ຫວຽດນາມ-ຈີນເພີ່ມທະວີການຮ່ວມມືຮອບດ້ານ

ຫວຽດນາມ-ຈີນເພີ່ມທະວີການຮ່ວມມືຮອບດ້ານ  - ảnh 1
(ການເຈລະຈາລະຫວ່າງເລຂາທິການໃຫຍ່ຫວຽດນາມກັບ,
ເລຂາທິການໃຫຍ່,ປະທານປະເທດຈີນ)

(vovworld) - ຕອນ​ບ່າຍ​ວັນ​ທີ 5/11, ທ່ານ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ, ປະທານ​ປະ​ເທດ​ຈີນ ສື່​ຈິນຜິ​ງ ​ແລະ ພັນ​ລະ​ຍາ ​ໄດ້​ມາ​ຮອດ​ສະໜາມ​ບິນ​ສາກົນ ​ໂນ້ຍບ່າຍ, ​ເລີ່​ມຕົ້ນ​ການ​ຢ້ຽມຢາມ​ທາງ​ລັດຖະກິດ​ຫວຽດນາມໃນ​ລະຫວ່າງ​ວັນ​ທີ 5-6/11. ຕອນ​ບ່າຍ​ວັນ​ດຽວ​ກັນ, ພິທີ​ຕ້ອນຮັບ​ທ່ານເລຂາທິການ​ໃຫຍ່​, ປະທານ​ປະ​ເທດ​ຈີນ ສື່​ຈິນຜິ​ງ ຖືກ​ຈັດ​ຂຶ້ນ​ຢູ່​ສຳນັກງານ​ປະທານ​ປະ​ເທດ​ຕາມ​ພິທີການ​ສູງ​ສຸດ​ສຳລັບ​ປະມຸກ​ລັດ.
ທີ່​ການ​ເຈລະຈາ​ລະຫວ່າງ​ທ່ານ​ເລຂາທິການ​ໃຫຍ່ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ ຫງວຽນ​ຟູ໋ຈ້ອງ ​ແລະ ທ່ານ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ, ປະທານ​ປະ​ເທດ​ຈີນ ສື່​ຈິນຜິ​ງ, ສອງ​ຝ່າຍ​ໄດ້​ເນັ້ນ​ໜັກ​ເຖິງ​ຄວາມ​ສຳຄັນ​ໃນ​ການ​ປັບປຸງ​ນຳ້​ໃຈ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ລະຫວ່າງ​ສອງ​ພັກ, ສອງ​ລັດ​ໃນ​ສະພາບ​ການ​ໃໝ່​ຢ່າງ​ບໍ່​ຢຸດ​ຢັ້ງ. ສອງ​ຝ່າຍ​ເຫັນ​ດີ​ເປັນ​ເອກະສັນ​ຮັກສາ​ທິດ​ທາງ​ທີ່​ຖືກຕ້ອງ​ແຫ່ງ​ນຳ້​ໃຈ​ມິດຕະພາບ​ຫວຽດນາມ - ຈີນ ​ໄວ້​ຢ່າງ​ໝັ້ນຄົງ, ຮັກສາ​ການ​ແລກປ່ຽນ​ຄະນະ​ຜູ້​ແທນ​ຂັ້ນ​ສູງ, ປັບປຸງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ດ້ານ​ການ​ເມືອງ; ​ເພີ່ມ​ທະວີ​ການ​ຮ່ວມ​ມື​ລະຫວ່າງ​ກະຊວງ, ຂະ​ແໜງ​ການ, ທ້ອງ​ຖີ່​ນຂອງ​ສອງ​ປະ​ເທດ. ພ້ອມ​ທັງ​ຊຸກຍູ້​ການ​ຮ່ວມ​ມື​ທາງ​ດ້ານ​ເສດຖະກິດ​ການ​ຄ້າ, ການ​ລົງທຶນ​ພັດທະນາ​ຢ່າງ​ມີ​ປະສິດທິ​ຜົນ, ​ເປີດ​ກວ້າງ​ການ​ຮ່ວມ​ມື​ໃນ​ທຸກ​ຂົງ​ເຂດ; ສົມທົບ​ກັນ​ປະຕິບັດ​ບັນດາ​ເອກະສານ​ກ່ຽວ​ກັບ​ການ​ຄຸ້ມ​ຄອງ​ຊາຍ​ແດນ​ທາງບົກ, ຊຸກຍູ້​ການ​ພັດທະນາ​ເຂດ​ຊາຍ​ແດນ​ສອງ​ປະ​ເທດ, ພ້ອມ​ກັນ​ມານະ​ພະຍາຍາມ​ຄວບ​ຄຸມ ​ແລະ ​ແກ້​ໄຂ​ຄວາມ​ບໍ່​ລົງ​ລອຍ​ກັນ​ບົນ​ທະ​ເລ​ໃຫ້​ດີ, ບໍ່​ໃຫ້​ສົ່ງ​ຜົນ​ສະທ້ອນ​ເຖິງ​ການ​ພັດທະນາ​ຢ່າງ​ມີ​ສະຖຽນ​ລະ​ພາບ, ​ໂປ່​ງ​​ໃສຂອງ​ການ​ພົວພັນ​ສອງ​ປະ​ເທດ.

ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ຢືນຢັນ​ວ່າ: ພັກ, ລັດ ​ແລະ ປະຊາຊົນ​ຫວຽດນາມ​ ຍາມ​ໃດ​ກໍ່​ຖື​ເປັນ​ສຳຄັນ​ການ​ຮັກສາ​ການ​ພົວພັນ​ຖານ​ບ້ານ​ໃກ້​ເຮືອນ​ຄຽງ​ກັບ​ຈີນ; ພ້ອມ​ແລ້ວ​ທີ່​ຈະ​ພ້ອມ​ກັບ​ຈີນ​ ນຳ​ການ​ພົວພັນ​ຄູ່​ຮ່ວມ​ມື, ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ຫວຽດນາມ - ຈີນ ກ້າວ​ເຂົ້າ​ສູ່​ລວງ​ເລິກ.

ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ຖື​ວ່າ ສອງ​ປະ​ເທດ​ຄວນ​ຊຸກຍູ້​ບັນດາ​ຂົງ​ເຂດ​ຮ່ວມ​ມື​ໃຫ້​ພັດທະນາ​ຢ່າງ​ແທ້​ຈິງ, ສົມ​ດຸນ, ມີ​ປະສິດທິ​ຜົນ. ການ​ນຳ​ຂັ້ນ​ສູງ​ສອງ​ປະ​ເທດ​ຕ້ອງ​ເອົາ​ໃຈ​ໃສ່​ຊີ້​ນຳ​ທຸກ​ຂັ້ນ, ທຸກຂະ​ແໜງ​ການ​ປະຕິບັດ​ບັນດາ​ຂໍ້​ຕົກລົງ​ຢ່າງ​ເຂັ້ມ​ງວດ; ພ້ອມ​ທັງ​ຕັ້ງໜ້າ​ຜັນ​ຂະຫຍາຍ​ບັນດາ​ມາດ​ຕະການ​ທີ່​ມີ​ປະສິດທິ​ຜົນ, ​ເປີດ​ກວ້າງ ​ແລະ ຊຸກຍູ້​ບັນດາ​ຂົງ​ເຂດ​ຮ່ວມ​ມື​ຕ່າງ​ຝ່າຍ​ຕ່າງ​ມີ​ປະສິດທິ​ຜົນ.

ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ​ເນັ້ນ​ໜັກ​ວ່າ: ສອງ​ປະ​ເທດ​ຄວນ​ຄວບ​ຄຸມ​ບັນດາ​ຄວາມ​ບໍ່​ລົງ​ລອຍ​ກັນ, ຮັກສາ​ສັນຕິພາບ, ສະຖຽນ​ລະ​ພາບ​ຢູ່​ທະ​ເລ​ຕາ​ເວັນ​ອອກ, ບໍ່​ປະ​ໃຫ້​ບັນຫາ​ນີ້​ສົ່ງ​ຜົນ​ສະທ້ອນ​ເຖິງ​ການ​ພົວພັນ​ສອງ​ປະ​ເທດ. ສະ​ເໜີ​ຝ່າຍ​ຈີນ​ ພ້ອມ​ກັບ​ຫວຽດນາມ​ ນຳ​ໜ້າ​ໃນ​ການ​ປະຕິບັດ​ຖະ​ແຫຼ​ງການ​ກ່ຽວ​ກັບ​ການ​ປະພຶດ​ຂອງ​ຝ່າຍ​ຕ່າງໆ​ຢູ່​ທະ​ເລ​ຕາ​ເວັນ​ອອກ (DOC) ​ແລະ ກໍ່ສ້າງ​ປະມວນ​ຂໍ້​ກຳນົດ​ການ​ປະພຶດ​ຂອງ​ຝ່າຍ​ຕ່າງໆ​ຢູ່​ທະ​ເລ​ຕາ​ເວັນ​ອອກ (COC) ຢ່າງ​ມີ​ປະສິດທິ​ຜົນ​ໂດຍ​ໄວ. ຫວຽດນາມ​ ມີ​ທ່າ​ທີ​ຢ່າງ​ຕັ້ງໜ້າ​ສຳລັບ​ບັນຫາ​ຮ່ວມ​ມື​ພ້ອມ​ກັນ​ພັດທະນາບົນ​ທະ​ເລຢູ່​ເຂດ​ມີ​ການ​ຂັດ​ແຍ້​ງກັນ​ຢ່າງ​ແທ້​ຈິງ​ຕາມ​ກົດໝາຍ​ສາກົນ, ພິ​ເສດ​ແມ່ນ​ສົນທິສັນຍາ​ສະຫະ​ປະຊາ​ຊາດ​ກ່ຽວ​ກັບ​ກົດໝາຍ​ວ່າ​ດ້ວຍ​ທະ​ເລ​ປີ 1982.

ເນື່ອງ​ໃນ​ໂອກາດ​ນີ້, ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟຸຈ້ອງ ​ໄດ້​ເຊີນ​ທ່ານ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ, ປະທານ​ປະ​ເທດ​ຈີນ ສື່​ຈິນຜິ​ງ ​ມາ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ຂັ້ນ​ສູງ APEC ​ເຊິ່ງ​ຈະ​ຈັດ​ຂຶ້ນ​ຢູ່​ຫວຽດນາມ ​ໃນ​ປີ 2017. ທ່ານ​​​ເລ​ຂາ​ທິການ​ໃຫຍ່, ປະ​ເທດ​ປະ​ເທດ​ຈີນ ສື່​ຈິນຜິ​ງ ​ໄດ້​ຮັບ​ຄຳ​ເຊີ​ນດັ່ງກ່າວ.

ສ່ວນ​ທ່ານ​​​ເລ​ຂາ​ທິການ​ໃຫຍ່, ປະ​ເທດ​ປະ​ເທດ​ຈີນ ສື່​ຈິນຜິ​ງ ​ເນັ້ນ​ໜັກ​ວ່າ, ພັກ​, ລັດ ຈີນ ຖື​ການ​ປັບ​ປຸງ ​ແລະ ພັດທະນາ​ການ​ພົວພັນ​ຄູ່​ຮ່ວມ​ມື, ຮ່ວມ​ມືຍຸດ​ທະ​ສາດຮອບ​ດ້ານ ຈີນ - ຫວຽດນາມ ​ເປ​ັນສຳຄັນ, ຕາມ​ທິດນຳ “​ເປັນ​ບ້ານ​​​ໃກ້​​ເຮືອນ​ຄຽງ​ມິດຕະພາບ, ຮ່ວມ​ມື​ຮອບດ້ານ, ສະຖຽນລະ​ພາບຍາ​ວນານ, ມຸ່ງ​ໄປ​ສູ່​​ອະ​ນາ​ຄົດ” ​ແລະຈິດ​ໃຈ “​​ເປັນປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ​ທີ່​ດີ, ​ເປັນເພື່ອນ​ມິດ​ທີ່​ດີ, ສະຫາຍ​ທີ່​ດີ, ຄູ່​ຮ່ວມ​ມື​ທີ​ດີ”.

​ທ່ານ​​​ເລ​ຂາ​ທິການ​ໃຫຍ່, ປະ​ເທດ​ປະ​ເທດ​ຈີນ ສື່​ຈິນຜິ​ງ ​ໄດ້​ເຫັນ​ດີ​ຕໍ່ບັນດາ​ທິດ​ທາງ ​ແລະ ມາດ​ຕະການ​ໃຫຍ່​ເພື່ອ​ແນ​ໃສ່​ພັດທະນາ​ການ​ພົວພັນ​ລະຫວ່າງ 2 ພັກ, 2 ລັດ ​ໂດຍ​ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟຸຈ້ອງ​ສະ​ເໜີ. ພ້ອມ​ທັງ​ຢືນຢັນ​ວ່າ ຈີນ ຈະ​ສົ່ງ​ເສີມ​ບັນດາ​ວິ​ສາ​ຫະກິດ​ຈີນ ​ເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ານ​ກາ​ນຄ້າ ​ແລະ ​ເປີກກວ້າງ​ການ​ລົງທຶນ​ຢູ່​ຫວຽດນາມ. ຈີນ ມານະ​ພະຍາຍາມ​ພ້ອມ​ກັບ​ຫວຽດນາມ ຄວບ​ຄຸ​ມຄວາມ​ບໍ່​ລົງ​ລອຍ​ກັນ​ຢູ່​ທະ​ເລຮັກສາ​ການ​ພົວພັນ​ຈີນ - ຫວຽດນາມ ​ແລະ ​ສັນຕິພາບ, ສະຖຽນ​ລະ​ພາບຢູ່​ທະ​ເລ​ຕາ​ເວັນ​ອອກ.

ທ່ານ​​​ເລ​ຂາ​ທິການ​ໃຫຍ່, ປະ​ເທດ​ປະ​ເທດ​ຈີນ ສື່​ຈິນຜິ​ງ ສະ​ເໜີ​ໃຫ້ 2 ຝ່າຍ​ເພີ່ມ​ທະວີ​ການ​ສົມທົບ​ກັນ​ທີ່​ບັນດາກົນ​ໄກ​ຫຼາຍ​ຝ່າຍ​ຄື​: ສະຫະ​ປະຊາ​ຊາດ, APEC, ASEM, ຈີນ - ອາ​ຊຽນ; ຈີນ ​ແລະ ບັນດາ​ປະ​ເທດ​ອາ​ຊຽນ ຈະ​ມານະ​ພະຍາຍາມ​ຊຸກຍູ​້ການ​ເຈລະຈາ, ສ້າງ​ປະມວນ​ຂໍ້​ກຳນົດ​ການ​ປະພຶດ​ຂອງ​ຝ່າ​ຍຕ່າງໆ​ຢູ່​ທະ​ເລ​ຕາ​ເວັນ​ອອກ (COC), ປະກອບສ່ວນ​ຮັກສາສັນຕິພາບ, ຄວາມ​ວັດ​ທະນາ​ຖາວອນ ​ແລະ ການ​ພັດທະນາ​ຂອງ​ພັກ​ພື້ນ ​ແລະ ໂລກ; ຢືນຢັນ ຈີ​ນ ສະ​ໜັບສະ​ໜູນ​ການ​ສ້າງ​ຕັ້ງ​ປະຊາ​ຄົນ​ອາ​ຊຽນ…

ພາຍຫຼັງ​ການ​ເຈລະຈາ, ທ່ານ​ເລ​ຂາ​ທິການ​ໃຫຍ່ ຫງວຽນ​ຟຸຈ້ອງ ​ແລະ ​ທ່ານ​​​ເລ​ຂາ​ທິການ​ໃຫຍ່, ປະ​ເທດ​ປະ​ເທດ​ຈີນ ສື່​ຈິນຜິ​ງ ​ໄດ້​ເປັນ​ສັກຂີ​ພິຍານ​ພິທີ​ລົງ​ນານ​ໃນ​ບັນດາ​ເອກະສານ​ຕົກລົງ​ຮ່ວມ​ມື​ລະຫວ່າງ 2 ຝ່າຍ…

ຂ່າວ/ບົດ​ອື່ນ