ຫວຽດນາມຈະນຳໃຊ້ທຸກ ມາດຕະການທີ່ເໝາະສົມ, ຈຳເປັນເພື່ອປົກປ້ອງ ບັນດາສິດແລະຜົນປະໂຫຍດອັນຊອບທຳຢູ່ເລຕາເວັນອອກ


ຫວຽດນາມຈະນຳໃຊ້ທຸກ ມາດຕະການທີ່ເໝາະສົມ, ຈຳເປັນເພື່ອປົກປ້ອງ ບັນດາສິດແລະຜົນປະໂຫຍດອັນຊອບທຳຢູ່ເລຕາເວັນອອກ - ảnh 1

(ພາບປະກອບ)

(vovworld)- ​ໂດຍ​ບໍ່​ຫົວຊາ​ຕໍ່ກົດໝາຍ ​ແລະ ທຳນຽມ​ສາກົນ, ລະ​ເມີດຢ່າງ​ຮ້າຍ​​ແຮງ​ອະທິປະ​ໄຕ​ຂອງ​ຫວຽດນາມ ທີ່​ມີ​ຕໍ່​ເຂດ​ໝູ່​ເກາະ​ຮ່ວາງ​ຊາ, ສິດ​ອະທິປະ​ໄຕ ​ແລະ ​ ​ອຳນາດ​ສານສຳລັບ​ບັນດາ​ເຂດ​​ ​ແລະ​ ໄຫຼ່​ທະວີບຂອງ​ຫວຽດນາມ, ວັນ​ທີ 12/5, ກຳ​ປັ່ນ ​ແລະ ​ເຮືອບບິນ​ລຳ​ຕ່າງໆ​ຂອງຈີນ ສືບ​ຕໍ່​ສະກັດ​ກັ້ນກຳລັງ​ປະຕິບັດ​ກົດໝາຍ​ຂອງ​ຫວຽດນາມ ສຳ​ພັດ​ກັບ​ຮ້ານ​ເຈາ​ະນ້ຳມັນ​ໄຮ​ຢາງ 981 ພວມ​ເຄື່ອນໄຫວ​ຢ່າງ​ຜິດ​ກົດໝາຍ​ຢູ່​ເຂດ​ທະ​ເລ​ຂອງ​ຫວຽດນາມ.

  ຫາງ​ສຽງ​ພາຍ​ໃນ ​ແລະ ຕ່າງປະ​ເທດ​ສືບ​ຕໍ່​ອອກສຽງ​ຄັດຄ້ານ​ເລື່ອງ​ຈີນ ​ລະ​ເມີດ​ອະທິປະ​ໄຕ​ເຂດ​ທະ​ເລ​ຂອງ​ຫວຽດນາມ. ວັນ​ທີ 12/5, ການ​ນຳ​ພະ​ແນ​ກພົວພັນ​ ຕ່າງປະ​ເທດ​ນະຄອນ​ໂຮ່ຈິ​ມິນ ​ໄດ້​ເຊື້ອ​ເຊີນຫົວໜ້າ​ກົງ​ສູນ​ໃຫ່ຍຈີນ ​ປະຈຳ ນະຄອນ​ໂຮ່ຈິ​ມິນ ​ມາເພື່ອ​ຄັດຄ້ານ​ເລື່ອງ​ຈີນ ນຳຮ້ານ​ເຈາ​ະນ້ຳມັນ​ໄຮ​ຢາງ 981  ​ແລະ ບັນດາ​ກຳ​ປັ່ນ​ປ້ອງກັນຫຼາຍ​ລຳ​ເຂົ້າ​ເຄື່ອນ​ໄຫວ​ໃນ​ເຂດ​ເສດຖະກິດ​ຈຳ​ເພາະ ​ແລະ​ ໄຫຼ່​ທະວີບຂອງ​ຫວຽດນາມ ພຽງ​ລຳພັງ​ຝ່າຍ​ດຽວ. ການ​ນຳພະ​ແນ​ກພົວພັນ​​ຕ່າງປະ​ເທດ​ນະຄອນ​ໂຮ່ຈິ​ມິນ ຢືນຢັນ​ວ່າ: ການ​ກະທຳ​ຈອງ​ຈີນ​ ​ແມ່ນ​ຜິດ​ກົດໝາຍ, ໄປ​ຝືນ​ກັບກົດໝາຍ ​ແລະ ທຳນຽມ​ສາກົນ, ລະ​ເມີດອະທິປະ​ໄຕ​ຂອງ​ຫວຽດນາມ ທີ່​ມີ​ຕໍ່​ເຂດ​ໝູ່​ເກາະ​ຮ່ວາງ​ຊາ, ລະ​ເມີດສິດ​ອະທິປະ​ໄຕ ​ແລະ ​ອຳນາດ​ສານສຳລັບ​ບັນດາ​ເຂດ​ເສດຖະກິດ​ຈຳ​ເພາະ ​ແລະ​ໄຫຼ່​ທະວີບຂອງ​ຫວຽດນາມ./.

ຂ່າວ/ບົດ​ອື່ນ