ຫວຽດນາມຈະສ້າງສະພາບແວດລ້ອມດ້ານການຄ້າເສລີກ້ວາງຂວາງກັບ55ຄູ່ຮ່ວມມື

ຫວຽດນາມຈະສ້າງສະພາບແວດລ້ອມດ້ານການຄ້າເສລີກ້ວາງຂວາງກັບ55ຄູ່ຮ່ວມມື - ảnh 1
(ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ​
ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຸດ​ຍອດ​ທະນາຄານ​ອາຊີ​ຄັ້ງ​ທີ 17)


(vovworld) – ຕອນ​ເຊົ້າ​ວັນ​ທີ 11/05, ຢູ່​ຮ່າ​ໂນ້ຍ ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຸດ​ຍອດ​ທະນາຄານ​ອາຊີ​ຄັ້ງ​ທີ 17, ​​ເຊຶ່ງແມ່ນ​ເຫດການ​ທີ່​ມີອິດ​ທິພົນ​ຊື່​ສຽງ ​ແລະ ດູດ​ດຶມ​ຂອງ​ຂະ​ແໜງ​​ທະນາຄານ​ພາກ​ພື້ນ​ ອາຊີ. ​ຕໍ່ໜ້າ​ການ​ນຳ​ທະນາຄານມີ​ຊື່​ສຽງ ​ແລະ ບັນດາ​ນັກ​ລົງທຶນ​ພາຍ​ໃນ​ປະ​ເທດ ​ແລະ ຕ່າງປະ​ເທດ​ກ່ວາ 1.000 ທ່ານ, ທ່ານ​ນາຍົກລັດຖະມົນຕີ ຢືນຢັນ​ວ່າ: ຫວຽດນາມ ຊົມ​ເຊີຍ ​ແລະ ສະໜັບສະໜູນ​ຫົວ​ຂໍ້​ຂອງ​ກອງ​ປະຊຸມ​ຄັ້ງ​ນີ້​ແມ່ “ບັນດາ​ການ​ບຸກທະລຸ​ໃໝ່”, ສ່ອງ​ແສງ​ວິ​ໄສ​ທັດ​ໄລຍະ​ຍາວ ດ້ວຍ​ການ​ເອົາ​ໃຈ​ໃສ່​ປະຕິບັດປ່ຽນ​​ໃໝ່​ມີ​ຫົວຄິດ​ປະດິດ​ສ້າງ, ມຸ່ງ​​ໄປ​ເຖິງ​ປະຊາ​ຄົມ​ການ​ເງິນ, ທະນາຄານ​ທີ່​ຂະຫຍັນ​ຂັນ​ເຄື່ອນ, ມີ​ປະສິດ​ທິຜົນ, ຜ່ານຜ່າ​ສິ່ງ​ທ້າທາຍ​ເພື່ອ​ພ້ອມ​ກັນ​ພັດທະນາ. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ​ເນັ້ນ​ໜັກ​ວ່າ: ​

​ເນື້ອ​ໃນ​ການ​ປຶກສາ​ຫາລື​ຂອງ​ຫົວ​ຂໍ້​ນີ້ ​ແມ່ນ​ເໝາະ​ສົມທີ່​ສຸດ​ຕໍ່​ສະພາບ​ການ​ເສດຖະກິດ​ໂລກ ​ແລະ ພາກ​ພື້ນ​ ຊຶ່ງ​ໃນປະຈຸ​ບັນ​ພວມ​ມີ​ການ​ຜັນ​ແປ ​ແລະ ສິ່ງ​ທ້າ​ທາຍ​ຫລາຍ​ຢ່າງ ຄື: ທ່າຟື້ນ​ຟູ​ເສດຖະກິດບໍ່​ສະ​ໝ່ຳສະ​ເໝີ ລ້ວນ​ແຕ່​ຕ່ຳ​ກ່ວາ​ການ​ຄາດ​ຄະ​ເນ; ລະດັບ​ການ​ເຕີບ​ໂຕ​ພື້ນຖານ​ເສດຖະກິດ ອາຊີ ພວມ​ມີທ່າ​ອ່ຽງຊັກ​ຊ້າລົງ. ຄຽງ​ຂ້າງ​ນັ້ນ ການ​ຜັນ​ແປ​ຢ່າງ​ສັບສົນ​ຂອງ​ໄພ​ທຳ​ມະ​ຊາດ ​ແລະ ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ ກໍ່ຜົນ​ກະທົບ​ຢ່າງ​ໜັກໜ່ວງ​ໃນ​ພາ​ກພື້ນ, ພ້ອມ​ກັນ​ກັ້ນ ບັນດາ​ສັນຍາ​ການ​ຄ້າ​ເສລີ​ໃໝ່ ​ໄດ້​ຮັບ​ການ​ລົງ​ນາມ ​ແລະ ປະຊາ​ຄົມ​ເສດຖະກິດ ອາ​ຊຽນ ​ໄດ້​ຮັບ​ການ​ສ້າງ​ຕັ້ງ, ກໍ່​​ໄດ້ວາງ​ສິ່ງ​ທ້າ​ທາຍ​ໃຫຍ່​ສຳລັບ​ທຸກ​ປະ​ເທດ​. ດັ່ງ​ນັ້ນ ພວກ​ເຮົາຕ້ອງ​ປ່ຽນ​ແປງ ​ແລະ ປ່ຽນ​ໃໝ່​ຢ່າງ​ມີ​ຫົວຄິດປະດິ​ດສ້າງ ຊຶ່ງ​ໄດ້ຮັບ​ຖື​ວ່າ ​ແມ່ນກຳລັງ​ໜູນ​ການ​ເຕີບ​ໂຕ, ຜ່ານ​ຜ່າ​ສິ່ງ​ທ້າ​ທາຍ, ມຸ່ງ​​ໄປ​ເຖິງ​​ເປົ້າໝາຍ​ພັດທະນາ​ແບບ​ຍືນ​ຍົງ.


ຂ່າວ/ບົດ​ອື່ນ