ຫວຽດນາມຈະຈັດຕັ້ງງານວາງສະແດງພາບແຕ້ມບັນດາປະເທດອາຊຽນຄັ້ງທີ2

ຫວຽດນາມຈະຈັດຕັ້ງງານວາງສະແດງພາບແຕ້ມບັນດາປະເທດອາຊຽນຄັ້ງທີ2 - ảnh 1
(ພາບປະກອບ)

(vovworld) - ງານ​ວາງສະ​ແດງ​ພາບ​ແຕ້ມ​ບັນດາ​ປະ​ເທດ ອາ​ຊຽນ ຄັ້ງ​ທີ 2 ປີ 2016 ດ້ວຍ​ຫົວ​ຂໍ້ “ອາ​ຊຽນ: ສີສັນ​ສິລະ​ປະ - ຄວາມ​ສາມັກຄີ - ການພັດທະນາ” ຈະ​ດຳ​ເນີນ​ຢູ່​ຫໍພິພິດທະພັນ​ວິຈິດ​ສິນ ຫວຽດນາມ ​ໃນ​ເດືອນ 12/2016. ການ​ເສັງ ​ແລະ ການວາງສະ​ແດງ​ນີ້ ​ແມ່ນ​ໂອກາດ ​ເພື່ອ​ໃຫ້​ບັນດາຈິດຕະກອນ ຫວຽດນາມ ​ແລະ ບັນດາ​ປະ​ເທດ ອາ​ຊຽນ ​ໄດ້​ພົບ​ປະ​ແລກປ່ຽນ​ແນະນຳ​ຜົນງານ​ໃໝ່​ ໃນ​ການປະດິ​ດສິລະ​ປະພາ​ບ​ແຕ້ມ, ​ແນະນຳ​ວັດທະນະທຳ, ​ປະ​ເທດ​ຊາດ, ປະຊາຊົນ​ແຕ່ລະ​ປະ​ເທດ​ໃນ​ປະຊາ​ຄົມ​​ແຫ່ງຄວາມ​ສາມັກຄີ​ ​ແລະ ຂະຫຍັນ​ຂັນ​ເຄື່ອນ​. ນີ້​ແມ່ນ​ການ​ເຄື່ອນ​​ໄຫວ​ສິລະ​ປະ ​​ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ຄວາ​ມ​ເຂົ້າອົກ​ເຂົ້າ​ໃຈ ຄວາມ​ສາມັກຄີ​ພາຍ​ໃນ ອາ​ຊຽນ, ພ້ອມ​ກັນ​ນັ້ນ ມະຫາຊົນ​ກໍ່​ມີ​ໂອກາດ​​ໄດ້ເຫັນ​ປະຈັກ​ຕາຫລາຍ​ພາບ​ແຕ້ມທີ່​ໄດ້​ຜ່ານ​ການ​ເລືອກ​ເຟັ້ນ​ຂອງ​ບັນ​ດາຈິດຕະກອນ​ຍຸກ​​ປະຈຸ​ບັນ​ໃນ ອາ​ຊຽນ. ການ​ເສັງ​​ແມ່ນ​ສະຫງວນ​ໃຫ້​ພົນລະ​ເມືອງ​​ບັນດາ​ປະ​ເທດ ອາ​ຊຽນ.

 

ຂ່າວ/ບົດ​ອື່ນ