ຫວຽດນາມຊົມເຊີຍນັກລົງທຶນຝະລັ່ງພັດທະນາພື້ນຖານໂຄງລ່າງຄົມມະນາຄົມ

ຫວຽດນາມຊົມເຊີຍນັກລົງທຶນຝະລັ່ງພັດທະນາພື້ນຖານໂຄງລ່າງຄົມມະນາຄົມ - ảnh 1
(ພາບປະກອບ)

(vovworld) - ​ ວັນ​ທີ 03/08 ຢູ່ ຮ່າ​ໂນ້ຍ, ທີ່​ການ​ຕ້ອນຮັບ​ທ່ານ Fadi Selwan ປະທານ​ທັງ​ເປັນ​ຜູ້ອຳນວຍການ​ໃຫຍ່​ຮັບຜິດຊອບ​ການ​ພັດທະນາ​ເສັ້ນທາງ​ດ່ວນ​ຂອງ​ກຸ່ມ​ບໍລິສັດ Vinci (ຝະລັ່ງ), ທ່ານ​ຮອງ​ນາຍົກລັດຖະມົນຕີ ຈີ້​ງດີງຢຸງ ຕີ​ລາຄາ​ສູງ ​ເລື່ອງ​ກຸ່ມ​ບໍລິສັດ​ແຖວ​ໜ້າ​ໂລກ​ກ່ຽວ​ກັບ​ການ​ກໍ່​ສ້າງ ​ແລະ ​ໂອນ​ກຳມະສິດພື້ນຖານ​ໂຄງ​ລ່າງ​ຄື Vinci ​ໄດ້​ມີ​ຄວາມ​ເອົາ​ໃຈ​ໃສ່ ​ແລະ ປາດ​ຖະໜາ​ຢາກ​ເປີດ​ກ້ວາງ​ການ​ຮ່ວມ​ມື​ກັບ ຫວຽດນາມ ​ໃນ​ຂົງ​ເຂດ​ລົງທຶນ, ຂຸດ​ຄົ້ນ​ເສັ້ນທາງ​ດ່ວນ. ທ່ານ​ຮອງ​ນາຍົກລັດຖະທມົນຕີ​ໃຫ້​ຮູ້​ວ່າ: ຈຸດໝາຍ​ຂອງ ຫວຽດນາມ ​ແມ່ນມາ​ຮອດ​ປີ 2020 ​​ຈະເຊື່ອ​ມຕໍ່​ເສັ້ນທາງ​ດ່ວນ ​ເໜືອ - ​ໃຕ້​ໂດຍ​ພື້ນຖານ, ພັດທະນາ​ລະບົບ​ເສັ້ນທາງ​ດ່ວນ​ບັນດາ​ເຂດ, ພາກ​ພື້ນ. ພ້ອມ​ກັນ​ນັ້ນ, ຈະ​ຄົ້ນຄວ້າ​ພັດທະນາ​ສາຍ​ທາງ​ລົດ​ໄຟ​ຄວາມ​ໄວ​ສູງ, ກໍ່ສ້າງ​ບັນດາ​ທ່າອາກາດ​ສະຍານ​ໃຫຍ່. ດັ່ງ​ນັ້ນ, ນີ້​ແມ່ນ​ໂອກາດ ​ເພື່ອ​ໃຫ້​ບັນດາ​ນັກ​ລົງທຶນ​ຕ່າງປະ​ເທດ​ເຂົ້າ​ ຫວຽດນາມ ຮ່ວມ​ມື ​ເພື່ອ​ເຂົ້າ​ຮ່ວມ​ການ​ລົງທຶນ, ຂຸດ​ຄົ້ນ​ພື້ນຖານ​​ໂຄງ​ລ່າງ. ທ່ານ​ຮອງ​ນາຍົກ​ລັດຖະມົນຕີ ຈີ້​ງ ດີງຢຸງ ສະ​ເໜີ​ວ່າ: ກຸ່ມ​ບໍລິສັດ Vinci ​ເຮັດ​ວຽກ​ກັບ​ບັນດາ​ກະຊວງ, ຂະ​ແໜງ​ການ, ຄູ່​ຮ່ວມ​ມື​ຢູ່ ຫວຽດນາມ ​ໂດຍ​ກົງ ​ເພື່ອ​ຫັນ​ແນວ​ຄວາມ​ຄິດ​ການ​ຮ່ວມ​ມື​ເປັນ​ລະອຽດ​ໂດຍ​ໄວ. ລັດຖະບານ ຫວຽດນາມ ຈະ​ສ້າງ​ທຸກ​ເງື່ອນ​ໄຂສະດວກ ​ເພື່ອ​ໃຫ້​ບັນດາ​ນັກ​ລົງທຶນທີ່​ມີຄວາມ​ສາມາດ​ບົ່ມ​ຊ້ອນ, ບົ​ດຮຽນ​ເຂົ້າ​ລົງທຶນ​ພັດທະນາ​ພື້ນຖານ​ໂຄງ​ລ່າງ, ພິ​ເສດ​ແມ່ນ​ພື້ນຖານ​ໂຄງ​ລ່າງ​ຄົມມະນາຄົມ.

        ກ່າວ​ຄຳ​ເຫັນ​ທີ່​ການ​ຕ້ອນຮັບ, ທ່ານ Fadi Selwan ຢືນຢັນ​ວ່າ​: ກຸ່ມ​ບໍລິສັດ Vinci ປາດ​ຖະໜາ​ຢາ​ກ​ໄດ້​ຮ່ວມ​ມື​ກັບ​ລັດຖະບານ, ຄູ່​ຮ່ວມ​ມື​ຕ່າງໆ ຫວຽດນາມ ​ໃນ​ຂົງ​ເຂດ​ພັດທະນາ​ເສັ້ນທາງ​ດ່ວນ; ຮ່ວມ​ມື​ແລກປ່ຽນ​ບົດຮຽນ, ຖ່າຍ​ທອດ​​ເຕັກ​ໂນ​ໂລ​ຢີການ​ຄຸ້ມ​ຄອງ, ການ​ນຳ​ໃຊ້​ເສັ້ນທາງ​ດ່ວນ.

 

ຂ່າວ/ບົດ​ອື່ນ