ຫວຽດນາມຄູ່ຮ່ວມມືສຳຄັນທີ່ສຸດຂອງອາເມລິກາ

(VOVWORLD) -ປີ 2020, ຄາດວ່າຫວຽດນາມ ແລະ ອາເມລິກາ ຈະຈັດຕັ້ງການເຄື່ອນໄຫວຕ່າງໆ ຈາກດ້ານການທູດ ຕະຫຼອດຮອດເສດຖະກິດ, ການພົວພັນແລກປ່ຽນປະຊາຊົນ, ວັດທະນະທຳ, ສິລະປະ…

ຫວຽດນາມຄູ່ຮ່ວມມືສຳຄັນທີ່ສຸດຂອງອາເມລິກາ - ảnh 1 (ທ່ານຮອງສາດສະດາຈານ, ປອ ຫງວຽນເທ໊ກີ, ຜູ້ອຳນວຍການໃຫຍ່ VOV

ຕ້ອນຮັບທ່ານເອກອັກຄະລັດຖະທູດອາເມລິກາ ປະຈຳຫວຽດນາມ Dainiel J.Kritenbrink)

ວັນທີ 17 ມັງກອນ, ຢູ່ສຳນັກງານວິທະຍຸກະຈາຍສຽງຫວຽດນາມ (VOV), ຮ່າໂນ້ຍ, ທ່ານຮອງສາດສະດາຈານ, ປອ ຫງວຽນເທ໊ກີ, ຜູ້ອຳນວຍການໃຫຍ່ VOV ໄດ້ໃຫ້ການຕ້ອນຮັບທ່ານເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມແຫ່ງສະຫະລັດອາເມລິກາ ປະຈຳຫວຽດນາມ Dainiel J.Kritenbrink. ການຢ້ຽມຢາມຖືກດຳເນີນໄປກົງກັບໂອກາດຫວຽດນາມ ແລະ ອາເມລິກາ ພວມກະກຽມຜັນຂະຫຍາຍການເຄື່ອນໄຫວຕ່າງໆ ເນື່ອງໃນໂອກາດສະເຫຼີມສະຫຼອງ 25 ປີແຫ່ງການຫັນການພົວພັນຕ່າງປະເທດລະຫວ່າງ 2 ປະເທດເປັນປົກກະຕິ ຄືວັນທີ 12 ກໍລະກົດ 1955 – 12 ກໍລະກົດ 2020.

          ທີ່ການຕ້ອນຮັບ, ທ່ານຜູ້ອຳນວຍການໃຫຍ່ ຫງວຽນເທ໊ກີ໋ ແລະ ທ່ານເອກອັກຄະລັດຖະທູດອາເມລິກາ Dainiel J.Kritenbrink ພ້ອມກັນຕີລາຄາສູງຕໍ່ບາດກ້າວເດີນອັນໃຫຍ່ຫຼວງໃນການຮ່ວມມືລະຫວ່າງ 2 ປະເທດ. ພາຍຫຼັງໄລຍະ 25 ປີແຫ່ງການຫັນການພົວພັນຕ່າງປະເທດໃຫ້ເປັນປົກກະຕິ ແລະ 6 ປີແຫ່ງການຜັນຂະຫຍາຍຂອບເຂດຄູ່ຮ່ວມມືຮອບດ້ານ, ການພົວພັນລະຫວ່າງຫວຽດນາມ - ອາເມລິກາ ໄດ້ຮັບການພັດທະນາຢ່າງເລິກເຊິ່ງ, ກວ້າງຂວາງໃນທຸກຂົງເຂດ. ທ່ານຜູ້ອຳນວຍການໃຫຍ່ ຫງວຽນເທ໊ກີ໋, ເນັ້ນໜັກວ່າ.

          “ປີ 2020 ແມ່ນປີທີ່ 2 ປະເທດພວກເຮົາສະເຫຼີມສະຫຼອງ 25 ປີແຫ່ງການຫັນການພົວພັນຕ່າງປະເທດລະຫວ່າງ 2 ປະເທດໃຫ້ເປັນປົກກະຕິ. ປີນີ້, ຫວຽດນາມ ກໍ່ໄດ້ດຳລົງຕຳແໜ່ງເປັນກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງສະຫະປະຊາຊາດ ແລະ ປະທານອາຊຽນ, ສິ່ງດັ່ງກ່າວໄດ້ປະກອບສ່ວນເພີ່ມທະວີການພົວພັນລະຫວ່າງຫວຽດນາມ ກັບອາເມລິກາ ກໍຄືກັບບັນດາປະເທດອື່ນໆ. ດ້ວຍພາລະບົດບາດແມ່ນອົງການສື່ມວນຊົນແຖວໜ້າຢູ່ຫວຽດນາມ, VOV ຈະເຮັດຈົນສຸດຄວາມສາມາດຂອງຕົນເພື່ອໂຄສະນາໃຫ້ແກ່ການພົວພັນລະຫວ່າງຫວຽດນາມ - ອາເມລິກາ”.

          ສ່ວນທ່ານເອກອັກຄະລັດຖະທູດອາເມລິກາ ປະຈຳຫວຽດນາມ Dainiel J.Kritenbrink ຢືນຢັນວ່າ.

          “ສຳລັບອາເມລິກາ ແລ້ວ, ຫວຽດນາມ ແມ່ນຄູ່ຮ່ວມມືສຳຄັນແຖວໜ້າ. 2 ປະເທດພວກເຮົາໄດ້ຮ່ວມມືກັນຫຼາຍຂົງເຂດທີ່ເປັນໜ້າປະທັບໃຈ, ຈາກດ້ານການເມືອງ, ເສດຖະກິດ, ວັດທະນະທຳ, ການສຶກສາ, ການປ້ອງກັນຊາດ ປ້ອງກັນຄວາມສະຫງົບ… 25 ປີຜ່ານມາ, ພວກເຮົາສ້າງໄດ້ນ້ຳໃຈໄມຕີຈິດມິດຕະພາບ ແລະ ການພົວພັນອັນດີງາມທີ່ສຸດ. ມີສິ່ງສຳຄັນໜຶ່ງອີກນັ້ນແມ່ນ ພວກເຮົາມີການພົວພັນປະຊາຊົນຢ່າງໝັ້ນຄົງໜັກແໜ້ນ”.

          ປີ 2020, ຄາດວ່າຫວຽດນາມ ແລະ ອາເມລິກາ ຈະຈັດຕັ້ງການເຄື່ອນໄຫວຕ່າງໆ ຈາກດ້ານການທູດ ຕະຫຼອດຮອດເສດຖະກິດ, ການພົວພັນແລກປ່ຽນປະຊາຊົນ, ວັດທະນະທຳ, ສິລະປະ… VOV ຈະຕັ້ງໜ້າໂຄສະນາກ່ຽວກັບບັນດາການເຄື່ອນໄຫວທີ່ມີຄວາມໝາຍດັ່ງກ່າວໃຫ້ເປັນຢ່າງດີ.

ຕອບກັບ

ຂ່າວ/ບົດ​ອື່ນ