ຫວຽດນາມຄວ້າໄດ້ຫຼຽນລາງວັນຢູ່ງານແຂ່ງຂັນຊິງຊະນະເລີດໝາກເສິກສາກົນໜຸ່ມອາຊີ 2017

ຫວຽດນາມຄວ້າໄດ້ຫຼຽນລາງວັນຢູ່ງານແຂ່ງຂັນຊິງຊະນະເລີດໝາກເສິກສາກົນໜຸ່ມອາຊີ 2017 - ảnh 1
(ນັກ​ກິ​ລາ​ຫວຽດ​ນາມ ​ຄວ້າ​ໄດ້ 13 ​ຫຼຽນ​ລາງ​ວັນ, ໃນ​ນັ້ນມີ​​ຫຼຽນຄຳ 2 ​ຫຼຽນ)

(vovworld) - ງານ​ແຂ່ງ​ຂັນ​ຊິງຊະ​ນະ​ເລີດໝ​າກ​​ເສິກ​ສາ​ກົນໜຸ່ມ​ອາ​ຊ​ີ 2017 ຫ​າກໍ່​ສິ້ນ​ສຸດ​ລົງ​ຢ​ູ່ ອຸ​ເບ​ກິດ​ສະ​ຖານ. ງານ​ແຂ່ງ​ຂັນ​ໄດ້​ດຶງ​ດູດຜູ້​ເຂົ້າ​ຮ່ວມ​ທີ່​ມາ​ຈາກ 17 ປະ​ເທດ ໃນ​ເກນ​ອາ​ຍຸ U8, 10,12, 14, 16, 18 ຊ​າຍ ແລະ ຍິງ. ສິ້ນ​ສຸດງານ​ແຂ່ງ​ຂັນ​, ບັນ​ດາ​ນັກ​ກິ​ລາ​ຫວຽດ​ນາມ ​ຄວ້າ​ໄດ້ 13 ​ຫຼຽນ​ລາງ​ວັນ, ໃນ​ນັ້ນມີ​​ຫຼຽນຄຳ 2 ​ຫຼຽນ​​ແມ່ນ​ໄດ້​ແກ່​ນັກ​ກິ​ລາ ​ຫງວຽນ​ກ໋ວກ​ຮຸຍ (ໝາກເສິກ​ສາ​ກົນ​ໄວ U12 ຊາຍ) ແລະ ຝ້າມ​ເຈີນ​ຢາ​ຟຸ໋ກ (ໝາກ​​ເສິກ​ສາ​ກົນ​ມາດ​ຖານ U8 ຊາຍ.)

ຕອບກັບ

ຂ່າວ/ບົດ​ອື່ນ