ຫວຽດນາມຈະສວມບົດບາດເປັນປະເທດກິຕິມະສັກໃນງານຕະຫຼາດນັດ CAEXPO 2016

ຫວຽດນາມຈະສວມບົດບາດເປັນປະເທດກິຕິມະສັກໃນງານຕະຫຼາດນັດ CAEXPO 2016 - ảnh 1
                                       (ພາບ​ປະ​ກອບ)

(vovworld)- ຕາມ​ການ​ຜັດ​ປ່ຽນ​ກັນ​ລະ​ຫວ່າງ​ບັນ​ດາ​ປະ​ເທດ​ອາ​ຊຽນ ແລະ ຈີນ, ທີ່​ງານ​ຕະຫຼາດ​ນັດ​ຈີນ-ອາ​ຊຽນຄັ້ງ​ທີ 13 (CAEXPO 2016) ຊຶ່ງ​​ດຳ​ເນີນ​ແຕ່​ວັນ​ທີ 11-14/9 ຢູ່​ໜານ​ໜີງ​ປະ​ເທດ​ຈີນ. ຫວຽດ​ນາມ​ຈະ​ສວມ​ບົດ​ບາດ​ເປັນ​ປະ​ເທດ​ກິ​ຕິ​ມະ​ສັກ ແລະ ພ້ອມ​ກັບ​ປະ​ເທດ​ເຈົ້າ​ພາບ​ຈີນ​ເປັນ​ປະ​ທານ​ຮ່ວມ​ບັນ​ດາ​ການ​ເຄື່ອນ​ໄຫວ​ສະ​ເຫຼີມ​ສະຫຼອງ 25 ປີ​ແຫ່ງວັນ​ສ້າງ​ການ​ພົວ​ພັນ​ຄູ່​ເຈ​ລະ​ຈາ​ອາ​ຊຽນ-ຈີນ. ທີ່​ການ​ປະ​ຊຸມ​ຂ່າວ​ເມື່ອ​ຕອນ​ເຊົ້າ​ວັນ​ທີ 1/9, ທ່ານ​ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ອຸດ​ສາ​ຫະ​ກຳ ການ​ຄ້າ ໂດ້​ທັ້ງ​ຫາຍ ໃຫ້​ຮູ້​ວ່າ ນີ້​ແມ່ນ​ໂອ​ກາດ​ທີ່​ດີ​ເພື່ອຢັ້ງ​ຢືນ​ທີ່​ຕັ້ງ, ບົດ​ບາດ​ຂອງ​ຫວຽດ​ນາມ​ໃນ​ການ​ພົວ​ພັນ​ລະ​ຫວ່າງຈີນ-ອາ​ຊຽນ. ປີນີ້​ຫວຽດ​ນາມ​ສືບ​ຕໍ່​ແມ່ນ​ປະ​ເທດ​ທີ່​ມີ​ຈຳ​ນວນ​ວິ​ສາ​ຫະ​ກິດຫຼາຍກວ່າ​ໝູ່​ໃນ​ອາ​ຊຽນ ຊຶ່ງ​ລວ​ມ​ມີ 137 ວິ​ສາ​ຫະ​ກິດ​ຂອງ 19 ແຂ​ວງ ແລະ ນະ​ຄອນ​ໃນ​ທົ່ວ​ປະ​ເທດ .
ຂ່າວ/ບົດ​ອື່ນ