ຫວຽດນາມຊົມເຊີຍຂໍ້ຕົກລົງນິວເຄຼຍລະຫວ່າງອີຣານ ແລະ ກຸ່ມ P5+1

ຫວຽດນາມຊົມເຊີຍຂໍ້ຕົກລົງນິວເຄຼຍລະຫວ່າງອີຣານ ແລະ ກຸ່ມ P5+1 - ảnh 1
ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຫວຽດ​ນາມ ເລ​ຫາຍ​ບີງ


(vovworld)-  ວັນ​ທີ 22/1, ເມື່ອ​ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວ​ທີ່​ສະ​ເໜີ​ໃຫ້​ຮູ້​ທັດ​ສະ​ນະ​ຂອງ​ຫວຽດ​ນາມ​ຕໍ່​ໜ້າ​ເລື່ອງວັນ​ທີ 16/1, ເລ​ຂາ​ທິ​ການ​ໃຫຍ່​ອົງ​ການ​ປະ​ລະ​ມາ​ນູ​ສາ​ກົນ ປະ​ກາດຢັ້ງ​ຢືນ​ອີ​ຣານ ໄດ້​ສຳ​ເລັດ​ການ​ກະ​ກຽມ​ໂດຍ​ຈຳ​ເປັນ​ເພື່ອ​ເລີ່ມ​ປະ​ຕິ​ບັດ​ໂຄງ​ການ​ດຳ​ເນີນ​ງານ​ຮ່ວມ​ຮອບ​ດ້ານ, ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຫວຽດ​ນາມ ເລ​ຫາຍ​ບີງ ໃຫ້​ຮູ້​ວ່າ : 

    “ ຫວຽດ​ນາມຊົມ​ເຊີຍ​ທຸກ​ຝ່າຍ​ໄດ້​ປະ​ຕິ​ບັດ​ບັນ​ດາ​ຄຳ​ໝັ້ນ​ສັນ​ຍາ​​ທີ່​ໄດ້​ກຳ​ນົດໃນ​ຂໍ້​ຕົກ​ລົງ​ນິວ​ເຄຼຍ​ຮອບ​ດ້ານ​ລະ​ຫວ່າງ​ອີ​ຣານ ແລະ ກຸ່ມ P5+1 ໃນ​ໄລ​ຍະ​ທີ່​ຜ່ານ​ມາ, ອັນ​ໄດ້​ເປີດ​ຊ່ອງ​ທາງ​ໃຫ້​ແກ່​ການ​ກ້າວ​ໄປ​ເຖິງ​ການ​ຍົກ​ເລີກ​ຄຳ​ສັ່ງ​ຂວຳ້​ບາດ​ທີ່​ມີ​ຕໍ່​ອີ​ຣານ, ສ້າງ​ເງື່ອນ​ໄຂ​ສະ​ດວກ​ໃຫ້​ແກ່​ສັນ​ຕິ​ພາບ ແລະ ສະ​ຖຽນ​ລະ​ພາບ​ຂອງ​ພາກ​ພື້ນ ແລະ ໃນ​ໂລກ ”

 

ຂ່າວ/ບົດ​ອື່ນ