ຫວຽດນາມຈະສ້າງເງື່ອນໄຂສະດວກທີ່ສຸດໃຫ້ບັນດາວິສາຫະກິດແລະນັກລົງທຶນການາດາ

ຫວຽດນາມຈະສ້າງເງື່ອນໄຂສະດວກທີ່ສຸດໃຫ້ບັນດາວິສາຫະກິດແລະນັກລົງທຶນການາດາ - ảnh 1
(ພາບປະກອບ)

(vovworld) - ຫວຽດນາມ ​ຈະ​ສ້າງ​ເງື່ອນ​ໄຂສະດວກ​ທີ່​ສຸດ​ໃຫ້​ບັນດາ​ວິ​ສາ​ຫະກິດ​ ແລະ​ ນັກລົງທຶນ ​ກາ​ນາດ​າ. ນີ້​ແມ່ນ​ຄຳ​ຢືນຢັນ​ຂອງ​ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວຽດນາມ ​ເວື​ອງດີງ​ເຫວ້ ທີ່​ການ​ຕ້ອນຮັບ​ຄະນະ​ວິ​ສາ​ຫະກິດ ກາ​ນາ​ດາ ມາ​ຊອກຮູ້​ກາລະ​ໂອກາດ​ການ​ລົງທຶນ​ຢູ່ ຫວຽດນາມ. ນີ້​ແມ່ນ​ບັນດາ​ກຸ່ມ​ບໍລິສັດ​ ​ທີ່ເຄື່ອນ​ໄຫວ​ໃນ​ຂົງ​ເຂ​ດການ​ເງິນ, ທະນາຄານ​ຄື: ກຸ່ມ​ບໍລິສັດ​​ການ​ເງິນ Northstar ​ແລະ Montreal Bank. ທ່ານ​ຮອງ​ນາຍົກລັດຖະມົນຕີ ​ເວື​ອງ ດີງ​ເຫວ້ ​ໃຫ້​ຮູ້​ວ່າ ຫວຽດນາມ ປາດ​ຖະໜາ​ຢາກ​ດຶງ​ດູດ​ບັນດາ​ກອງ​ທຶນພະ​ຈົນ​ໄພ​ຂອງ​ຕ່າງປະ​ເທດ ​ໃນ​ນັ້ນ​ມີ ກາ​ນາ​ດາ ​ເພື່ອອຸປະຖຳໃຫ້​ບັນດາ​ການ​ເຄື່ອນ​ໄຫວດຳ​ເນີນ​ອາຊີບຈະ​ນັບ​ມື້​ນັບ​ພັດທະນາ​ຢູ່ ຫວຽດນາມ. ທີ່​ການ​ຕ້ອນຮັບ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຖື​ວ່າ: ປະຈຸ​ບັນວົງ​ເງິນການ​ຄ້າ ​ແລະ ຍອດ​ຈຳນວນ​​ເງິນລົງທຶນ FDI ລະຫວ່າງ ຫວຽດນາມ - ກາ​ນາ​ດາ ຍັງ​ບໍ່​ທັນ​ເໝາະ​ສົມ​ກັບ​ຄວາມ​ສາມາດ​ບົ່ມ​ຊ້ອນ​ຂອງ 2 ປະ​ເທດ​ເທື່ອ, ການ​ລົງທຶນ FDI ຂອງ ກາ​ນາ​ດາ ຢູ່ ຫວຽດນາມ ​ແມ່ນນອນ​ໃນ​ກຸ່ມ 15 ປະ​ເທດ ​ແລະ ​ເຂດ​ແຄ້ວນ ​ແຕ່​ຍອດ​ແຫຼ່ງທຶນ​ຍັງຈຳ​ກັດ. ດັ່ງ​ນັ້ນ ທ່ານ​ຮອງ​ນາຍົກລັດຖະມົນຕີ ປາດ​ຖະໜາ​ວ່າ: 2 ຝ່າຍຄວນ​ເພີ່​ມ​ວົງ​ເງິນ​ການ​ຄ້າ​ໂດຍ​ໄວ ​ແລະ ດຶງ​ດູດ​ການ​ລົງ​ທຶນ FDI ຂອງ ກາ​ນາ​ດາ​ຕື່ມ​ອີກ ​ເຂົ້າ ຫວຽດນາມ.

        ສ່ວນ​ຜູ້ຕາງໜ້າ​ວິ​ສາ​ຫະກິດ ກາ​ນາ​ດາ ທ່ານ Scott Shepherd ປະທານທັງ​ເປັນ​ຜູ້ອຳນວຍການ​ຝ່າຍ​ບໍລິຫານ​ກຸ່ມ​ບໍລິສັດການ​ເງິນ Northstar ​ໃຫ້​ຮູ້​ວ່າ: ບັນດາ​ວິ​ສາ​ຫະກິດ​ປະ​ເທດ​ນີ້ ປາ​​ດຖະໜາ​ຢາກ​ມີ​ການ​​ແລກປ່ຽນ, ​ຮ່ວມ​ມື​ກັບ ຫວຽດນາມ ກ່ຽວ​ກັບ​ດ້ານຄວາມ​ຮູ້, ​ແບ່ງປັນ​ບັນ​ດາບົດ​ຮຽນ​ພັດທະນາ​ວິ​ສາ​ຫະກິດ​ໃນ​ສະພາບ​ທີ່ 2 ປະ​ເທດ​ປະຕິບັດ​ບັນດາ​ສັນຍາ​ການ​ຄ້າ​ເສລີ​ລຸ້ນ​ໃໝ່​ໃນ​ໄລ​ຍະ​ຈະ​ມາ​ເຖິງ.

 

 

ຂ່າວ/ບົດ​ອື່ນ