ຫວຽດນາມຊ່ວຍຍົກສູງກຳລັງຄວາມສາມາດບຳລຸງສ້າງອາຊີບໃຫ້ແກ່ແມ່ຍິງພິການລາວ

ຫວຽດນາມຊ່ວຍຍົກສູງກຳລັງຄວາມສາມາດບຳລຸງສ້າງອາຊີບໃຫ້ແກ່ແມ່ຍິງພິການລາວ - ảnh 1
ທ່ານ ຫງວຽນ​ແມ້ງ​ຮຸ່ງ ​ ​ມອບ​ໃຫ້​ທ່ານ​ນາງ
 ຄຳ​​ແພງ ສີ​ວິສາ ຂອງຂວັນ​ມີ​ມູນ​ຄ່າ 9000 USD
(ພາບ: TTXVN)

(vovworld) –​ ຕອນ​​ເຊົ້າ​ວັນ​ທີ 24/11 ຢູ່​ນະຄອນຫລວງ ວຽງ​ຈັນ ປະ​ເທດ ລາວ, ທ່ານ ຫງວຽນ​ແມ້ງ​ຮຸ່ງ ​ເອກ​ອັກ​ຄະ​ລັດຖະທູດ ຫວຽດນາມ ປະຈຳ ລາວ ​ໄດ້​ມອບ​ຂອງຂວັນ​ຂອງ​ທ່ານ​ນາງ​ຮອງ​ປະທານ​ປະ​ເທດ ຫວຽດນາມ ຫງວຽນ​ທິຢວານ ​ໃຫ້​ສູນ​ພັດທະນາ​ແມ່ຍິງ​ພິການ ລາວ. ທີ່​ພິທີ, ​​ ​ ທ່ານ ຫງວຽນ​ແມ້ງ​ຮຸ່ງ ​ ​ໄດ້​ມອບ​ໃຫ້​ທ່ານ​ນາງ ຄຳ​​ແພງ ສີ​ວິສາ ຜູ້ອຳນວຍການ​ສູນ​ພັດທະນາ​ແມ່ຍິງ​ພິການ ລາວ ຂອງຂວັນ​ມີ​ມູນ​ຄ່າ 9000 USD, ລວ​ມມີ: ຈັກ​ຫຍິບ, ຈັກ​ປ້ຳ​ດຸມ, ​ໂຕະຕັ່ງ​ຫ້ອງການ, ຕູ້​ໃສ່​ເອກະສານ ​ແລະ ​ເຄື່ອງ​ໃຊ້​ທີ່​ຈຳ​ເປັນ​ອື່ນ​ອີກ. ກ່າວ​ຄຳ​ເຫັນ​ທີ່​ພິທີ, ທ່ານ ຫງວຽນ​ແມ້ງ​ຮຸ່ງ ​ຢືນຢັນ​ວ່າ: ຂອງຂວັນ​ນີ້ ສະ​ແດງ​ໃຫ້​ເຫັນ​ນ້ຳ​ໃຈ​ຂອງ​ການ​ນຳພັກ, ລັດ ​ແລະ ປະຊາຊົນ ຫວຽດນາມ ກໍ​ຄື​ສ່ວນ​ຕົວ​ຂອງ​ທ່ານ​ນາງ​ຮອງ​ປະທານ​ປະ​ເທດ ຫງວຽນ​ທິຢວານ ສຳລັບ​ພາລະກິດ​ພັດທະນາ​ຂອງ ລາວ ​ເວົ້າ​ລວມ ​ແລະ ພາລະກິດ​ການ​ສອນອາຊີບ​ໃຫ້​ແມ່ຍິງ​ພິການ​ຂອງ ລາວ ​ເວົ້າ​ສະ​ເພາະ ກໍ​ຄື​ຂອງ​ສູນ​ພັດທະນາ​ແມ່ຍິງ​ພິການ​ຢູ່ ລາວ. ທ່ານ ຫງວຽນ​ແມ້ງ​ຮຸ່ງ ​ປາດ​ຖະໜາ​ວ່າ: ສູນ​ພັດທະນາ​ແມ່ຍິງ​ພິການ​ ລາວ ​ໄດ້​ສືບ​ຕໍ່​ເປີດ​ກ້ວາງ​ຂອບ​ຂະໜາດ​ຕື່ມອີກ​ໃນການ​ເຄື່ອນ​ໄຫວ​ຂອງຕົນ ​ເພື່ອ​ໃຫ້ນັບ​ມື້​ນັບມີ​ແມ່ຍິງ​ພິການ​ຂອງ ລາວ ຫລາຍ​ຄົນ ​ໄດ້​ຮັບ​ການ​ບຳລຸງ​ສ​້າງ ອາຊີບ. ມີ​ໂອກາດ​ເພື່ອ​ປ່ຽນ​ແປງ​ຊີວິດ​ຕື່ມ​ອີກ​ ປະກອບສ່ວນ​ເພີ່ມ​ທະວີ ​ແລະ ​ເຮັດ​ໃຫ້ການ​ພົວພັນ​ສາມັກຄີ​ແບບ​ພິ​ເສດ​​ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ 2 ພັກ, 2 ລັດ ​ແລະ ປະຊາຊົນ 2 ປ​ະ​ເທດ ຫວຽດນາມ - ລາວ ໃຫ້​ເລິກ​ເຊິ່ງກ່ວາ​ອີກ.

 


ຂ່າວ/ບົດ​ອື່ນ