ຫວຽດນາມຈະສ້າງສະພາບແວດລ້ອມແຫ່ງການລົງທຶນຢ່າງມີປະສິດທິຜົນ

ຫວຽດນາມຈະສ້າງສະພາບແວດລ້ອມແຫ່ງການລົງທຶນຢ່າງມີປະສິດທິຜົນ - ảnh 1
(ທ່ານ​ລັດຖະມົນຕີ​ກະຊວງ​ແຜນການ ​ແລະ ການ​ລົງທຶນ ບຸ​ຍກວາງ​ວິ​ງ)

(vovworld) - ​ ກ່າວ​ຄຳ​ເຫັນ​ທີ່​ເວທີ​ປາ​ໄສ​ວິ​ສາ​ຫະກິດ​ຫວຽດນາມ ປີ 2013, ທ່ານ​ລັດຖະມົນຕີ​ກະຊວງ​ແຜນການ ​ແລະ ການ​ລົງທຶນ ບຸ​ຍກວາງ​ວິ​ງ ​ເນັ້ນ​ໜັກ​ວ່າ: ດ້ວຍ​ຫົວ​ຂໍ້ “​ໄລຍະ​ໃໝ່​ຂອງ​ວິວັດ​ການ​ປະຕິ​ຮູບ​ເສດຖະກິດ - ຈາກ​ລາຍການ​ເຖິງ​ການ​ເຄື່ອນ​ໄຫວ”, ​ເວທີ​ປາ​ໄສ​ແມ່ນ​ຂົວ​ເຊື່ອມ​ຕໍ່​ສຳຄັນ​ຂອງ​ລັດຖະບານ ​ແລະ ບັນດາ​ວິ​ສາ​ຫະກິດ​ຢູ່​ພາຍ​ໃນ ​ແລະ ຕ່າງປະ​ເທດ. ນີ້​ແມ່ນ​ຮູບ​ແບບ​ສົ່ງ​ເສີມ​ການ​ລົງທຶນ​ຢູ່​ກັບ​ທີ​ຢ່າງ​ມີ​ປະສິດທິ​ຜົນ, ປະກອບສ່ວນ​ຍົກ​ສູງ​ລັກສະນະ​ດູດ​ດື່ມ ​ແລະ ສະພາບ​ແວດ​ລ້ອມ​ແຫ່ງ​ການດຳ​ເນີນ​ທຸລະ​ກິດ​ຂອງ​ຫວຽດນາມ. ທ່ານ​ລັດຖະມົນຕີ ບຸ​ຍກວາງ​ວິ​ງ ​ເນັ້ນ​ໜັກ​ວ່າ.

        “ລັດຖະບານ ​ແລະ ປະຊາ​ຄົມ​ບັນດາ​ວິ​ສາ​ຫະກິດ ຕ້ອງ​ຍົກ​ອອກ​ບັນດາ​ການ​ເຄື່ອນ​ໄຫວ​ຢ່າງ​ລະອຽດ ​ແທນ​ບັນດານະ​ໂຍບາຍ​ກຳນົດ​ທິດ​ແບບລວມ​ໆໃຫ້​ແກ່​ວິວັດ​ການ​ປະຕິ​ຮູບ​ເສດຖະກິດ ​ຈຸດ​ສຸມ​ແມ່ນ​ປະຕິ​ຮູບ​ລັດ​ວິ​ສາ​ຫະກິດ. ຄຽງ​ຂ້າງ​ການສັງ​ເກດ, ຕີ​ລາຄາ​ບັນດາ​ວຽກ​ງານ​ທີ່​​ເຮັດ​ໄດ້ ເວທີປາໄສຕ້ອງ​ຍົກອອກບັນດາ​ສິ່ງທີ່ຄົງຄ້າງ​ເພື່ອ​ສຸມ​ໃສ່​​ແກ້​ໄຂ​ໃນ​ໄລຍະ​ຈະ​ມາ​ເຖິງ”.

        ​ແລະ​ກໍ່​ທີ່​ເວທີ​ປາ​ໄສ, ມີບາງ​ອົງການ​ຈັດ​ຕັ້ງ​ສາກົນ, ບັນດາ​ນັກ​ລົງທຶນ​ຖື​ວ່າ ຫວຽດນາມ ຕ້ອງ​ຫັນ​ລະບຽບ​ການ​ດ້ານ​ບໍລິຫານ​ເປັນ​ງ່າຍດາຍ ​ແລະ ​ປະຕິບັດ​ບັນດາ​ຂໍ້​ກຳນົດຢ່າງ​ຍຸຕິ​ທຳ, ຄຽງ​ຂ້າງ​ນັ້ນ, ຕ້ອງ​ມີ​ກົນ​ໄກ​ຄຸ້ມ​ຄອງ​ຢ່າງ​ມີ​ປະສິດທິ​ຜົນ, ກະຈາ​ງ​ແຈ້ງ​ສຳລັບລັດ​ວິ​ສາ​ຫະກິດ.

ຂ່າວ/ບົດ​ອື່ນ