ຫວຽດນາມຊຸກຍູ້ບັນດາຄວາມເອົາໃຈໃສ່, ບຸລິມະສິດກ່ຽວກັບການເພີ່ມທະວີລັດທິຫຼາຍຝ່າຍດ້ວຍບົດບາດໃຈກາງຂອງສປຊກວ່າອີກ

(VOVWORLD) -ຫວຽດນາມ ໄດ້ດຳລົງຕຳແໜ່ງກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງສະຫະປະຊາຊາດໃນໄລຍະ 6 ເດືອນຕົ້ນປີດ້ວຍຫຼາຍເຫດການ

ຫວຽດນາມຊຸກຍູ້ບັນດາຄວາມເອົາໃຈໃສ່, ບຸລິມະສິດກ່ຽວກັບການເພີ່ມທະວີລັດທິຫຼາຍຝ່າຍດ້ວຍບົດບາດໃຈກາງຂອງສປຊກວ່າອີກ - ảnh 1 ທ່ານ ເລຮວ່າຍຈຸງ, ຮອງລັດຖະມົນຕີການຕ່າງປະເທດຫວຽດນາມ

(ພາບປະກອບ: TTXVN)

ກອງປະຊຸມທາງການຂັ້ນເອກອັກຄະລັດຖະທູດກວ່າ 200 ຄັ້ງ ແລະ ກອງປະຊຸມຂັ້ນເຮັດວຽກນັບຮ້ອຍຄັ້ງ, ພິເຈລະນາ 59 ບັນຫາໃນໂຄງການດຳເນີນງານ, ຮັບຮອງເອົາເອກະສານ 81 ສະບັບ… ແມ່ນບັນດາຕົວເລກປະທັບໃຈກ່ຽວກັບການເຄື່ອນໄຫວໃນໄລຍະ 6 ເດືອນຕົ້ນປີ 2020 ຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ. ຫວຽດນາມ ໄດ້ດຳລົງຕຳແໜ່ງກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງສະຫະປະຊາຊາດໃນໄລຍະ 6 ເດືອນຕົ້ນປີດ້ວຍຫຼາຍເຫດການ, ອັນໄດ້ປະກອບສ່ວນຍົກສູງທີ່ຕັ້ງບົດບາດ, ສ້າງສະພາບແວດລ້ອມທີ່ສະດວກໃຫ້ແກ່ພາລະກິດພັດທະນາ, ເຊື່ອມໂຍງເຂົ້າກັບສາກົນ ແລະ ພາກພື້ນຂອງປະເທດຊາດ. ໃນບົດຂຽນດ້ວຍຫົວຂໍ້ວ່າ “ຫວນຄືນໄລຍະ 6 ເດືອນຢູ່ສະພາຄວາມໝັ້ນຄົງສະຫະປະຊາຊາດ ແລະ ກຳນົດທິດການພັດທະນາບົດບາດ, ການປະກອບສ່ວນຂອງຫວຽດນາມ ໃນໄລຍະຈະມາເຖິງ”, ທ່ານ ເລຮວ່າຍຈຸງ, ຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ໄດ້ຢືນຢັນວ່າ: ບົນເນື້ອໃນຈິດໃຈ “ຄູ່ຮ່ວມມືເພື່ອສັນຕິພາບ, ຄວາມໝັ້ນຄົງ”, ຫວຽດນາມ ຍາມໃດກໍ່ເຄົາລົບກົດບັດສະຫະປະຊາຊາດ, ບັນດາຫຼັກການພື້ນຖານຂອງກົດໝາຍສາກົນ; ຊອກຫາການສະໜັບສະໜູນມາດຕະການແກ້ໄຂໃຫ້ແກ່ບັນດາການແກ້ໄຂ, ການປະທະກັນຢູ່ພາກພື້ນ ແລະ ສາກົນ ຜ່ານການເຈລະຈາ; ພ້ອມທັງ, ຍາມໃດກໍ່ພ້ອມແລ້ວທີ່ຈະແບ່ງປັນບົດຮຽນໃນການສ້າງສາ ແລະ ພັດທະນາປະເທດຊາດຄືນໃໝ່, ການເຊື່ອມໂຍງເຂົ້າກັບສາກົນ ແລະ ພາກພື້ນ.

ຕອບກັບ

ຂ່າວ/ບົດ​ອື່ນ