ຫວຽດນາມຊ່ວຍເຫລືອສປປລາວກໍ່ສ້າງບັນດາເສັ້ນທາງຄົມມະນາຄົມສຳຄັນ

ຫວຽດນາມຊ່ວຍເຫລືອສປປລາວກໍ່ສ້າງບັນດາເສັ້ນທາງຄົມມະນາຄົມສຳຄັນ - ảnh 1
ພິ​ທີ​ເຊັນ​ສັນ​ຍາ
ພາບ:TTXVN

(vovworld)-​ ຕອນ​ຄ່ຳ​ວັນ​ທີ 27/12, ຢູ່ ວຽງ​ຈັນ, ທະ​ນາ​ຄານ​ການ​ຄ້​າ​ຫຸ​້ນ​ສ່ວນ​ລົງ​ທຶນ ແລະ ພັດ​ທະ​ນາ​ຫວຽດ​ນາມ(BIDV) ສົມ​ທົບ​ກັບ​ກະ​ຊວງ​ ​ໂຍ​ທາ​​ທິ​ການ ແລະ ຂົນ​ສົ່ງ​ລາວ ຈັດ​ຕັ້ງ​ພິ​ທີ​ລົງ​ນາມ​ໃນ​ສັນ​ຍາກໍ່​ສ້າງ​ເສັ້ນ​ທາງ​ຄົມ​ມະ​ນາ​ຄົມ ຈາກ​ທ່າ​ເຫຼົ້າ ຮອດ​ຊ​ຳ​​ໃຕ້ ແຂວງ ຫົວ​ພັນ ມີ​ຄວາມ​ຍາວ​ເກືອບ 67 ກິ​ໂລ​ແມັດ ແມ່ນ​ເສັ້ນ​ທາງ​ມີ​ຄວາມ​ໝາຍ​ສຳ​ຄັນ ແລະ​ຍຸດ​ທະ​ສາດ​ກ່ຽວ​ກັບ​ເສດ​ຖະ​ກິດ, ການ​ປ້ອງ​ກັນ​ຊາດ, ປ້ອງ​ກັ​ນ​ຄວ​າມ​ສະ​ຫງົບ ສຳ​ລັບ​ຫວຽດ​ນາມ ແລະ ລ​າວ. ​ພາຍ​ຫລັງ​ໄດ້​ຮັບ​ການກໍ່​ສ້າງ​ສຳ​ເລັດ, ເສັ້ນ​ທາງນີ້​ຈະ​ເຊື່ອມ​ຕໍ່​​ແຂວງ ຫົວ​ພັນ ເວົ້າ​ສະ​ເພາະ ແລະ ບັນ​ດາ​ແຂວງ​ພາກ​ເຫນືອ​ຂອງ​ລາວ ເວົ້າ​ລວມ ກັບ​ລະ​ບົບ​ທາງ​ບົກ​ຂອງ​ຫວຽດ​ນາມ. ທີ່​ພິ​ທີ​ລົງ​ນາມ, BIDV ປະ​ກາດ​ວ່າ ຈະ​ພີ​ຈາ​ລະ​ນາ​ສືບ​ຕໍ່​ອຸ​ປະ​ຖຳ​ແຫລ່ງ​ທຶນ​ເພື່ອ​ປະ​ຕິ​ບັດ​ໂຄງ​ການ​ກໍ່​ສ້າງ​ເສັ້ນ​ທາງ​ຄົມ​ມະ​ນາ​ຄົມ​ຈາກ ຊຳ​ໃຕ້ ເຖິງ ທົົ່ງ​ທູ ມ​ີ​ຄວາມ​ຍາວ​ 30 ກິ​ໂລ​ແມັດ ດ້ວຍ​ຍອດ​ມູນ​ຄ່າ​ການ​ລົງ​ທຶນ​ເກືອບ 27 ລ້ານ USD ເພື່ອ​ປະ​ກອບ​ສ່ວນ​ສ້າງ​ສາ ແລະ ຮັດ​ແຫນ້ນ​ຄວາມ​ສາ​ມັກ​ຄີ​ມິດ​ຕະ​ພາບ​ແບບ​ພິ​ເສດ​ຫວຽດ​ນາມ - ລາ​ວກວ່າ​ອີກ.

 

ຂ່າວ/ບົດ​ອື່ນ