ຫວຽດນາມຈະເຂົ້າຮ່ວມງານວາງສະແດງKLConvergeດ້ວຍຫົວຂໍ້“ເຕົ້າໂຮມແລະດີຈີຕອນ”ຢູ່ມາເລເຊຍ

ຫວຽດນາມຈະເຂົ້າຮ່ວມງານວາງສະແດງKLConvergeດ້ວຍຫົວຂໍ້“ເຕົ້າໂຮມແລະດີຈີຕອນ”ຢູ່ມາເລເຊຍ - ảnh 1
(ພາບປະກອບ)

(vovworld) -  ​ຫວຽດນາມ ຈະ​ເຂົ້າ​ຮ່ວມ​ງານ​ວາງສະ​ແດງ KL Converge (​ເຕົ້າ​ໂຮມ ກົວ​ລາ​ລຳ​​ເປີ) ດຳ​ເນີນ​ໃນ​ລະຫວ່າງ​ວັນ​ທີ 27 – 29/8 ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ອົງການ​,ວິ​ສາ​ຫະກິດສື່​ມວນ​ຊົນສຳຄັນຫລາຍ​ແຫ່ງຄື: ສຳນັກ​ຂ່າວສານ ຫວຽດນາມ, ວິທະຍຸ​ໂທລະພາບ ຫວຽດນາມ, ວິທະຍຸ​ກະຈາຍສຽງ ຫວຽດນາມ, ສະຫະ​ສະມາຄົມ ອິນ​ເຕີ​ແນ​ດ ຫວຽດນາມ, ກຸ່ມ​ບໍລິສັດ​ໄປສະນີ​ໂທລະ​ຄົມ ຫວຽດນາມ…​ໃນ​ບັນດາການ​ເຄື່ອນ​ໄວ​ຢູ່ງານ​ວາງສະ​ແດງ, ຫວຽດນາມ ຈະ​ວາງສະ​ແດງ ​ແນະນຳ​ກ່ຽວ​ກັບ​ຂະ​ແໜງ​ສື່​ມວນ​ຊົນ ຫວຽດນາມ; ຜະລິດ​ຕະພັນ, ມາດ​ຕະການ​ວິ​ສາ​ຫະກິດ​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນຂ່າວສານ, ​ໂທລະ​ຄົມ, ສື່​ສານ​ຫລາຍ​ຮູບ​ແບບ. ຄຽງ​ຂ້າງ​ນັ້ນ, ຫວຽດນາມ​ກໍ​ເຂົ້າຮ່ວມບັນດາ​ກອງ​ປະຊຸມ​ສຳ​ມະ​ນາ​ຫົວ​ເລື່ອງ​ສະ​ເພາະ ດ້ວຍຫົວ​ຂໍ້​ ​ໂທລະ​ຄົມ, ສື່​ສານ​ຫລາຍ​ຮູບ​ແບບ.

              ງານ​ວາງສະ​ແດງ​ດຶງດູດການ​ເຂົ້າ​ຮ່ວມ​ຂອງ​ບັນດາ​ກຸ່ມ​ບໍລິສັດ​ໂທລະ​ຄົມ, ​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານ​ຈາກ​ປະ​ເທດ​ອາ​ຊຽນ, ຈີນ, ຍີ່ປຸ່ນ, ສ.​ເກົາຫຼີ ​ແລະ ບາງ​ປະ​ເທດ ​ເອີ​ລົບ. ນີ້​ແມ່ນ​ຄັ້ງ​ທີ 2 ຫວຽດນາມ ​ເຂົ້າ​ຮ່ວມ​ເຫດ​ການ​ສາກົນ​ດັ່ງ​ກ່າວ, ນີ້ກໍ​ແມ່ນ​ກາລະ​ໂອກາດ​ທີ່ດີ ​ເພື່ອ​ໂຄສະນາ​ພາບ​ພົດ​ປະ​ເທດ​ຊາດ ​ແລະ ຊາວຫວຽດນາມ; ​ແນະນຳ​ຄວາມ​ສາມາດ​ປົ່ນ​ຊ້ອນ​ພັດທະນາ​ໃນ​ຂົງ​ເຂດ​ໂທລະ​ຄົມ, ​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວ​ສານ​ຂອງ ຫວຽດນາມ ​ໃນ​ພາກ​ພື້ນ ອາຊີ​ຕາ​ເວັນ​ອອກສຽງ​ໃຕ້.


ຂ່າວ/ບົດ​ອື່ນ