ຫວຽດນາມຄວ້າໄດ້ຫຼຽນຄຳ39ຫຼຽນຢູ່ການແຂ່ງຂັນລ້ອຍນ້ຳບັນດາເກນອາຍຸອາຊີຕາເວັນອອກ

ຫວຽດນາມຄວ້າໄດ້ຫຼຽນຄຳ39ຫຼຽນຢູ່ການແຂ່ງຂັນລ້ອຍນ້ຳບັນດາເກນອາຍຸອາຊີຕາເວັນອອກ - ảnh 1
(ພາບປະກອບ)

(vovworld) - ວັນ​ທີ 12/12, ທິມຊາດລອຍນ້ຳ ຫວຽດນາມ ​ໄດ້​ກັບ​ມາປະ​ເທດ ພາຍ​ຫລັງ​ເຂົ້າ​ຮ່ວມ​ການ​ແຂ່ງຂັນ​ລອຍນ້ຳ​​ໃນເກນ​ອາຍຸ​ຕ່າງໆ​ຢູ່ອາຊີ​ຕາ​ເວັນ​ອອກ 2016 ທີ່​ຫາ​ກໍ່​ດຳ​ເນີນ​ໄປ​ຢູ່​ປະ​ເທດ ​ໄທ ​ໃນ​ລະຫວ່າງ​ວັນ​ທີ 09 – 11/12 ​ໄດ້​ຮັບສຳ​ເລັດ​ຜົນ. ຕາມ​ນັ້ນ​ແລ້ວ ທິມຊາດລອຍນ້ຳ ຫວຽດນາມ  ຖືກຈັດ​ອັນ​ດັບ​ທີ 1 ​ໃນ​ທົ່ວ​ຄະນະ ດ້ວຍ​ຜົນງານຄວ້າ​ຫຼຽນ​ຄຳ​ມາ​ໄດ້ 39 ຫຼຽນ, ທຳລາຍ​ 14 ສະຖິຕິ. ສິ່ງ​ເປັນ​ໜ້າ​ສົນ​ໃຈນັ້ນ​ແມ່ນ ຜູ້​ໄດ້​ຮັບ​ຫຼຽນ​ຄຳ​ຫລາຍ​ສຸດ​ຂອງທິມຊາດ ຫວຽດນາມ ຄັ້ງ​ນີ້ ​ແມ່ນ​ນັກ​ກິລາ​ລອຍນ້ຳ​ໜຸ່ມ ຫງວຽນ​ຢຽບ​ເຟືອງ​ເຈີ​ມ ດ້ວຍ​ຫຼຽນ​ຄຳ 9 ຫຼຽນ ​ແລະ ທຳລາຍ 3 ສະຖິຕິ​ຂອງ​ການ​ແຂ່ງຂັນ. ທ່ານ ຫງວຽນ​ຈ້ອງ​ຕ່ວານ ຮອງ​ປະທານ​ສະຫະ​ສະມາຄົມ​ກິລາ​ລອຍນ້ຳ ຫວຽດນາມ  ຕີ​ລາຄາ​ວ່າ: ນັກ​​ລອຍນ້ຳ ຫງວຽນ​ຢ້ຽບ​ເຟືອງ​ເຈີ​ມ ​ແມ່ນ​ນັກ​ກິລາ​ໜຸ່ມ​ໃນ​ເກນ​ກຸ່ມ​ອາຍຸ 15 ປີ ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ​ຫລາຍ​ຢ່າງ, ສາມາດ​ຖື​ເປັນ​ກຳລັງ​ສືບ​ທອດ.

 

ຂ່າວ/ບົດ​ອື່ນ