ຫວຽດນາມຈະສືບຕໍ່ສ້າງເງື່ອນໄຂໃຫ້ແກ່ວິສາຫະກິດຍີ່ປຸ່ນລົງທຶນຢູ່ຫວຽດນາມ

ຫວຽດນາມຈະສືບຕໍ່ສ້າງເງື່ອນໄຂໃຫ້ແກ່ວິສາຫະກິດຍີ່ປຸ່ນລົງທຶນຢູ່ຫວຽດນາມ - ảnh 1
ທ່ານ​ປະທານ​ປະ​ເທດ​ຫວຽດນາມ ​ເຈືອງ​​ເຕີນ​ຊາງ ແລະ ທ່ານ
 Hiroshi Watanabe, ຜູ້​ວ່າການ​ທະນາຄານ​ຮ່ວມ​ມື​ສາກົນ​ຍີ່ປຸ່ນ
ພາບ:vietnamplus.vn


(vovworld)- ຕອນ​ບ່າຍ​ວັນ​ທີ 15/7, ທີ່​ສຳນັກງານ​ປະທານ​ປະ​ເທດ, ທ່ານ​ປະທານ​ປະ​ເທດ​ຫວຽດນາມ ​ເຈືອງ​​ເຕີນ​ຊາງ ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ Hiroshi Watanabe, ຜູ້​ວ່າການ​ທະນາຄານ​ຮ່ວມ​ມື​ສາກົນ​ຍີ່ປຸ່ນ (JBIC) ພວມ​ຢ້ຽມຢາມ ​ແລະ​ເຮັດ​ວຽກ​ຢູ່​ຫວຽດນາມ.​ທີ່​ການ​ຕ້ອນຮັບ, ທ່ານ​ປະທານ​ປະ​ເທດ​ເຈືອງ​ເຕີນ​ຊາງ ຕີ​ລາຄາ​ສູງ​ຈຸດປະສົງ​ການ​ຢ້ຽມຢາມ​ຂອງ​ຄະນະ,​ສືບ​ຕໍ່​ເຮັດ​ໃຫ້​ບັນດາ​ໂຄງກາ​ນຮ່ວມ​ມື​ສອງ​ຝ່າຍ​ລະຫວ່າງ​ສອງ​ລັດ​ໃຫ້​ເລິກ​ເຊິ່ງກວ່າ, ພິ​ເສດ ແມ່ນ​ການ​ສົມທົບກັນ​ເພື່ອ​ປະຕິບັດ​ວິວັດ​ການ​ເຂົ້າ​ຮ່ວມ​ສັນຍາ​ຄູ່​ຮ່ວມ​ມື​ຂ້າມ ປາຊີ​ຟີ​ກ (TPP). ເຫັນດີເປັນ​ເອກະ​ພາບ​ກັບ​ຄຳສະ​ເຫ​ນີຂອງ​ຍີ່​ປຸ່ນ ກ່ຽວ​ກັບ​ການສ້າງສະພາບ​ແວດ​ລ້ອ​ມ​ແຫ່ງ​ການ​ລົງທຶນ​ຢ່າ​ງສະດວກ, ທ່ານ​ປະທານ​ປະ​ເທດ​ເຈືອງ​ເຕີນ​ຊາງ ​ເນັ້ນ​ຫນັກ​ວ່າ: ຫວຽດນາມ ຈະສືບ​ຕໍ່ສ້າງ​ເງື່ອນ​ໄຂ​ໃຫ້​ແກ່​ບັນດາ​ວິ​ສາ​ຫະກິດ ຍີ່ປຸ່ນ ເຂົ້າມາລົງທຶນ​ຢູ່​ຫວຽດນາມ ​ແລະ ​ເຊື່ອ​ໝັ້ນ​ວ່າ ຜ່ານ​ບັນດາ​ການ​ເຄື່ອນ​ໄຫວ​ສົ່ງ​ເສີມ​ການ​ລົງທຶນ​ດ້ວຍ​ຫລາຍ​ນະ​ໂຍບາຍ​ໃຫມ່​ຂອງ​ຫວຽດນາມ ຈະ​ນັບ​ມື້​ນັບ​ມີ​ວິ​ສາ​ຫະກິດ​ ຍີ່​ປຸ່ນ ຫລາຍ​ແຫ່ງ​ເຂົ້າມາ​ລົງທຶນ​ຢູ່​ຫວຽດນາມ.

ຂ່າວ/ບົດ​ອື່ນ