ຫວຽດນາມຈະໄດ້ຮັບການໜູນຊ່ວຍພິເສດຈາກສປຊ

ຫວຽດນາມຈະໄດ້ຮັບການໜູນຊ່ວຍພິເສດຈາກສປຊ - ảnh 1
ທ່ານ Edmond Mullet ແລະ ພົ​ນຈັດຕະວາ ​ເຈີ່ນ​ວັນ​ມິ​ງ
(ພາບ: Leduong/TTXVN)

(vovworld) - ຖະ​ແຫຼ​ງການ​ດັ່ງກ່າວ​​​ໂດຍ​ແມ່ນທ່ານ​ຮອງ​ເລຂາທິການ​ໃຫຍ່​ສະຫະ​ປະຊາ​ຊາດ ຮັບຜິດຊອບການ​ໜູນ​ຊ່ວຍພື້ນທີ່​ຕົວ​ຈິງ Atul Khare ຍົກອອກ​ໃນ​ວັນ​ທີ 13/8, ທີ່​ການ​ເຮັດ​ວຽກ​ກັບ​ຄະນະ​ພະນັກງານ​ກະຊວງ​ປ້ອງ​ກັນ​ປະ​ເທດ ຫວຽດນາມ ​ໂດ​ຍພົ​ນຈັດຕະວາ ​ເຈີ່ນ​ວັນ​ມິ​ງ, ຫົວໜ້າ​ກົມ​ນະ​ໂຍບາຍ, ກົມ​ໃຫຍ່​ການ​ເມືອງ ກອງທັບ​ປະຊາຊົນ ຫວຽດນາມ ນຳ​ໜ້າ. ທ່ານ Atul Khare ຢືນຢັນ​ວ່າ: ສະຫະ​ປະຊາ​ຊາດ​ຈະ​ໜູນ​ຊ່ວຍ​ພິ​ເສດ​ໃຫ້ ຫວຽດນາມ ກໍ​ຄື​ບັນດາ​ປະ​ເທດ​ຫາ​ກໍ​ເຂົ້າ​ຮ່ວມ​ປະກອບ​ບຸກຄະລາ​ກອນ​ໃຫ້​ພາລະ​ກຳ​ຮັກສາ​ສັນຕິພາບ​ຂອງ​ອົງການ​ນີ້. ຕີ​ລາຄາ​ກ່ຽວ​ກັບ​ຄວາມ​ສາມາດ​ບົ່ມ​ຊ້ອນ​ຂອງ​ນາຍ​ທະຫານ ຫວຽດນາມ, ຜູ້​ຊ່ວຍ​ວຽກ​​ເລຂາທິການ​ໃຫຍ່ສະຫະ​ປະຊາ​ຊາດ​ກ່ຽວ​ກັບ​ບັນດາ​ບັນຫາ​ຮັກສາ​ສັນຕິພາບ, ທ່ານ Edmond Mullet ສັງ​ເກດ​ວ່າ: ນາຍ​ທະຫານ​ ຂອງ ຫວຽດນາມ ​ເຂົ້າ​ຮ່ວມ​ກຳລັງ​ຮັກສາ​ສັນຕິພາບ​ໄດ້​ຮັບ​ການບຳລຸງ​ສ້າງ ​ແລະ ຝຶກ​ຊ້ອມ​ເປັນ​ຢ່າງ​ດີ, ​ເຄື່ອນ​ໄຫວ​ມີ​ປະສິດທິ​ຜົນ.

 



ຂ່າວ/ບົດ​ອື່ນ