ຫວຽດນາມ:ຈຸດນັດພົບຂອງບັນດາກຸ່ມບໍລິສັດນາໆຊາດ

ຫວຽດນາມ:ຈຸດນັດພົບຂອງບັນດາກຸ່ມບໍລິສັດນາໆຊາດ - ảnh 1
(ພາບປະກອບ)

(vovworld) – ​ວັນ​ທີ 21 ຕຸລາ, ເວັບ​ໄຊ​​ຂອງ​ວິທະຍຸ RFI (ຝລັ່ງ) ​ໄດ້​ມີ​ບົດ​ຂຽນ​ດ້ວຍ​ຫົວ​ຂໍ້​ວ່າ “ຫວຽດນາມ: ຈຸດ​ນັດ​ພົບ​ຂອງ​ກຸ່ມ​ບໍລິສັດ​ນາໆ​ຊາດ” ​ໃນ​ນັ້ນ​ໃຫ້​ຮູ້​ວ່າ ​ໃນ​ໄລຍະ​ມໍ່ໆ​ມາ​ນີ້, ຫວຽດນາມ ​ໄດ້​ກາຍ​ເປັນ​ປະ​ເທດ​ອາຊີ ທີ່​ມີ​ອັດຕາ​ຮັບ​​ເອົາບັນດາ​ກຸ່ມບໍລິ​ສັດນາໆ​ຊາດ ທີ່ຍົກຍ້າຍ​ຈາກ​ປະ​ເທດ​ອື່ນ​ມາ​ຫວຽ​ດນາມ ​ຫຼາຍທີ່​ສຸດ. ຕາມ RFI ​ແລ້ວ, ກົງກັນ​ຂ້າມ​ກັບ​ທຸກ​ສິ່ງ​ທຸກ​ຢ່າງທີ່​ເກີດ​ຂຶ້ນ​ກ່ອນ​ນີ້ 10 ຫຼື 15 ປີ​, ບັນດາ​ຮາກ​ຖານ​ຜະລິດ​ໃໝ່​ນີ້ ​ພຽງ​ແຕ່​ຂຶ້ນ​ກັບ​ບັນດາ​ຂົງ​ເຂດ​ແຮງ​ງານ​ທີ່​ມີ​ຄ້າ​ໃຊ້​ຈາ​ຍຕໍ່າ​, ​ປະຈຸ​ບັນຮາກ​ຖານ​​ຜະລິດນີ້​ສ່ວນ​ຫຼາຍ​​ແມ່ນບັນດາ​ຂົງ​ເຂດ​ເຕັກ​ໂນ​ໂລ​ຊີ​ ສູງ​, ພິ​ເສດ​ແມ່ນຂົງ​ເຂດ​ເອ​ເລກ​ໂຕ​ນິກ ​ແລະ ​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວ. ​ໃນ​ໄລຍະ 2 – 3 ປີມໍ່ໆ​ມາ​ນີ້, ມີ​ບັນດາກຸ່ມ​ບໍລິສັດ​ນາໆ​ຊາດ​ໃນ​ຂົງ​ເຂດ​ນີ້ ​ໄດ້​ສ້າງ​ຮາກ​ຖານ​ຜະລິດ​ໃຫຍ່​ຢູ່​ຫວຽດນາມ ຄື: Intel, LG, Nokia, Samsung..

        ຕາມ​ຂ່າວສານ RFI, ເລື່ອງ​ມີ​ຫຼາຍາ​ກຸ່ມ​ບໍລິສັດ​ນາໆ​ຊາດ ຫັນ​ມາ​ລົງທຶນ​ຢູ່ຫວຽດນາມ ​ແມ່ນ​ຍ້ອນລັດຖະບານ​ຫວຽດນາມ ​ແລະ ບັນດາ​ແຂວງ​ລ້ວນ​​ໄດ້​ມີ​ນະ​ໂຍບາຍບຸລິມະສິດ​ດ້ານ​ພາສີ, ນອກ​ນັ້ນ​ດ້ານ​ພູມ​ສາດ​ຂອງ​ຫວຽດນາມ ​​ກໍ່​ສະດວກສະບາຍ ດ້ວຍ​ທາງ​ທະ​ເລ, ທີ່​ມີ​ທ່າກໍ່າ​ປັນບັນລຸ​ຄຸນ​ນະພາ​ບດີຫຼາຍ​ແຫ່ງ​ສ້າງ​ຄວາມສະດວກ​ໃຫ້ການ​ແກ່​ສົ່ງ​ອອກ.

ຂ່າວ/ບົດ​ອື່ນ