ຫວຽດນາມຈະເປັນເຈົ້າພາບຈັດຕັ້ງສອງກອງປະຊຸມອາຊຽນກ່ຽວກັບບັນຫາຢາເສບຕິດ

ຫວຽດນາມຈະເປັນເຈົ້າພາບຈັດຕັ້ງສອງກອງປະຊຸມອາຊຽນກ່ຽວກັບບັນຫາຢາເສບຕິດ - ảnh 1
(ພາ​ບ​ປະ​ກອບ: htv.com.vn)

(vovworld)- ກະ​ຊວງ​ຕຳຫຼ​ວດ​ຫວຽດ​ນາມ ຈະ​ເປັນ​ເຈົ້າ​ພາບຈັດ​ຕັ້ງ​ກອງ​ປະ​ຊຸມເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ອາ​ຊຽນ ກ່ຽວ​ກັບ​ບັນ​ຫາ​ຢາ​ເສບ​ຕິດ ຄັ້ງ​ທີ 38 (ASOD 38) ໃນ​ປີ 2017 ແລະ ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ອາ​ຊຽນ ກ່ຽວ​ກັບ​ບັນ​ຫາ​ຢາ​ເສບ​ຕິດ ຄັ້ງ​ທີ 6 (AMMD 6) ໃນ​ປີ 2018. ຕາມ​ຂໍ້​ຕົກ​ລົງ​​ຫວ່າງມໍ່ໆ​ນີ້, ທ່ານ ນາ​ຍົກ​ລັດ​ຖະ​ມົນ​ຕີຫວຽດ​ນາມ ຫງວຽນ​ຊວນ​ຟຸກ ​ໄດ້ມອບ​​ໝາຍໃຫ້​ກະ​ຊວງ​ຕຳຫຼວດ​​ປະ​ຕິ​ບັດສຳ​ເລັດ​ແຜນ​ຮ່າງ ​ໃນການ​ຈັດ​ຕັ້ງ​ສອງ​ກອງ​ປະ​​ດັ່ງ​ກ່າວ, ເນັ້ນ​ໜັກ​ເຖິງວຽກ​ງານ​ການ​ຈັດ​ຕັ້ງ, ຄຸ້ມ​ຄອງກອງ​ປະ​ຊຸມ, ກອງ​ປະ​ສຸມ​ສຳ​ມະ​ນາ​ສາ​ກົນ ຢູ່​ຫວຽດ​ນາມ. ທ່ານ ນາ​ຍົກ​ລັດ​ຖະ​ມົນ​ຕີ ກໍ່​ໄດ້​ມອບ​ໝາຍ​ໃຫ້​ກະ​ຊວງ​ຕຳຫຼວດ​ເປັນ​ປະ​ທານ, ສົມ​ທົບ​ກັບ​ບັນ​ດາ​ກະ​ຊວງ​ຕ່າງ​ປະ​ເທດ, ​ກະ​ຊວງແຮງ​ງານ-​ທະ​ຫານ​ເສຍ​ອົງ​ຄະ ແລະ ສັງ​ຄົມ, ​ກະ​ຊວງປ້ອງ​​ກັນ​ປະ​ເທດ, ກະ​ຊວງການ​ເງິນ ແລະ ບັນ​ດາ​ອົງ​ການ, ສຳ​ນັກ​ງານ, ທ້ອງ​ຖິ່ນ​ທີ່​ກ່ຽວ​ຂ້ອງ ກະ​ກຽມ​ ໃນ​ການ​ຈັດ​ຕັ້ງ​ສອງກອງ​ປະ​ຊຸມດັ່ງ​ກ່າວ​ ຢ່າງລອບ​ຄອບ​ຖີ່​ຖ້ວນ.

ຂ່າວ/ບົດ​ອື່ນ