ຫວຽດນາມ-ຈຸດນັດພົບອັນດູດດື່ມສຳລັບນັກສຶກສາອົດສະຕາລີ

(VOVWORLD) -ຕາມແຫລ່ງຂ່າວຈາກສະຖານທູດ ອົດສະຕາລີ ປະຈຳ ຫວຽດນາມແລ້ວ, ຈະມີນັກສຶກສາອົດສະຕາລີຫລາຍຄົນຕື່ມອີກ ມາຫວຽດນາມໃນປີ 2018 ເພື່ອຮ່ຳຮຽນ ແລະເຮັດວຽກ ໃນຂອບເຂດລາຍການ New Colombo Plan ຂອງລັດຖະບານ ອົດສະຕາລີ. 
ຫວຽດນາມ-ຈຸດນັດພົບອັນດູດດື່ມສຳລັບນັກສຶກສາອົດສະຕາລີ - ảnh 1 ນັກສຶກສາ ອົດສະຕາລີ ຢ້ຽມຢາມບັນດາເຂດຊົນເຜົ່າຢູ່ຫວຽດນາມ

ລາຍການນີ້ ນັບມື້ນັບພັດທະນາຢ່າງແຮງ ຢູ່ ບັນດາປະເທດ ໃນພາກພື້ນ. ສະເພາະ ຢູ່ຫວຽດນາມ ບັນດານັກສຶກສາ ອົດສະຕາລີ ຈະເຂົ້າຮ່ວມ 30 ໂຄງການຕ່າງກັນ ຈາກການຄົ້ນຄ້ວາດ້ານສະຫວັດດີການ ແລະ ບໍລິການສັງຄົມຕະຫລອດຮອດການອອກແບບຕົວເມືອງ ແລະ ສ້າງແຜນການເຂດ. ປີ 2014, ລາຍການ New Colombo Plan ເລີ່ມຕົ້ນດ້ວຍນັກສຶກສາອົດສະຕາລີ 161 ຄົນ ມາຫວຽດນາມ. ຫລັງຈາກນັ້ນ 3 ປີແມ່ນເພີ່ມຂຶ້ນທົບ 5 ເທົ່າ. ຮອດປີ 2018 ຈະມີນັກສຶກສາອົດສະຕາລີ ກວ່າ 1.500 ຄົນ ມາຮ່ຳຮຽນຢູ່ຫວຽດນາມ. ລາຍການ New Colombo Plan ແມ່ນຂໍ້ລິເລີ່ມຂອງລັດຖະບານ ອົດສະຕາລີ ຊື່ງໄດ້ຮັບການປະຕິບັດ ເພື່ອແນໃສ່ເພີ່ມຄວາມເຂົ້າອົກເຂົ້າໃຈຂອງປະຊາຊົນ ອົດສະຕາລີ ກ່ຽວກັບພາກພື້ນ ອິນເດຍ - ປາຊີຟີກ ຜ່ານການຫນູນຊ່ວຍນັກສຶກສາ ອົດສະຕາລີ ໄປຍັງບັນດາປະເທດໃນພາກພື້ນເພື່ອຮ່ຳຮຽນ ແລະ ຝຶກງານ.

ຕອບກັບ

ຂ່າວ/ບົດ​ອື່ນ