ຫວຽດນາມຊົມເຊີຍມະຕິ412ຂອງສະພາສູງອາເມລິກາ

ຫວຽດນາມຊົມເຊີຍມະຕິ412ຂອງສະພາສູງອາເມລິກາ	 - ảnh 1
​ທ່ານ ເລ​ຫາຍ​ບີ​ງໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ
ພາບ:thanhnien.vn


(vovworld)-ວັນ​ທີ 11/7, ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ ​ເລ​ຫາຍ​ບີ​ງ ຊີ້​ແຈງ​ວ່າ: ຫວຽດນາມ​ຊົມ​ເຊີຍ​ເລື່ອງ​ສະພາ​ສູງອາ​ເມ​ລິ​ກາ ອອກ​ມະຕິ 412 ຮຽກຮ້ອງ​ຈີນ ຖອນ​ຮ້ານ​ເຈາະ​ນ້ຳມັນ​ໄຮ​ຢາງ 981 ​ແລະ ບັນດາ​ກຳລັງ​ຄຸ້ມ​ຊູ​ອອກ​ຈາກ​ເຂດ​ເສດຖະກິດ​ຈຳ​ເພາະ ​ແລະ ​ໄຫລ່​ທະວີບ​ຂອງ​ຫວຽດນາມ, ບໍ່​ມີ​ການ​ເຄື່ອນ​ໄຫວ​​ໄປ​ຝືນ​ກັບ​ຂໍ​້ກຳນົດ​ສາກົນ​ກ່ຽວ​ກັບ​ການ​ປ້ອງ​ກັນ​ຕຳ​ກັນ​ຢູ່​ທະ​ເລ, ກ່າວ​ປະ​ນາມ​ການ​ກະທຳ​ນາບ​ຂູ່​ຫລື​ນຳ​ໃຊ້​ອາວຸດ, ​ປ່ຽນ​ແປງສະພາບ​ເດີ​ມຢູ່​ທະ​ເລ​ຕາ​ເວັນ​ອອກ​ຫລື​ກໍ່​ຂາດ​ສະຖຽນ​ລະ​ພາບ​ຢູ່​ພາກ​ພື້ນ ອາຊີ ປາຊີ​ຟີ​ກ. ທ່ານ​ເລ​ຫາຍ​ບີ​ງ ​ໃຫ້​ຮູ້​ວ່າ: ຫວຽດນາມ ປາດ​ຖະຫນາ​ຢາກໃຫ້​ບັນດາ​ປະ​ເທດ​ພາຍ​ໃນ ​ແລະ ນອກ​ພາກ​ພື້ນ, ​ໃນ​ນັ້ນ ມີ​ອ​າ​ເມ​ລີ​ກາ ສືບ​ຕໍ່​ມີ​ການ​ປະກອບສ່ວນ​ຢ່າງ​ແຮງ, ​ແທດ​ຈິງ, ມີ​ປະສິດທິ​ຜົນ ​ແລະ ມີ​ລັກສະນະ​ສ້າງສັນ​ຕິ​ພາບ, ສະຖຽນລະ​ພາບ, ຄວາມ​ໝັ້ນຄົງ, ຄວາມ​ປອດ​ໄພ​ ​ແລະ ຄວາມ​ເສລີ​ໃນ​ການ​ເດີນ​ທະ​ເລ, ການບິນ​ຢູ່​ພາກ​ພື້ນ​.

ເວ​ເນ​ຊູ​ເອລາ​ສະໜັບສະໜູນ​ຫຼັກໝັ້ນຂອງ​ຫວຽດນາມ​ກ່ຽວ​ກັບ​ບັນຫາ​ທະ​ເລ​ຕາ​ເວັນ​ອອກ

​ ຕອນບ່າ​ຍວັນ​ທີ 10/7, ທ່ານ​ເອກ​ອັກຄະ​ລັດຖະທູດ​ຫວຽ​ດນາມ ປະຈຳ​ເວ​ເນ​ຊູ​ເອລາ ​ໄດ້​ເຮັດ​ວຽກ​ກັບ​ກຸ່ມ​ບັນດາ​ສະມາ​ຊິກ​ລັດຖະສະພາ​ມິດຕະພາບ​ເວ​ເນ​ຊູ​ເອລາ-​ຫວຽດນາມ ຂຶ້ນກັບ​ສະພາ​ແຫ່ງ​ຊາດເວ​ເນ​ຊູ​ເອລາ ​ແລະ ມອບ​ບົດ​ບັນທຶກ​ຊ່ວຍ​ຈຳ​ກ່ຽວ​ກັບ​ເລື່ອງຈີນ ຕັ້ງ​ຮ້ານ​ເຈາະ​ນ້ຳມັນ ​ໄຮ​ຢາງ ​981 ຢ່າງ​ຜິດ​ກົດໝາຍ ​ໃນ​ເຂດ​ເສດຖະກິດ​ຈຳ​ເພາະ ​ແລະ ​ໄຫຼ່​ທະວີບ​ຂອງ ຫວຽດນາມ. ທ່ານ​ປະທານກຸ່ມ​ບັນດາ​ສະມາ​ຊິກ​ລັດຖະສະພາ​ມິດຕະພາບ​ເວ​ເນ​ຊູ​ເອລາ-​ຫວຽດນາມ ຢືນຢັນ​ວ່າ: ທຸກໆ​ການ​ຂັດ​ແຍ້​ງຢູ່​ທະ​ເລ​ຕາ​ເວັນ​ອອກ​ຕ້ອງ​ໄດ້​ຮັບ​ການ​ແກ້​ໄຂ​ຜ່ານ​ການ​ເຈລະຈາ​ໂດຍ​ສັນຕິ ​ແລະ ​ເຄົາລົບ​ກົດ​ໝາຍ​ສາກົນ. ​ເວ​ເນ​ຊູ​ເອລາ ​ປາດ​ຖະໜາ​ວ່າ, ບັນດາ​ຄວາມ​ບໍ່​ລົງ​ລອຍ​ກັນຢູ່ທະ​ເລ​ຕາ​ເວັນ​ອອກລະຫວ່າງ​ຫວຽດນາມ ​ແລະ ຈີນ ຈະ​ໄດ້​ຮັບ​ການ​ແກ້​ໄຂ​ໂດຍ​ສັນຕິ​ວິທີ, ຫລີກ​ລ້ຽງເກີດ​ການ​ປະ​ທະ​ກັນ​ດ້ວຍ​ອາວຸດ ​ເພື່ອ​ແນ​ໃສ່​ຮັກສາ​ສະຖຽນ​ລະ​ພາບ​ໃນ​ພາກ​ພື້ນ, ຮັບປະກັນ​ສິດ​ເສລີພາບ, ຄວາມ​ປອດ​ໄພ​ໃນ​ການ​ເດີນ​ທະ​ເລ ​ແລະ ສາກົນ./.

 

 

 

 

 


ຂ່າວ/ບົດ​ອື່ນ