ຫວຽດນາມຈະໄດ້ຮັບປະໂຫຍດຫລາຍສຸດໃນບັນດາປະເທດTPP

ຫວຽດນາມຈະໄດ້ຮັບປະໂຫຍດຫລາຍສຸດໃນບັນດາປະເທດTPP - ảnh 1
(ທ່ານ​ນາງ​ຮອງ​ປະທານ​ຫ້ອງການ​ການ​ຄ້າ ອາ​ເມ​ລິ​ກາ
Tami Overbyແລກປ່ຽນ​ກັບ​ນັກ​ຂ່າວ VOV ປະຈຳ ອາ​ເມ​ລິ​ກາ )


(vovworld) – ​​ ຫວຽດນາມ​ ຈະ​ໄດ້​ຮັບປະ​ໂຫຍ​ດຫລາຍ​ສຸດ​ໃນ​ບັນດາ​ປະ​ເທດ TPP. ທ່ານ​ນາງ​ຮອງ​ປະທານ​ຫ້ອງການ​ການ​ຄ້າ ອາ​ເມ​ລິ​ກາ Tami Overby ຢືນຢັນ​ຄື​ດັ່ງ​ກ່າວ ​ໃນ​ການ​ແລກປ່ຽນ​ກັບ​ນັກ​ຂ່າວ VOV ປະຈຳ ອາ​ເມ​ລິ​ກາ ພາຍຫລັງ​ສິ້ນ​ສຸດການ​ເຈລະຈາ TPP ຢູ່​ນະຄອນ Atlanta ​ໃນ​ວັນ​ທີ 6/10. ທ່ານ​ນາງ Tami Overby ຖື​ວ່າ: ​ໃນ 12 ປະ​ເທດ​ສະມາຊິກ, ປະ​ເທດ​ໄດ້​ຮັບ​ກາລະ​ໂອກາດ​ທີ່​ດີຫລາຍ​ສຸດ​ຈາກ TPP ​ແມ່ນ ຫວຽດນາມ, ​ເພ​າະວ່າ ສັນຍາ​ນີ້ ຈະ​ປະກອບສ່ວນ​ສ້າງ​ການ​ຫັນປ່ຽນ​ສຳ​ລັບ ຫວຽດນາມ. ທ່ານ​ນາງ Tami Overby ​ເນັ້ນ​ໜັກ​ວ່າ:

        “ສັນຍາ​ນີ້​ຈະ​ຊ່ວຍ ຫວຽດນາມ ຫັນປ່ຽນ​ໃນຮອບ 2, 3 ທົດ​ສະ​ວັດ​ຈະ​ມາ​ເຖິງ, ຈະ​ມີບໍລິສັດ ອາ​ເມ​ລິ​ກາ ຫລາຍ​ແຫ່ງ ກໍ​ຄື​ບັນດາ​ນັກ​ລົງທຶນ​ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ​ອື່ນໆຈະ​ເລືອກ​ເຟັ້ນ ຫວຽດນາມ ຄື​ປະ​ເທດ​ມີ​ກາລະ​ໂອກາດທີ່​ດີ​ຫລາຍ​ສຸດ. ຂ້າພະ​ເຈົ້າ ​ໄດ້​ຖາມວິ​ສາ​ຫະກິດ ອາ​ເມ​ລິ​ກາ ຫລາຍ​ແຫ່ງ ກ່ຽວ​ກັບປະ​ເທດ ທີ່​ພວກ​ເຂົາ​ສົນ​ໃຈ​ທີ່​ສຸດ ​ເຊິ່ງສ່ວນ​ຫລາຍ​ແມ່ນ​ຖື​ເອົາ ຫວຽດນາມ ​ເປັນປະ​ເທດທີ 1. ບັນດາ​ຮູບ​ແບບ​ເສດຖະກິດ​ລ້ວນ​ແຕ່​ສະ​ແດ​ງໃຫ້​ເຫັນວ່າ ຫວຽດນາມ ຈະ​ໄດ​້ຮັບປະ​​​ໂຫຍ​ດຫລາຍ​ສຸດ​ຈາກ TPP”

        ກ່ຽວ​ກັບ​​ເລື່ອງ TPP ຈະ​ມີ​ຜົນ​ກະທົບ​ຕໍ່​ການ​ພົວພັນ​ດ້ານການ​ຄ້າ ຫວຽດນາມ - ​ອາ​ເມ​ລິ​ກາ, ທ່ານ​ນາງ Tami Overby ​ໃຫ້​ຮູ້​ວ່າ:

        “TPP ຈະ​ມີ​ຜົນ​ສະທ້ອນ​ຢ່າງ​ຕັ້ງໜ້າ​ທີ່​ສຸດ​ເຖິງ​ການ​ພົວພັນ​ດ້ານການ​ຄ້າ​ລະ​ຫວ່າງ 2 ປະ​ເທດ. ບັນດາ​ວິ​ສາ​ຫະກິດ ອາ​ເມ​ລິ​ກາ ລ້ວນ​ແຕ່​ມີ​ທັດສະນະ​ຕັ້ງໜ້າ​ກັບ ຫວຽດນາມ ​ແລະ ຂ້າພະ​ເຈົ້າ ​ເຊື່ອ​ໝັ້ນ​ວ່າ: TPP ຈະ​ນຳ ຫວຽດນາມ ຂຶ້ນ​ລະດັບ​ທີ 1 ​ໃນ​ບັນຊີ​ລາຍ​ຊື່​ບັນດາ​ປະ​ເທດ ​ຊຶ່ງ​ວິ​ສາ​ຫະກິດ ອາ​ເມ​ລິ​ກາ ຢາກລົງທຶນ ຫລື ​ເປີດ​ກ້ວາງ​ການ​ເຄື່ອນ​ໄຫວ​​ໃນລົງທຶນ​ເຊິ່ງມີ​ຢູ່​ແລ້ວ. ຂ້າພະ​ເຈົ້າ​ໄດ້​ຮູ້​ວ່າ ວິ​ສາ​ຫະກິດ ອາ​ເມ​ລິ​ກາ ຫລາຍ​ແຫ່ງ ​ໄດ້​ຕັດສິນ​​ໃນການ​ລົງທຶນ​ເຂົ້າ ຫວຽດນາມ ​ເລີຍ  ​ເມື່ອ​ເວລາ TPP ຍັງລໍຖ້າ​ສະພາ​ແຫ່ງ​ຊາດ ອາ​ເມ​ລິ​ກາ​ ​ໃຫ້ສັດຕະຍາບັນ ​ຍ້ອນ​ບັນດາ​ຄວາມ​ສາມາດ​ບົ່ມ​ຊ້ອນ ​​ເຊິ່ງສັນຍາ​ນີ້​ນຳ​ມາ​ເຊິ່ງ. ພວມ​ມີ​ຄວາມ​​ສົນ​ໃຈ​ ​ແລະ ສັນຍານ​ຕັ້ງໜ້າ​ຫລາຍ​ທີ່​ສຸດຈາກ​ບັນດາ​ວິ​ສາ​ຫະກິດ ອາ​ເມ​ລິ​ກາ ສຳລັບ ຫວຽດນາມ ​ໃນ​ຈຸດ​ເວລາ​ນີ້”.

 

ຂ່າວ/ບົດ​ອື່ນ