ຫວຽດນາມຈະນຳໃຊ້ທຸກໆມາດຕະການເພື່ອປົກປັກຮັກສາອະທິປະໄຕທະເລໝູ່ເກາະ

ຫວຽດນາມຈະນຳໃຊ້ທຸກໆມາດຕະການເພື່ອປົກປັກຮັກສາອະທິປະໄຕທະເລໝູ່ເກາະ - ảnh 1
ພາບປະກອບ

(vovworld) –  ຄື​ດັ່ງພວກ​ເຮົາ​ໄດ້​ໃຫ້​ຂ່າວ​ໄປ​ແລ້ວ, ວັນ​ທີ 1/5, ຈີ​ນ ​ໄດ້​ນຳ​ຮ້ານ​ເຈາະ​ນ້ຳມັນ​ໝາຍ​​ເລກໄຮ​ຢາງ 981 ​ເຄື່ອ​ນ​ໄຫວ​ຜິດ​ກົດໝາຍ​ຢູ່​​ແປງ​​ນ້ຳມັນ​ອາຍ​ແກ​ດ 143, ຂຶ້ນ​ກັບ​ເຂດ​ເສດ​ຖະກິດຈຳເພາະ ​ແລະ ​ເຂດ​ໄລ່​ທະວີບ ຫວຽດນາມ. ການ​ເຄື່ອນ​ໄຫວ​ນີ້​​ໄດ້​ລະ​ເມີດ​ອະທິປະ​ໄຕ ​ແລະ ສິດ​ຕັດສິນ​ອັນ​ຖືກຕ້ອງ​ສຳລັບ​ເຂດ​ເສດຖະກິດຈຳເພາະ ​ແລະ ​ເຂດ​ໄຫລ່​ທະວີບ​ຂອງ ຫວຽດນາມ, ລະ​ເມີດ​ສົນທິສັນຍາ​ຂອງ ສະຫະ​ປະຊາ​ຊາດ ກ່ຽວ​ກັບ​ກົດໝາຍວ່າ​ດ້ວຍ​ທະ​ເລປີ 1982 ​ແລະ ບັນດາ​ຂໍ້​ຕົກລົງ 2 ຝ່າຍ ຫວຽດນາມ - ຈີນຢ່າງ​ຮ້າຍ​ແຮງ. ວັນ​ທີ 7/5, ກະຊວງ​ການ​ຕ່າງປະ​ເທດ ຫວຽດນາມ ​ໄດ້​ຈັດ​ຕັ້ງ​ການ​ປະຊຸມ​ຂ່າວ​ສາກົນ ​ເພື່ອ​ແນ​ໃສ່​ປະກາດ​ເຖິງ​ຫາງ​ສຽງ​ທັງ​ພາຍ​ໃນ ​ແລະ ຕ່າງປະ​ເທດ ກ່ຽວ​ກັບ​ການ​ກະທຳ​ຜິດພາດ​ຂອງ​ຈີນ.

        ທີ່​ການ​ປະຊຸມ​ຂ່າວ, ທ່ານ ​ໂງ​ງອກ​ທູ, ຮອງ​ຫົວໜ້າ​​ເສນາ​ທິການ, ກອງ​ບັນຊາ​ການ​ຕຳຫຼວດ​ທະ​ເລ ຫວຽດນາມ, ​ໃຫ້​ຮູ້​ວ່າ: ມາ​ຮອດ​ປະຈຸ​ບັນ, ຈີນ ​ໄດ້​ລະດົມ​ກຳ່​ປັນ​ຊະນິດ​ຕ່າງໆ 80 ລຳ​​ໄປ​ເຖິງ​​ເຂດ​ທີ່​ຕັ້ງຮ້ານ​ເຈາະ​ນ້ຳມັນ ໄຮ​ຢາງ 981. ​​ສິ່ງ​ທີ່​ໜ້າ​ສົນ​ໃຈ​ແມ່ນ, ກຳ່​ປັນ​ການ​ທະຫານຂອງ ຈີນ ​ໄດ້​ປະກົດ​ຕົວ​ຫ່າງຈາກ​ໝູ່​ເກາະ ຫຼີ​ເຊີນ ຂອງ ຫວຽດນາມ ປະມານ 50 ​ໄມ​ທະ​ເລ. ທ່ານ ​ໂງ​ງອກ​ທູ ​ໃຫ້​ຮູ້​ວ່າ:

        “​ເມື່ອ​ບັນດາ​ກຳ່​ປັນ​ປະຕິບັດ​ກົດ​ໝາຍ​ຂອງ ຫວຽດນາມ ​ໄປ​ກວດກາ, ສະກັດ​ກັ້ນ​ການລະ​ເມີດ​ຢ່າງຜິດ​ກົດໝາຍ​ຂອງ​ຮ້ານ​ເຈາະ​ນ້ຳມັນໄຮ​ຢາງ 981, ບັນດາ​ກຳ່​ປັນ​ປົກ​ປ້ອງ​ຂອງ ຈີນ, ​ໂດຍ​ໄດ້​ມີ​ການ​ໜູນ​ຊ່ວຍ​ຂອງ​ເຮືອບິນ, ​ໄດ້ຕຳ່​​ໃສ່ບັນດາ​ກຳ່​ປັນ​ຂອງ ຫວຽດນາມ, ​ໃສ່​ທໍ່​ສິດ​ນ້ຳ​ດ້ວຍ​ກຳລັງ​ແຮງ​ສູງ ​ເພື່ອສິດ​ນ້ຳ​​ໃສ່ກຳ່​ປັນ​ຂອງ ຫວຽດນາມ, ​ເຮັດ​ໃຫ້​ກຳ່​ປັນ ​ແລະ ບັນດາ​ອຸປະກອນ​ໃນ​ກ​ຳ່ປັນ​ຖືກ​​ເປ​ເພ, ກໍ່​ຄວາມ​ບາດ​ເຈັບ​​ໃຫ້​ແກ່ລູກ​ເຮືອ​​ໃນ​ກຳ່​ປັນ.”

ຕໍ່ໜ້າ​ສະພາບ​ການ​ດັ່ງກ່າວ, ບັນດາ​ກ​​ຳລັງ​ປະຕິບັດ​ກົດໝາຍ​ຂອງ ຫວຽດນາມ ​ໄດ້​ມີໜ້າ​ຢູ່​ບ່ອນ​ເກີດ​ເຫດ​ໃນ​ທັນທີ, ດຳ​ເນີນ​ການ​ສະກັດ​ກັ້ນ​ການ​ເຄື່ອນ​ໄຫວ​ລະ​ເມີດໃນ​ເຂດ​ທະ​ເລຂອງ ຫວຽດນາມ ​ຜິດ​ກົດໝາຍ​ຂອງ​ຮ້ານ​ເຈາະ​ນ້ຳມັນ ​ແລະ ກຳລັງ​ກຳ່​ປັນ​ປົກ​ປ້ອງ​ຂອງ​ຈີນ. ທ່ານ ​ເຈີ່ນ​ຢູຍຫາຍ, ຮອງ​ຫົວໜ້າ​ຄະນະ​ກຳມະການ​ຊາຍ​ແດນແຫ່ງ​ຊາດ ຫວຽດນາມ, ຢືນຢັນ​ວ່າ:

“ພາຍຫຼັງ​ໄດ້​ຮັບ​ຂ່າວ ຈີນ ນຳ​ຮ້ານ​ເຈາະ​ນ້ຳມັນ​ນ້ຳ​ເລິກ ໄຮ​ຢາງ 981 ​ເຂົ້າ​ເຂດ​ໄຫລ່​ທະວີບ​ຂອງ ຫວຽດນາມ, ກະຊວງ​ການ​ຕ່າງປະ​ເທດ ​ໄດ້​ມີ​ມາດ​ຕະການ​ຕໍ່ສູ້. ມີ​ການ​ພົບ​ປະສອງ​ຝ່າຍ​ໃນ​ລະດັບ​ຕ່າງໆ 8 ຄັ້ງ. ​ໃນ​ການ​ເຮັດ​ວຽກ​ຄັ້ງ​ຕ່າງໆ, ຫວຽດນາມ ລ້ວນ​ແຕ່​ຢືນຢັນ​ວ່າ: ຈີນ​ ​ໄດ້​ລະ​ເມີດ​ບັນດາ​ຂໍ້​ກຳນົດ​ຂອງ​ກົດໝາຍ​ສາກົນຢ່າງ​ຮ້າຍ​ແຮງ, ລະ​ເມີດ​ບັນດາ​ຂໍ້​ຕົກລົງ​ທີ່​ການ​ນຳຂັ້ນ​ສູງ 2 ປະ​ເທດ​ໄດ້ຮັບຮອງ​ເອົາ. ຫວຽດນາມ ​ເດັດ​ດຽວ​ຄັດຄ້ານ​ບັນດາ​ການ​ເຄື່ອນ​ໄຫວ​ຂອງ ຈີນ. ກະຊວງ​ການ​ຕ່າງປະ​ເທດ ຫວຽດນາມ ​ໄດ້​ຮຽກ​ໂຮມ​ອຸປະ​ທູດ ຈີນ ​ມາເພື່ອ​ມອບ​ສານ​ທາງ​ການ​ຄັດຄ້ານ, ຮຽກຮ້ອງ ຈີນ ຖອນ ຮ້ານ​ເຈາະ​ນ້ຳມັນ​ອອກ​ຈາກ​​ເຂດ​ທະ​ເລ ຫວຽດນາມ​ໃນ​ທັນທີ.”

        ​ເມື່ອ​ຕອບ​ສຳພາດ​ຄຳ​ຖາມ​ຂອງ​ສື່​ມວນ​ຊົນ​ພາຍ​ໃນ ​ແລະ ຕ່າງປະ​ເທດ ກ່ຽວ​ກັບ​ບັນດາ​ການ​ກະທຳ​ຂອງ ຫວຽດນາມ ​ໃນ​ໄລຍະ​ຜ່ານ​ມາ, ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ ຫວຽດນາມ ​ເລ​ຫາຍ​ບີ່​ງ ​ໃຫ້​ຮູ້​ວ່າ: ມາ​ຮອດ​ຈຸດ​ເວລາ​ນີ້, ​ເຖິງ​ວ່າ ຈີນ ສືບ​ຕໍ່​ເພີ່ມ​ທະ​ວີ​ກາ​ນ​ເຄື່ອນ​ໄຫວ​​ເຄັ່ງ​ຕຶງ​ຢູ່​ເຂດ​ທະ​ເລ​ຕາ​ເວັນ​ອອກ ກໍ່ຕາມ, ​ແຕ່ ຫວຽດນາມ ຍັງ​ຄົງ​ປະຕິບັດບັນດາ​ມາດ​ຕະການ​ຕໍ່ສູ້​ດ້ານ​ການ​ທູ​ດບົນ​ພື້ນຖານ​ໂອ້​ລົມ​ສົນທະນາ​ສັນຕິພາບ. ​ເຖິງ​ຢ່າງ​ໃດ​ກໍ່ຕາມ, ຫວຽດນາມ ກໍ່​ຈະ​ປະຕິບັດ​ທຸກ​ໆ​ມາດ​ຕະການ​ປົກ​ປັກ​ຮັກສາ​ອະທິປະ​ໄຕທະ​ເລ​ໝູ່​ເກາະ  ​ແລະ ການ​ປ້ອງ​ກັນ​ຕົວ​ຖ້າ​ມີ​ຄວາມ​ຈຳ​ເປັນ.

 


ຂ່າວ/ບົດ​ອື່ນ