​ຜົນ​ປະ​ໂຫຍດ​ຍາວ​ນານ​ໃຫ້​ຈີນ.

 

ຂ່າວ/ບົດ​ອື່ນ