ຫວຽດນາມຊ່ວຍເສີມທັກສະການຂຽນຂ່າວ-ບົດວັດທະນະທຳໃຫ້ສື່ມວນຊົນລາວ

(VOVWORLD) -ສື່ມວນຊົນ ມີບົດບາດສຳຄັນຫລາຍຕໍ່ການໂຄສະນາ ເຜີຍແຜ່ຂໍ້ມູນຂ່າວສານໃຫ້ສັງຄົມ ກໍ່ຄື ໃຫ້ປະຊາຊົນຮັບຮູ້ ແລະ ເຂົ້າໃຈກ່ຽວກັບການອະນຸລັກ ແລະ ປົກປັກຮັກສາມໍລະດົກດ້ານວັດທະນະທຳ, ທຳມະຊາດ ລວມເຖິງຮີດຄອງປະເພນີ ທີ່ເປັນເອກະລັກຂອງທ້ອງຖິ່ນໃຫ້ມີຄວາມຍືນຍົງ.

ໃນລະຫວ່າງວັນທີ 17-18 ທັນວາ 2018, ທີ່ນະຄອນຫລວງຮ່າໂນ້ຍ, ສສ. ຫວຽດນາມ, ສື່ມວນຊົນລາວຈາກພາກສ່ວນຕ່າງໆໄດ້ຮັບການຍົກລະດັບດ້ານທັກສະການຂຽນຂ່າວ - ບົດ ກ່ຽວກັບວັດທະນະທຳ ແນໃສ່ເພື່ອເຮັດໃຫ້ສື່ມວນຊົນລາວກຳໄດ້ຄວາມສຳຄັນກ່ຽວກັບ ການອະນຸລັກ ແລະ ເສີມຂະຫຍາຍມໍລະດົກດ້ານວັດທະນະທຳ, ທຳມະຊາດ, ລວມເຖິງມໍລະດົກທີ່ບໍ່ເປັນວັດຖຸທີ່ໄດ້ຮັບການຮັບຮອງຈາກອົງການ UNESCO ໃຫ້ມີຄວາມຍືນຍົງ.

ຫວຽດນາມຊ່ວຍເສີມທັກສະການຂຽນຂ່າວ-ບົດວັດທະນະທຳໃຫ້ສື່ມວນຊົນລາວ - ảnh 1 ທ່ານ ອິນປອນ ນະຄອນສີ, ຮອງຫົວໜ້າກົມສື່ມວນຊົນ, ກະຊວງຖະແຫຼງຂ່າວ ວັດທະນາທຳ ແລະ ທ່ອງທ່ຽວລາວ

ທ່ານ ຫວຽນທາຍທຽນ, ຮອງຫົວໜ້າກົມສື່ມວນຊົນ ກະຊວງຖະແຫລງຂ່າວ ແລະ ສື່ສານຫວຽດນາມ ໄດ້ຍົກໃຫ້ເຫັນວ່າ: ສື່ມວນຊົນ ມີບົດບາດສຳຄັນຫລາຍຕໍ່ການໂຄສະນາ ເຜີຍແຜ່ຂໍ້ມູນຂ່າວສານໃຫ້ສັງຄົມ ກໍ່ຄື ໃຫ້ປະຊາຊົນຮັບຮູ້ ແລະ ເຂົ້າໃຈກ່ຽວກັບການອະນຸລັກ ແລະ ປົກປັກຮັກສາມໍລະດົກດ້ານວັດທະນາທຳ, ທຳມະຊາດ ລວມເຖິງຮີດຄອງປະເພນີ ທີ່ເປັນເອກະລັກຂອງທ້ອງຖິ່ນໃຫ້ມີຄວາມຍືນຍົງ. ໃນໄລຍະຜ່ານມາ, ກົມສື່ມວນຊົນ ຫວຽດນາມ ໄດ້ຊ່ວຍຈັດຊຸດອົບຮົມດ້ານຕ່າງໆ ໃຫ້ສື່ມວນຊົນລາວຢ່າງຕໍ່ເນື່ອງ, ເປັນຕົ້ນ ການຂຽນຂ່າວສາລະຄະດີ, ຂ່າວສັ້ນ, ແລະ ບົດປະເພດຕ່າງໆ ເພື່ອໃຫ້ສື່ມວນຊົນລາວສາມາດນຳໄປໝູນໃຊ້ເຂົ້າໃນວຽກງານວິຊາສະເພາະ.

ໃນໂອກາດນີ້, ທ່ານ ອິນປອນ ນະຄອນສີ, ຮອງຫົວໜ້າກົມສື່ມວນຊົນ, ກະຊວງຖະແຫຼງຂ່າວ ວັດທະນາທຳ ແລະ ທ່ອງທ່ຽວ ໄດ້ສະແດງຄວາມຂອບໃຈ ຕໍ່ກົມສື່ມວນຊົນຂອງຫວຽດນາມທີ່ໃຫ້ການຊ່ວຍເຫລືອ ແລະ ສະໝັບສະໜູນຂະແໜງ ສື່ມວນຊົນຂອງລາວດ້ວຍດີຕະຫລອດມາ, ຊື່ງເປັນການປະກອບສ່ວນອັນສຳຄັນເຂົ້າໃນການ ເສີມຂະຫຍາຍການພົວພັນຮ່ວມມື ລະຫວ່າງຂົງເຂດສື່ມວນຊົນຂອງສອງປະເທດ ໃຫ້ໄດ້ຮັບການພັດທະນາດີຂື້ນໃນຕໍ່ໝ້າ.
ໃນຊຸດອົບຮົມຄັ້ງນີ້, ບັນດາສຳມະນາກອນໄດ້ແລກປ່ຽນບົດຮຽນກ່ຽວກັບວຽກງານມໍລະດົກ ຂອງຫວຽດນາມ, ພາລະບົດບາດຂອງອົງການອຸຍເນັສໂກ, ສິ່ງທ້າທາຍໃນການອະນຸລັກ ແລະ ປົກປັກຮັກສາມໍລະດົກ ແລະ ອື່ນໆ.

ນອກຈາກນີ້, ສື່ມວນຊົນລາວຍັງໄດ້ໄປທັດສະນະສຶກສາຢູ່ສະຖານທີ່ສຳຄັນ ທີ່ໄດ້ຖືກຮັບຮອງເປັນມໍລະດົກດ້ານວັດທະນະທຳ ແລະ ປະຫວັດສາດຂອງຫວຽດນາມຕື່ມອີກ.

ຕາມ ວສລ

ຕອບກັບ

ຂ່າວ/ບົດ​ອື່ນ