ຫວຽດນາມຄັດຄ້ານເລື່ອງຈີນນຳຮ້ານເຈາະນຳ້ມັນເຂົ້າເຄື່ອນໄຫວຢູ່ເຂດທະເລຮ່ວາງຊາຂອງຫວຽດນາມ

ຫວຽດນາມຄັດຄ້ານເລື່ອງຈີນນຳຮ້ານເຈາະນຳ້ມັນເຂົ້າເຄື່ອນໄຫວຢູ່ເຂດທະເລຮ່ວາງຊາຂອງຫວຽດນາມ - ảnh 1
ຮ້ານເຈາະນ້ຳມັນ ໄຮຢາງ 981 ຂອງຈີນ
ພາບ:thegioi24h.net

(vovworld)- ​ ວັນ​ທີ 9/5, ທ່ານ ຫວໍ​ກົງ​ແຈງ, ປະທານ​ຄະນະ​ກຳມະການ​ປະຊາຊົນ​ເມືອງ ຮ່ວາງ​ຊາ, ນະຄອນ ດາ​ຫນັງ ມີ​ເອກະສານ​ຄັດຄ​້ານ​ ຈີນ ນຳ​ຮ້ານ​ເຈາະ​ນຳ້ມັນໄຮຢາງ 981 ​​ແລະ ບັນດາ​ກຳ​ປັ່ນ​ປ້ອງ​ກັນເຂົ້າ​ເຄື່ອນ​ໄຫວ​ຢູ່ ​ເຂດ​ທະ​ເລ ຮ່ວາງ​ຊາ ນະຄອນ ດາ​ຫນັງ. ​ໂດຍ​ແມ່ນ​ອົງການ​ປົກຄອງ​ທ້ອງ​ຖິ່ນ ​​ໄດ​້ຮັບ​ການ​ມອບ​ໝາຍ​ຈາກ​ລັດ​ເພື່ອ​ຄຸ້ມ​ຄອງ​ເມືອງ​ເກາະ ຮ່ວາງ​ຊາ, ພວກ​ຂ້າພະ​ເຈົ້າ​ຄັດຄ້ານ​ຢ່າງ​ແຮງ​ຕໍ່​ຝ່າຍ​ຈີນ

ທີ່​ໄດ້​ລະ​ເມີດ​ກົດໝາຍ​ສາກົນ, ລະ​ເມີດ​ບັນດາ​ຫລັກການ ​ແລະ ຂໍ້​ຕົກລົງ​ແກ້​ໄຂ​ບັນຫາ​ບົນ​ທະ​ເລ, ​ເຮັດ​ໃຫ້ການ​ພົວພັນ​ມິດຕະພາບ, ການ​ຮ່ວມ​ມື​ລະຫວ່າງ ຫວຽດນາມ ​ແລະ ຈີນ ​ແລະ ບັນດາ​ທ້ອງ​ຖິ່ນ​ຂອງ​ສອງ​ຝ່າຍ​ຊົ່ວ​ຮ້າຍ​ລົງ. ພວກ​ຂ້າພະ​ເຈົ້າ​ເດັດດ່ຽວ​ຮຽກຮ້ອງ​​ ຝ່າຍ ຈີນ ຈົ່ງ​ເຄົາລົບ ​ແລະ ປະຕິບ​ັດຢ່າງ​ເຂັ້ມ​ງວດ ສົນທິສັນຍາ ສປຊ ກ່ຽວ​ກັບ​ກົດໝາຍ​ທະ​ເລ​ປີ 1982, ຖະ​ແຫລ​ງການ​ກ່ຽວ​ກັບ​ການ​ປະພຶດ​ຂອງ​ບັນດາ​ຝ່າຍ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2002(DOC), ບັນດາ​ຂໍ້​ຕົກລົງ​ກ່ຽວຂ້ອງ​ລະຫວ່າງ​ການ​ນຳ​ຂັ້ນ​ສູງ​ສອງ​ປະ​ເທດ​, ຖອນ​ຮ້ານ​ເຈາະ​ນ້ຳມັນ ​ແລະ ບັນດາ​ກຳ​ປັ່ນ​ອອກ​ຈາກ​ເຂດ​ທະ​ເລ​ຂອງ​ຫວຽດນາມ, ​ແກ້​ໄຂ​ຄວາມ​ຂັດ​ແຍ້​ງ, ການ​ພິພາດ​ໂດຍ​ສັນຕິ​ວິທີ.

​ເມື່ອ​ຕອບ​ສຳພາດ​ຕໍ່​ນັກ​ຂ່າວ​ວິທະຍຸ​ກະຈາຍສຽງ​ຫວຽດນາມ, ດຣ ວິທະຍາສາດ ​ເລືອ​ງວັນ​ເກ, ມະຫາວິທະຍາ​ໄລ​ແຫ່ງ​ຊາດ ຮ່າ​ໂນ້ຍ ຖື​ວ່າ:

“ການ​ກະທຳ​ຂອງ​ຈີນ ​ໄດ້​ກໍ່​ຄວາມ​ຂາດ​ສະຖຽນ​ລະ​ພາບ​ຍິ່ງ​ໃຫຍ່, ບໍ່​ພຽງ​ແຕ່​ສຳລັບ​ບັນດາ​ປະ​ເທດ​ແຄມ​ທະ​ເລ​ຕາ​ເວັນ​ອອກ​ເທົ່າ​ນັ້ນ ຫາກ​ເຮັດ​ໃຫ້​ບັນດາ​ປະ​ເທດ​ມະຫາ​ອຳນາດ​ຕ້ອງ​​ສົນ​ໃຈ​ອີກ​ດ້ວຍ.  ຂ້າພະ​ເຈົ້າ​ຄິດ​ວ່າ ການ​ກະທຳ​ຂອງ​ຈີນ ຈະ​ສົ່ງ​ຜົນ​ສະທ້ອນ​ເຖິງ​ຄວາມ​ໝັ້ນຄົງ​ທົ່ວ​ໂລກ,​ ຊ້ຳ​ບໍ່​ໜຳ ມັນ​ອາດ​ຈະ​ກໍ່​ໃຫ້​ເກ​ີດວິ​ກິດ​ການ​ບໍ່​ພຽງ​ແຕ່​ດ້ານ​ການ​ເມືອງ​ເທົ່າ​ນັ້ນ ຫາກ​ນັບ​ທັງ​ດ້ານ​ເສດຖະກິດ​ອີກ​ດ້ວຍ.”

 

 

 


ຂ່າວ/ບົດ​ອື່ນ