ຫວຽດນາມຄັດຄ້ານແລະຮຽກຮ້ອງຈີນຢຸດຕິທຸກການເຄື່ອນໄຫວກໍ່ສ້າງເປີດກວ້າງຢູ່ໝູ່ເກາະເຈື່ອງຊາ

ຫວຽດນາມຄັດຄ້ານແລະຮຽກຮ້ອງຈີນຢຸດຕິທຸກການເຄື່ອນໄຫວກໍ່ສ້າງເປີດກວ້າງຢູ່ໝູ່ເກາະເຈື່ອງຊາ - ảnh 1
ທ່ານ​ນາງ ຟ້າມ​ທິ​ທູ​ຮັ່ງ, ຮອງ​ໂຄ​ສົກ​ກະ​ຊວງ
​ການ​ຕ່າງ​ປະ​ເທດ​ຫວຽດ​ນາມ
ພາບ:dddn.com


(vovworld)-​ທີ່​ການ​ປະ​ຊຸມ​ຂ່າວ​ນັດ​ສາ​ມັນ​ຂອງ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຫວຽດ​ນາມ ໃນ​ຕອນ​ບ່າຍ​ວັນ​ທີ 5/3, ຢູ່ ຮ່າ​ໂນ້ຍ, ທ່ານ​ນາງ ຟ້າມ​ທິ​ທູ​ຮັ່ງ, ຮອງ​ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຫວຽດ​ນາມ ໄດ້​ປະ​ກາດ​ກ່ຽວ​ກັບ​ການ​ເຄື່ອນ​ໄຫວ​ການ​ຕ່າງ​ປະ​ເທດ​ຂອງ​ຫວຽດ​ນາມ​ໃນ​ໄລ​ຍະ​ຈະ​ມາ​ເຖິງ, ໃນ​ນັ້ນ ມີ​ການ​ຢ້ຽມ​ຢາມ ເຖິງ ຈີນ ແລະ ອາ​ເມ​ລິ​ກາ ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ​ຈ້ອງ ໃນ​ໄລ​ຍ​ະ​ຈະ​ມາ​ເຖິງ ເນື່ອງ​ໃນ​ໂອ​ກາດ​ສະ​ເຫລີມ​ສະ​ຫລອງ 65 ປີ ແຫ່ງວັນ​ສ້າງ​ສາຍ​ພົວ​ພັນ​ທາງ​ການ​ທູດ​ລະ​ຫວ່າງ ຫວຽດ​ນາມ ແລະ ຈີນ ແລະ ສະ​ເຫລີມ​ສະ​ຫລອງ 20 ປີ​ແຫ່ງວັນ​ສ້າງ​ຕັ້ງ​ສາຍ​ພົວ​ພັນ​ທາງ​ການ​ທູດ​ລະ​ຫວ່າງ ຫວຽດ​ນາມ ແລະ ອາ​ເມ​ລິ​ກາ.

ເມື່ອ​ຕອບ​ຄຳ​ຖາມ​ຕໍ່​ນັກ​ຂ່າວ​ກ່ຽວ​ກັບ​ເລື່ອງ ຈີນ ກໍ່​ສ້າງ​ເປີດກວ້າງ​​ຢູ່ໝູ່​ເກາະ​ເຈື່ອງ​ຊາ ຂອງ​ຫວຽດ​ນາມ, ອະ​ນຸ​ຍາດ​ໃຫ້​ຕັ້ງ​ປ້ອ​ມ ແລະ ເດີນ​ບິນ​ການ​ທະ​ຫານ, ທ່ານ​ນາງ​ຮອງ​ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຫວຽດ​ນາມ ຢືນ​ຢັນ ທັດ​ສະ​ນະ​ຂອງ​ຫວຽດ​ນາມ ກ່ຽວ​ກັບ​ສິ່ງ​ດັ່ງ​ກ່າວ​ແມ່ນ​ຈະ​ແຈ້ງ ແລະ ສະ​ເຫມີ​ຕົ້ນ​ສະ​ເຫມີ​ປາຍ. ຫວຽດ​ນາມ​ມີ​ພະ​ຍານ​ຫລັກ​ຖານ​ດ້ານ​ກົດ​ໝາຍ​ ແລະ ປະ​ຫວັດ​ສາດ​ຢ່າ​ງ​ຄົບ​ຖ້ວນ ເພື່ອ​ຢືນ​ຢັນ​ອະ​ທິ​ປະ​ໄຕ​ຂອງ​ຕົນ​ຢູ່​ສອງ​ໝູ່​ເກາະ ຮ່​ວາງ​ຊາ ແລະ ເຈື່ອງ​ຊາ.  ເລື່ອງ​ ຈີນ ກໍ່​ສ້າງ​ເປີດກວ້າງ​ຢ່າງ​ຜິດ​ກົດ​ໝາຍ​ຢູ່​ໝູ່​ເກາະ ເຈື່ອງ​ຊາ ບໍ່​ພຽງ​ແຕ່​ລ່ວງ​ລ້ຳ​ອະ​ທິ​ປະ​ໄຕ​ຂອງ​ຫວຽດ​ນາມ​ເທົ່າ​ນັ້ນ ຫາກ​ຍັງ​ລະ​ເມີດ​ຖະ​ແຫລງ​ການ​ກ່ຽວ​ກັບ​ການ​ປະ​ພຶດ​ຂອງ​ບັນ​ດາ​ຝ່າຍ​ຢູ່​ທະ​ເລ​ຕ​າ​ເວັນ​ອອກ ທີ່​ໄດ້​ລົງ​ນາມ​ລະ​ຫວ່າງ ຈີນ ແລະ ອາ​ຊຽນ. ຫວຽດ​ນາມ ຄັດ​ຄ້ານ ແລະ ຮຽກ​ຮ້ອງ​ຈີນ ຢຸດ​ຕິ​ບັນ​ດາ​ການກ​ະ​ທຳ​ຜິດ​ພາດ​ດັ່ງ​ກ່າວ​ຢ່າງ​ທັນ​ທີ.

ຂ່າວ/ບົດ​ອື່ນ