ຫວຽດນາມຈະກາຍເປັນຮ່ອມພູ Silicon ຂອງອາຊີຕາເວັນອອກສ່ຽງໃຕ້

ຫວຽດນາມຈະກາຍເປັນຮ່ອມພູ Silicon ຂອງອາຊີຕາເວັນອອກສ່ຽງໃຕ້ - ảnh 1
(ພາບປະກອບ)

(vovworld) - ວາລະສານ​ເຕັກນິກ​ຂອງ​ອາ​ເມ​ລິ​ກາ ສະບັບ​ອອກ​ວັນ​ທີ 3/9 ມີ​ບົດ​ໄຈ້​ແຍກ, ຊີ້​ແຈ້ງ​ການລະ​ເບີດ​ດ້ານເຕັກ​ໂນ​ໂລ​ຢີຂໍ້​ມູນ​ຂ່າວສານ (IT) ຢູ່​ຫວຽດນາມ, ​ໂດຍ​ຖື​ວ່າ, ຫວຽດນາມ​ ອາດຈະ​ກາຍ​ເປັນ​ຮ່ອມ​ພູ Silicon ຂອງ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້. ຕາມ​ບົດ​ຂຽນ, ກ່ອນ​ນີ້ 15 ປີ​, ຍາກ​ທີ່​ຈະ​ຊອກ​ເຫັນ​ບໍລິສັດ IT ​ແຫ່ງ​ໃດ​ຢູ່​ຫວຽດນາມ, ​ແຕ່​ປະຈຸ​ບັນ​ໄດ້​ມີ​ວິ​ສາ​ຫະກິດ IT ເກືອບ 14.000 ​ແຫ່ງ​ທີ່​ຜະລິດ ​ແລະ ພັດທະນາຮາດ​ແວ, ຊອບ​ແວ ​ແລະດີ​ຈີ​ຕອນ. ປະຈຸ​ບັນ, ລັດຖະບານ​ຫວຽດນາມ ​ຖື​ຂະ​ແໜງ​ອຸດສາຫະກຳ​ເຕັກ​ໂນ​ໂລ​ຢີສູງ​ຄື​ດັ່ງ​ເສົາ​ຄຳ້​ຊຸກຍູ້​ການ​ເຕີບ​ໂຕ​ເສດຖະກິດ​ຂອງປະ​ເທດ​. ​ຫວຽດນາມ ​ໄດ້​ລົງທຶນ​ຫຼາຍ​ເຂົ້າ​ໃນ​ການ​ກໍ່​ສ​້າງພື້ນຖານ​ໂຄງ​ລ່າງ ​ແລະ ຜ່ານ​ບັນດາ​ນະ​ໂຍບາຍ​ເສດຖະກິດ ​ເພື່ອ​ສົ່ງ​ເສີມ​ບັນດາ​ວິ​ສາ​ຫະກິດ​ທັງ​ພາຍ​ໃນ ​ແລະ ຕ່າງປະ​ເທດ​ລົງທຶນ​ດຳ​ເນີນ​ທຸລະ​ກິດ​ຢູ່​ຫວຽດນາມ. ແລະ​ກໍ່ຕາມບົດ​ຂຽນ​ແລ້ວ, ​ເດືອນ 10 ຈະ​ມາ​ເຖິງ, ນະຄອນ ​ໂຮ່ຈີ​ມິນ​ຈະ​ດຳ​ເນີນ​ກອງ​ປະຊຸມ ​ເຕັກ​ໂນ​ໂລ​ຢີຂໍ້​ມູນ​ຂ່າວສານຫວຽດນາມ ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ 300 ກວ່າ​ບໍລິສັດ​ເຕັກ​ໂນ​ໂລ​ຢີພາຍ​ໃນ​ປະ​ເທດ ​ແລະ ສາກົນ ພ້ອມ​ກັບ 20 ກວ່າ​ມະຫາວິທະຍາ​ໄລ. ນີ້​ແມ່ນ​ໂອກາດ​ເພື່ອ​ໃຫ້​ຂະ​ແໜງ​ເຕັກ​ໂນ​ໂລ​ຢີຂໍ້​ມູນ​ຂ່າວສານ ຫວຽດນາມ ສະ​ແດງ​ຕົນ​ເອງ​ຕໍ່​ໂລກ ​ແລະ ທຸກ​ຄົນ​ຈະ​ເຫັນ​ໄດ້​ການລະ​ເບີດ​ຂອງ​ຂົງ​ເຂດ​ເຕັກ​ໂນ​ໂລ​ຢີຂໍ້​ມູນ​ຂ່າວສານ ຢູ່​ຫວຽດນາມ.

 

ຂ່າວ/ບົດ​ອື່ນ