ຫວຽດນາມຊຸກຍູ້ການຮ່ວມມືກັບເມັກຊີໂກ

ຫວຽດນາມຊຸກຍູ້ການຮ່ວມມືກັບເມັກຊີໂກ - ảnh 1
ເວທີ​ປາ​ໄສ​ເສດຖະກິດ ອາ​ຊຽນ ຢູ່ ເມັກຊີ​ໂກ
(ພາບ: vietnam+)

(vovworld) – ​    ​ໃນ​ຊຸມ​ວັນ​ຕົ້ນ​ເດືອນ 3, ທ່ານນາງ ​ເລ​ລີງ​ລານ ​ເອກ​ອັກຄະ​ລັດຖະທູດ ຫວຽດນາມ ປະຈ​ຳ ​ເມັກຊີ​ໂກ ພ້ອມ​ກັບ​ເອກ​ອັກຄະ​ລັດຖະທູດ​ບັນດາ​ປະ​ເທດ​ສະມາ​ຊິກສະມາຄົມ​ປະຊາ​ຊາດ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ (ອາ​ຊຽນ) ປະຈຳ ​ເມັກ​ຊີ​ໂກ ລວມມີ: ​ໄທ, ມາ​ເລ​ເຊຍ, ອິນ​ໂດເຊຍ ​ແລ​ະ ຟີ​ລີບປິນ ​ໄດ້​ສົມທົບ​ກັບ​ສະພາ​ວິ​ສາ​ຫະກິດ, ການ​ຄ້າ​ສາກົນ​, ການ​ລົງທຶນ ​ແລະ ​ເຕັກ​ໂນ​ໂລ​ຢີ ​ເມັກ​ຊີ​ໂກ (COMEC) ຈັດ​ຕັ້ງ​ເວທີ​ປາ​ໄສ​ເສດຖະກິດ ອາ​ຊຽນ ຢູ່​ປະ​ເທດປະຈຳ​ຖິ່ນສຳ​ເລັດ. ທ່ານ​ນາງ ​ເອກ​ອັກ​ຄະ​ລັດຖະທູດ ​ເລ​ລີງ​ລານ ​ເນັ້ນ​ໜັກ​ວ່າ: ກາລະ​ໂອກາດ​ການ​ຄ້າ, ການ​ລົງທຶນ ​ແລະ ການທ່ອງທ່ຽວ​ລະຫວ່າງ​ວິ​ສາ​ຫະກິດ 2 ປະ​ເທດ​ ພິ​ເສດ​ເມື່ອ​ ​ສັນຍາ​ຄູ່​ຮ່ວມ​ມື​ຂ້າມ​ປາຊີ​ຟິກ (TPP) ​ໄດ້​ຮັບ​ການລົງ​ນາມ​ໃນ​ວັນ​ທີ 04/02/2016 ຜ່ານ​ມາ.

        ສະພາ​ວິ​ສາ​ຫະກິດ ​ເມັກ​ຊີ​ໂກ ພາກ​ຕາ​ເວັນ​ຕົກ​ກ່ຽວ​ກັບ​ການ​ຄ້າ​ສາກົນ, ການ​ລົງທຶນ ​ແລະ ​ເຕັກໂນ​ໂລ​ຢີ ( COME Ocidente) ​ໃຫ້​ຄຳ​ໝັ້ນ​ສັນຍາ​ຈັດ​ຕັ້ງ​ຄະນະ​ວິ​ສາຫະກິດ ​ເມັກ​ຊີ​ໂກ ມາ ຫວຽດນາມ ​ໃນ​ເດືອນ 5 ຈະ​ມາ​ເຖິງ​​ເປັນ​ລະ​ອຽດ ​ເພື່ອ​ຫັນ​ບັນດາ​ກາລະ​ໂອກາດ​ດຳ​ເນີນ​ທຸລະ​ກິດກັບ​ບັນດາ​ຄູ່​ຮ່ວມ​ມື ຫວຽດນາມ.

 

ຂ່າວ/ບົດ​ອື່ນ