ຫວຽດ​ນາມ​ຄວນ​ຍາດ​ແຍ່ງ​ທ່າ​ແຮງມ​ີ​ແຫຼ່ງ​ເງິນ​ທຶນ​ກ້ອນໃຫ​ຍ່ ​ຈ​າກ​ຕ່າງ​ປະ​ເທດ

(VOVWORLD) -ຕອນເຊົ້າວັນທີ 29 ສິງຫາ, ຢູ່ມະຫາວິທະຍາໄລແຫ່ງຊາດ ສິງກະໂປ, ເວທີປາໄສເສດຖະກິດ ອາຊີ 2019 ໄດ້ໄຂຂຶ້ນດ້ວຍການເຂົ້າຮ່ວມຂອງ 150 ນັກຊ່ຽວຊານ, ນັກຮຽນຮູ້ ແລະ ບັນດາຜູ້ແທນທີ່ມາຈາກ 10 ປະເທດຂອງ ອາຊຽນ ແລະ ບັນດາປະເທດຈຳນວນໜຶ່ງ. 
ຫວຽດ​ນາມ​ຄວນ​ຍາດ​ແຍ່ງ​ທ່າ​ແຮງມ​ີ​ແຫຼ່ງ​ເງິນ​ທຶນ​ກ້ອນໃຫ​ຍ່ ​ຈ​າກ​ຕ່າງ​ປະ​ເທດ - ảnh 1ທ່ານປະລິນຍາເອກ Tan Khee Giap, ປະທານຄະນະກຳມະການແຫ່ງຊາດກ່າວຄຳເຫັນໄຂເວທີປາໄສ (ພາບ: TTXVN) 

 ຫົວຂໍ້ຕົ້ນຕໍຂອງບັນດາການປຶກສາຫາລືຢູ່ເວທີປາໄສແມ່ນ ລັກສະນະແກ້ງແຍ້ງດ້ານເສດຖະກິດ ແລະ ສະມັດຕະພາບແຮງງານທີ່ໄດ້ຮັບການດັດປັບຕາມຄຸນນະພາບຂອງບັນດາພື້ນຖານເສດຖະກິດ ອາຊຽນ, ຈີນ ແລະ ອິນເດຍ.

        ຕອບສຳພາດຕໍ່ນັກຂ່າວຂອງສຳນັກຂ່າວສານ ຫວຽດນາມ ກ່ຽວກັບລັກສະນະແກ້ງແຍ້ງຂອງພື້ນຖານເສດຖະກິດ ຫວຽດນາມ, ທ່ານປະລິນຍາເອກ Tan Khee Giap, ປະທານຄະນະກຳມະການແຫ່ງຊາດກ່ຽວກັບການຮ່ວມມືເສດຖະກິດປາຊີຟິກ ຂອງສິງກະໂປ, ໄດ້ຊີ້ແຈ້ງວ່າໃນການ ຈັດອັນດັບປະຈຳປີກ່ຽວກັບລັກສະນະແກ້ງແຍ້ງດ້ານເສດຖະກິດຂອງ 10 ປະເທດ ອາຊຽນ, ຫວຽດນາມ ຢືນຢູ່ອັນດັບທີ 7 ໃນໄລຍະຍາວ. ພ້ອມທັງຖືວ່າ ຫວຽດນາມຕ້ອງມານະພະຍາຍາມໃຫ້ຫຼາຍກ່ວາອີກ, ພິເສດໃນການສ້າງຕັ້ງບັນດາເຂດເສດຖະກິດພິເສດ.

ຕອບກັບ

ຂ່າວ/ບົດ​ອື່ນ