ຫວຽດນາມຈັດຕັ້ງກອງປະຊຸມສຳມະນາສົ່ງເສີມການຄ້າຢູ່ອີຢີບ

ຫວຽດນາມຈັດຕັ້ງກອງປະຊຸມສຳມະນາສົ່ງເສີມການຄ້າຢູ່ອີຢີບ - ảnh 1
(ພາບປະກອບ: ອິນເຕີແນັດ)

(vovworld) – ​ວັນ​ທີ 13/5, ຢູ່ ອີ​ຢີບ, ສະຖານທູດ​ຫວຽດນາມ ປະຈຳ​ອີ​ຢີບ ​ໄດ້​ສົມທົບ​ກັບ​ຫ້ອງການ​ການ​ຄ້າ​ນະຄອນ Ismailia ຈັດ​ຕັ້ງ​ການ​ປະຊຸມ​ສຳ​ມະ​ນາ “ຕະຫຼາດ​ຫວຽດນາມ: ຄວາມສາມາດ​ບົ່ມ​ຊ້ອນ ​ແລະ ກາລະ​ໂອກາດ​ດຳ​ເນີນ​ທຸລະ​ກິດ” ​ເພື່ອ​ແນ​ໃສ່​​ແນະ​ນຳບັນດາ​ກາລະ​ໂອກາດ​ຮ່ວມ​ມື​ກັບ ຫວຽດນາມ ​ແລະ ສົ່ງ​ເສີມ​ການ​ເຄື່ອນ​ໄຫວ​ການ​ຄ້າ 2 ຝ່າຍ. ທ່ານ​ເອກ​ອັກຄະ​ລັດຖະທູດ​ຫວຽດນາມ ປະຈຳ​ອີ​ຢີບ ດ່າວ​ແທ່ງ​ຈຸ​ງ ​ໄດ້ຍົກ​ອອກ​ບັນດາ​ມາດ​ຕະການ ​ເພື່ອ​ແນ​ໃສ່​ຊອກ​ຫາ​ວິທີ​ຊຸກຍູ້​ການ​ພົວພັນ​ການ​ຄ້າ 2 ຝ່າຍ. ທ່ານ​ເອກອັກ​ຄະ​ລັດຖະທູດ ດ່າວ​ແທ່ງ​ຈຸ​ງ ຖື​ວ່າ: ບັນດາ​ວິ​ສາ​ຫະກິດ 2 ປະ​ເທດ ຄວນ​ຕັ້ງໜ້າ​ເຂົ້າ​ຮ່ວມ​ບັນດາ​ງານ​ຕະຫຼາດນັດ​ການ​ຄ້າ, ງານ​ວາງສະ​ແດງ ​ແລະ ກອງ​ປະຊຸມ​ສຳ​ມະ​ນາ​ການ​ລົງທຶນ ​ເຊິ່ງ ​2 ຝ່າຍ ໄດ້​ຈັດ​ຕັ້ງ​ ​ເພື່ອ​ແນ​ໃສ່​ຊອກ​ຫາ​ບັນດາ​ກາລະ​ໂອກາດ​ຮ່ວມ​ມື.  2 ປະ​ເທດມີ​ຄວາມສາມາດ​ບົ່ມ​ຊ້ອນ​ໃຫຍ່​ທີ່​ສຸດ​ໃນ​ບັນດາ​ຂົງ​ເຂດ​ຄື: ກະສິກຳ, ປ່າ​ໄມ້, ການ​ປະມົງ, ສິນ​ໃນ​ນ້ຳ. ສະ​ນັ້ນ, ບັນດາ​ອົງການ​ທີ່​ກ່ຽວຂ້ອງ​ຂອງ 2 ຝ່າຍ​ຄວນເອົາ​ໃຈ​ໃສ່​​ຊອກ​ຫາ​ບັນດາ​ມາດ​ຕະການ ​ເພື່ອ​ແນ​ໃສ່​ຂຸດ​ຄົ້ນ​ທ່າ​ແຮງ​ນີ້​ໃຫ້​ໄດ້​ໂດຍ​ໄວ ​ເພື່ອ​ນຳ​ມາ​ເຊິ່ງຜົນ​ປະ​ໂຫຍ​ດ​ໃຫ້​ແກ່ 2 ຝ່າຍ.

ຂ່າວ/ບົດ​ອື່ນ