ຫວຽດນາມຈັດຕັ້ງກອງປະຊຸມສຳມະນາ APEC ກ່ຽວກັບຮັກສາການດຳເນີນ ທຸລະກິດໃຫ້ວິສາຫະກິດ

ຫວຽດນາມຈັດຕັ້ງກອງປະຊຸມສຳມະນາ APEC ກ່ຽວກັບຮັກສາການດຳເນີນ ທຸລະກິດໃຫ້ວິສາຫະກິດ - ảnh 1
ທ່ານຮອງລັດຖະມົນຕີກະຊວງກະສີກຳ ແລະ ພັດທະນາຊົນນະບົດກ່າວຄຳເຫັນທີ່ກອງປະຊຸມສຳມະນາ

 (ພາບ: TTXVN)

(vovworld) – ວິ​ສາ​ຫະກິດ​ມີ​ແຜນການ​ປ້ອງ​ກັນ, ຕ້ານ​ໄພ​ທຳ​ມະ​ຊາດ ​ແລະ ມີ​ການ​ກະກຽມ​ເພື່ອ​ຮັບ​ມື​ກັບ​ຄວາມ​ສ່ຽງ ຈະ​​ຮັບປະກັນຮັກສາ​ແຜນການ​ຜະລິດ ດຳ​ເນີນ​ທຸລະ​ກິດ, ປະກອບສ່ວນ​ຫຼຸດຜ່ອນ​ຜົນ​ສະທ້ອນ​ຈາກ​ໄພ​ທຳ​ມະ​ຊາດ ​ແລະ ຮັກສາ​ການ​ພັດທະນາ​ພື້ນຖານ​ເສດຖະກິດ​ຢ່າງ​ໝັ້ນຄົງ. ນີ້​ແມ່ນ​ເນື້ອ​ໃນ​ເຊິ່ງບັນດາ​ຜູ້​ແທນ​ທີ່​ຕ່າງ​ໜ້າ​ໃຫ້ 21 ພື້ນຖານ​ເສດຖະກິດ​ສະມາຊິກ​ຂອງ​ເວທີ​ປາ​ໄສ​ຮ່ວມ​ມື​ເສດຖະກິດ​ອາຊີ - ປາຊີ​ຝິກ (APEC) ​ເຕື້ອງ​ເຖິງ​​ໃນ ກອງ​ປະຊຸມ​ສຳ​ມະ​ນາ APEC ກ່ຽວ​ກັບ​ຮັກສາ​ການ​ດຳ​ເນີນ​ທຸລະ​ກິດ​ໃຫ້​ວິ​ສາ​ຫະກິດ ​ເພື່ອ​ຟື້ນ​ຟູ​ພາຍຫຼັງ​ໄພ​ທຳ​ມະ​ຊາດ, ​ເຊິ່ງຈັດ​ຂຶ້ນ​ຢູ່​ຮ່າ​ໂນ້ຍ, ​ໃນ​ຕອນ​ເຊົ້າ​ວັນ​ທີ 8/5.

ກ່າວ​ຄຳ​ເຫັນ​ໄຂ​ກອງ​ປະຊຸມ​ສຳ​ມະ​ນາ, ທ່ານ ຫງວຽນ​ຊວນ​ຢ້ຽວ, ຮອງ​ຫົວໜ້າ​ກົມ​ໃຫຍ່​ຊົນລະປະທານ, ກະຊວງ​ກະ​ສີ​ກຳ ​ແລະ ພັດທະນາ​ຊົນນະບົດ, ຢືນຢັນ​ວ່າ:

”​ເພື່ອ​ປະຕິບັດ​ຍຸດ​ທະ​ສາດ​ຫັນ​ເປັນ​ອຸດສາຫະກຳ ​ແລະ ທັນ​ສະ​ໄໝ​ຂອງ​ຫວຽດນາມ, ລັດຖະບານ​ຫວຽດນາມ ​ໄດ້​ມີ​ຄວາມ​ເອົາ​ໃຈ​ໃສ່​ທີ່​ສຸດ ​ເພື່ອ​ໃຫ້​ກຸ່ມ​ວິ​ສາ​ຫະກິດ​ພັດທະນາ, ​ໃນ​ນັ້ນ​ມີ​ຈຸດໝາຍ​ພັດທະນາ​ຢ່າງ​ໝັ້ນຄົງ​. ຮ່າງ​ກົດໝາຍ​ວ່າ​ດ້ວຍ​ປ້ອງ​ກັນ, ຕ້ານ​ໄພ​ທຳ​ມະ​ຊາດ ​ເຊິ່ງລັດຖະບານ​ພວມ​ຍື່ນ​ສະ​ເໜີ​ຕໍ່​ສະພາ​ແຫ່ງ​ຊາດ ​ແລະ ກະກຽມ​ຮັບຮອງ​ເອົານັ້ນ ​ໄດ້​ຍົກ​ອອກ​ທັດສະນະ​ຫັນ​ວຽກ​ງານ​ປ້ອງ​ກັນ, ຕ້ານ ​ແລະ ຫຼຸດຜ່ອນ​ໄພ​ທຳ​ມະ​ຊາດ ​ເປັນ​ວຽກ​ງານ​ສັງຄົມ, ສົ່ງ​ເສີມ ​ແລະ ສ້າງ​ເງື່ອນ​ໄຂ ​ເພື່ອ​ໃຫ້​ບັນດາ​ວິ​ສາ​ຫະກິດ​ເຂົ້າ​ຮ່ວມ”

ຂ່າວ/ບົດ​ອື່ນ