ຫວຽດນາມຈະຈັດຕັ້ງກອງປະຊຸມສາກົນກ່ຽວກັບການທ່ອງທ່ຽວ ແລະ ກິລາ

ຫວຽດນາມຈະຈັດຕັ້ງກອງປະຊຸມສາກົນກ່ຽວກັບການທ່ອງທ່ຽວ ແລະ ກິລາ - ảnh 1
(ພາບປະກອບ)

(vovworld) - ວັນ​ທີ 24/9, ກະຊວງ ວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ ​ສົມທົບ​ກັບ​ອົງການ​ທ່ອງ​ທ່ຽວ​ສາກົນ ​ແລະ ຄະນະ​ກຳມະການ​ປະຊາຊົນ​ນະຄອນ ດ່າ​ນັ້ງ, ຈະ​ຈັດ​ຕັ້ງ​ກອງ​ປະຊຸມ​ສາກົນ​ກ່ຽວ​ກັບ​ການທ່ອງທ່ຽວ ​ແລະ ກິລາ ຢູ່​ນະຄອນ ດ່າ​ນັ້ງ. ກອງ​ປະຊຸມ​ຈະ​ສຸມ​ໃສ່​ແລກປ່ຽນ, ປຶກສາ​ຫາລື 3 ​ເນື້ອ​ໃນ​ເຊັ່ນ: ທ່າ​ອ່ຽງພັດທະນາ​ຂອງການທ່ອງທ່ຽວ ຕິດ​ພັນ​ກັບ​ບັນດາ​ການ​ເຄື່ອນ​ໄຫວ​ກິລາ, ການ​ພົວພັນ​ໜູນ​ຊ່ວຍ​ລະຫວ່າງ​ການທ່ອງທ່ຽວ ​ແລະ ກິລາ ກໍ່​ຄື​ການ​ປະກອບສ່ວນ​ຂອງ​ກິລາ ​ແລະ ການທ່ອງທ່ຽວ​ໃຫ້​ແກ່​ການ​ພັດທະນາ​ຢ່າງ​ໝັ້ນຄົງ; ທັດສະນະ, ວິທີ​ສຳຜັດ ​ແລະ ບົດຮຽນ​ໃນ​ການ​ພັດທະນາ​ຜະລິດ​ຕະພັນ​ທ່ອງ​ທ່ຽວ​ກິລາ; ການ​ໂຄສະນາ​ຜະລິດ​ຕະພັນ​ທ່ອງ​ທ່ຽວ​ໃນ​ໄລຍະ​ຜ່ານ​ມາ… ບົດຮຽນ​ຈາກ ​ແອ​ດສະ​ປາຍ, ຍີ່ປຸ່ນ, ສ​ເກົາຫຼີ, ​ໄທ ​ແລະ ຫວຽດນາມ…

ກອງປະຊຸມ​ສິ້ນ​ສຸດ ດ້ວຍ​ການ​ຮັບຮອງ​ເອົາ​ຖະ​ແຫຼ​ງການ ດ່າ​ນັ້ງ ກ່ຽວ​ກັບ​ການທ່ອງທ່ຽວ ​ແລະ ກິລາ ​ເພື່ອ​ການ​ພັດທະນາ​ແບບ​ຍືນ​ຍົງ.

ຂ່າວ/ບົດ​ອື່ນ