ຫວຽດ​ນາ​ມ​ຊຸກ​ຍູ​້​ການ​ຮ່ວມ​ມື​ກັບ ຍິ່​ປຸ່ນ ໃນ​ບ​ັນ​ຫາ​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນຫຼັງ​ຈາກ​ສົງ​ຄາມ

(VOVWORLD) - ທີ່ບັນດາການເຮັດວຽກ, ສອງຝ່າຍໄດ້ແລກປ່ຽນ, ຕີລາຄາກ່ຽວກັບບັນດາການເຄື່ອນໄຫວຮ່ວມມືແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມໃນໄລຍະຜ່ານມາ, ພ້ອມທັງປຶກສາຫາລືກ່ຽວກັບວິທີການຊຸກຍູ້ເນື້ອໃນນີ້ໃນໄລຍະຈະມາເຖິງ. 
ຫວຽດ​ນາ​ມ​ຊຸກ​ຍູ​້​ການ​ຮ່ວມ​ມື​ກັບ ຍິ່​ປຸ່ນ ໃນ​ບ​ັນ​ຫາ​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນຫຼັງ​ຈາກ​ສົງ​ຄາມ - ảnh 1 ທ່ານພົນໂທ ຫງວຽນຈີ໊ວິ້ງ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ (ພາບ: TTXVN)

ໃນລະຫວ່າງວັນທີ 15 – 18 ຕຸລາ, ຄະນະຜູ້ແທນກະຊວງປ້ອງກັນປະເທດ ຫວຽດນາມໂດຍທ່ານພົນໂທ ຫງວຽນຈີ໊ວິ້ງ, ກຳມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ, ຫົວໜ້າອົງການຜູ້ຕາງໜ້າຄະນະຊີ້ນຳແຫ່ງຊາດກ່ຽວກັບການແກ້ໄຂຜົນຮ້າຍຢ້ອນຫຼັງຈາກ ລະເບີດບໍ່ທັນແຕກ ແລະ ທາດພິດເຄມີພາຍຫຼັງສົງຄາມຢູ່ ຫວຽດນາມ (ຄະນະຊີ້ນຳ 701) ໄດ້ນຳໜ້າຄະນະໄປຢ້ຽມຢາມ ແລະ ເຮັດວຽກຢູ່ຍີ່ປຸ່ນ, ເພື່ອແນໃສ່ຊຸກຍູ້ການຮ່ວມມືໃນຂອບເຂດແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ ຢູ່ ຫວຽດນາມ ແລະ ປຶກສາຫາລືບາງເນື້ອໃນເພື່ອກະກຽມໃຫ້ແກ່ການຈັດຕັ້ງບັນດາກອງປະຊຸມປ້ອງກັນຊາດ, ການທະຫານຢູ່ ຫວຽດນາມ ໃນປີ 2020. ໃນຂອບເຂດການປະຕິບັດງານ, ຄະນະໄດ້ມີບັນດາການເຮັດວຽກກັບການນຳກະຊວງປ້ອງກັນປະເທດ, ກະຊວງການຕ່າງປະເທດ, ກົມຄວາມໝັ້ນຄົງແຫ່ງຊາດ, ອົງການຮ່ວມມືສາກົນ ຍີ່ປຸ່ນ (JICA) ແລະບາງວິສາຫະກິດທີ່ກ່ຽວຂ້ອງຂອງຍີ່ປຸ່ນ.

        ທີ່ບັນດາການເຮັດວຽກ, ສອງຝ່າຍໄດ້ແລກປ່ຽນ, ຕີລາຄາກ່ຽວກັບບັນດາການເຄື່ອນໄຫວຮ່ວມມືແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມໃນໄລຍະຜ່ານມາ, ພ້ອມທັງປຶກສາຫາລືກ່ຽວກັບວິທີການຊຸກຍູ້ເນື້ອໃນນີ້ໃນໄລຍະຈະມາເຖິງ. ທ່ານພົນໂທ ຫງວຽນຈີ໊ວິ້ງ ໄດ້ສະເໜີໃຫ້ບັນດາກະຊວງ, ຂະແໜງການ, ອົງການທີ່ກ່ຽວຂ້ອງຂອງ ຫວຽດນາມ, ພິເສດແມ່ນຄະນະຊີ້ນຳ 701 ຜັນຂະຫຍາຍບັນດາໂຄງການຮ່ວມມືແກ້ໄຂຜົນຮ້າຍຢ້ອນຫຼັງຈາກລະເບີດບໍ່ທັນແຕກ, ທາດພິດສິສົ້ມ/ດີໂອຊີນ  ຢູ່ ຫວຽດນາມຢ່າງມີປະສິດທິຜົນ. ທ່ານພົນໂທ ຫງວຽນຈີ໊ວິ້ງໄດ້ສະເໜີໃຫ້ສອງຝ່າຍຄວນເອົາໃຈໃສ່ເປັນພິເສດເຖິງການໂຄສະນາເພື່ອໃຫ້ປະຊາຊົນສອງປະເທດ ແລະ ປະຊາຄົມສາກົນເຂົ້າໃຈຢ່າງລະອຽດຕໍ່ບັນດາຄວາມມານະພະຍາຍາມຮ່ວມມືຂອງ ຫວຽດນາມ ແລະ ຍີ່ປຸ່ນໃນຂົງເຂດນີ້.

ຕອບກັບ

ຂ່າວ/ບົດ​ອື່ນ