ຫວຽດນາມຈະເຂົ້າຮ່ວມການເຈລະຈາກ່ຽວກັບບົດລາຍງານແຫ່ງຊາດUPRທີ່ສະພາສິດທິມະນຸດ

(VOVWORLD) -ບົດລາຍງານແຫ່ງຊາດ UPR ຮອບທີ 3 ແມ່ນເຕື້ອງເຖິງເລື່ອງຮັບປະກັນສິດທິມະນຸດຢູ່ຫວຽດນາມ
ຫວຽດນາມຈະເຂົ້າຮ່ວມການເຈລະຈາກ່ຽວກັບບົດລາຍງານແຫ່ງຊາດUPRທີ່ສະພາສິດທິມະນຸດ - ảnh 1 ທ່ານນາງ ເລທີທູຮັ່ງ ໂຄສົກກະຊວງການຕ່າງປະເທດຫວຽດນາມ

ວັນທີ 6 ທັນວາປີ 2018, ທີ່ການຖະແຫລງຂ່າວປະຈຳເດືອນຂອງກະຊວງການຕ່າງປະເທດຫວຽດນາມ, ເມື່ອຕອບຄຳຖາມຂອງນັກຂ່າວສະເຫນີໃຫ້ຮູ້ບັນດາເນື້ອໃນຕົ້ນຕໍໃນບົດລາຍງານແຫ່ງຊາດກ່ຽວກັບການປົກປ້ອງແລະຊຸກຍູ້ສິດທິມະນຸດຕາມກົນໄກທົບທວນປະຈຳໄລຍະດ້ານສິດທິມະນຸດ (UPR) ຮອບທີ່ 3, ທ່ານນາງ ເລທີທູຮັ່ງ ໂຄສົກກະຊວງການຕ່າງປະເທດຫວຽດນາມ ໃຫ້ຮູ້ວ່າ: ຫວ່າງແລ້ວນີ້ ຫວຽດນາມ ໄດ້ສົ່ງບົດລາຍງານແຫ່ງຊາດກ່ຽວກັບການປົກປ້ອງ ແລະ ຊຸກຍູ້ສິດທິມະນຸດຕາມກົນໄກ UPR ຮອບທີ 3 ຂຶ້ນສະພາສິດທິມະນຸດ ສປຊ. ຄາດວ່າ ວັນທີ 22 ມັງກອນປີ 2019 ຫວຽດນາມ ຈະເຂົ້າຮ່ວມການເຈລະຈາກ່ຽວກັບບົດລາຍງານແຫ່ງຊາດ UPR ທີ່ສະພາສິດທິມະນຸດ.

ຫວຽດນາມ ສະຫນັບສະຫນູນກົນໄກ UPR ຂອງສະພາຄວາມໝັ້ນຄົງ ສປຊ ແລະ ຍາມໃດກໍ່ປະຕິບັດຢ່າງເຂັ້ມງວດໃນການສ້າງບັນດາບົດລາຍງານແຫ່ງຊາດກໍ່ຄືໃນການຜັນຂະຫຍາຍບັນດາຂໍ້ສະເຫນີແນະຂອງຫວຽດນາມ ໄດ້ຮັບການຮັບຮອງຢູ່ຮອບທີ 1 (2009) ແລະ ຮອບທີ 2 (2014).

ບົດລາຍງານແຫ່ງຊາດ UPR ຮອບທີ 3 ແມ່ນເຕື້ອງເຖິງເລື່ອງຮັບປະກັນສິດທິມະນຸດຢູ່ຫວຽດນາມ, ອັບເດັດກົດໝາຍ ແລະ ນະໂຍບາຍກ່ຽວຂ້ອງເຖິງສິດທິມະນຸດ, ຂໍ້ມູນຂ່າວກ່ຽວກັບບັນດາໝາກຜົນຮັບປະກັນສິດທິມະນຸດໃນບັນດາຂົງເຂດ ແລະ ກວດກາເລື່ອງປະຕິບັດບັນດາຂໍ້ສະເຫນີແນະຊື່ງຫວຽດນາມ ໄດ້ຮັບຮອງຢູ່ຮອບທີ 2. ບົດລາຍງານກໍ່ກຳນົດບັນດາຄຳໝັ້ນສັນຍາຂອງຫວຽດນາມໃນໄລຍະຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ