ຫວຽດນາມຊຸກຍູ້ການຮ່ວມມືກັບບັນດາທ້ອງຖິ່ນອີຕາລີ

ຫວຽດນາມຊຸກຍູ້ການຮ່ວມມືກັບບັນດາທ້ອງຖິ່ນອີຕາລີ - ảnh 1
ທ່ານ ກາວ​ຈິ໋ງທ້ຽນ ​ເອກ​ອັກຄະ​ລັດຖະທູດ ຫວຽດນາມ
ແລະ ​ອຳນາດ​ການ​ປົກຄອງ​ນະຄອນ Cassino
(ພາບ: ສະຖານທູດຫວຽດນາມປະຈຳອີຕາລີ)


(vovworld) – ​ໃນ​ການ​ຢ້ຽ​ມຢາມ ​ແລະ ​ເຮັດ​ວຽກ​ຢູ່​ນະຄອນ Cassino, ພາກ​ກາງ ອີ​ຕາ​ລີ, ທ່ານ ກາວ​ຈິ໋ງທ້ຽນ ​ເອກ​ອັກຄະ​ລັດຖະທູດ ຫວຽດນາມ ປະຈຳ ອີ​ຕາ​ລີ ມີ​ການ​ເຮັດ​ວຽກ​ກັບ​ອຳນາດ​ການ​ປົກຄອງ​ນະຄອນ Cassino ​ແນ​ໃສ່​ຊຸກຍູ້​ການ​ຮ່ວມ​ມື​ລະຫວ່າງ ຫວຽດນາມ ​ກັບນະຄອນ​ນີ້. ທີ່​ການ​ເຮັດ​ວຽກ, ທ່ານ Giuseppe Golini Petrarcone ​ເຈົ້າ​ຄອງນະຄອນ Cassino ​ໃຫ້​ຮູ້​ວ່າ: ນະຄອນ Cassino ​ແລະ ຫວຽດນາມ ມີ​ຫລາຍ​ຈຸດ​ຄ້າຍ​ຄື​ກັນ, ພິ​ເສດ​ແມ່ນ​ເຈດ​ຈຳນົງ​​ເພິ່ງ​ຕົນ​ເອງ ​ແລະ ພື້ນຖານ​ວັດທະນະທຳທີ່​ເປັນ​ມູນ​ເຊື້ອ​ມາ​ແຕ່​ດົນ​ນານ ​ແລະ ປະຈຸ​ບັນທັງ 2 ປະ​ເທດ​ລ້ວນ​ແຕ່​ແມ່ນບັນດາ​ສະຖານ​ທີ່ມີ​ສັນຕິພາບ, ຮັກ​ແພງ​ແຂກ​ຄົນ. ນີ້​ແມ່ນ​ບັນດາພື້ນ​ຖານ​ສະດວກທີ່​ສຸດ ​ເພື່ອ​ໃຫ້ 2 ຝ່າຍ​ຊຸກຍູ້​ການ​ຮ່ວມ​ມື, ພິ​ເສດ​ແມ່ນ​ວັດທະນະທຳ, ການທ່ອງ​ທ່ຽວ ​ແລະ ການ​ສຶກສາ​ບຳລຸງ​ສ້າງ. ສ່ວນ​ທ່ານ​ເອກ​ອັກຄະ​ລັດຖະທູດ  ກາວ​ຈິ໋ງທ້ຽນ ຢືນຢັນ​ວ່າ: ​ເລື່ອງ​ຈັດ​ຕັ້ງ​ບັນດາ​ເຫດ​ການ​ນີ້ ມີ​ຄວາມ​ໝາຍ​ແທດ​ຈິງ​ທີ່​ສຸດ, ​ສ້າງ​ເງື່ອນ​ໄຂ ​ເພື່ອ​ແລກປ່ຽນ​ຂໍ້​ມູນ​ຂ່າວສານ​, ​ເພີ່ມ​ຄວາມ​ເຂົ້າອົກ​ເຂົ້າ​ໃຈ​ລະຫວ່າງ​ປະຊາຊົນ ​ແລະ 2 ພື້ນຖານ​ວັດທະນະທຳ 2 ປະ​ເທດ. ​ໃນ​ຕອນ​ທ້າຍ​ການ​ເຮັດ​ວຽກ, ທັງ 2 ຝ່າຍ​ໄດ້​ເຫັນ​ດີ​ຈະ​ສືບ​ຕໍ່​ຈັດ​ຕັ້ງ​ການ​ແລກປ່ຽນ​ຂໍ້​ມູນ​ຂ່າວສານ, ​​ແນະນຳ​ຄວາມ​ສາມາດ​ບົ່ມ​ຊ້ອນ ​ແລະ ໜູນ​ຊ່ວຍ​ກັນ​ຮ່ວມ​ມື​ໃນ​ທຸກ​ຂົງ​ເຂດ, ກ່ອນ​ອື່ນ​ໝົດ​ແມ່ນ​ ​ການ​ສຶກສາ​ບຳລຸງ​ສ້າງ ​ແລະ ວັດທະນະທຳ, ການທ່ອງທ່ຽວ.


ຂ່າວ/ບົດ​ອື່ນ